[tdb_mobile_search inline="yes" icon_color="#1e73be"]
[tdb_header_logo align_vert="content-vert-center" disable_h1="yes" media_size_image_height="96" media_size_image_width="280"]
[tdb_mobile_menu inline="yes" menu_id="692" icon_color="#1e73be"]
[tdb_header_logo align_vert="content-vert-center" disable_h1="yes" media_size_image_height="96" media_size_image_width="280" image="148868" align_horiz="content-horiz-center" tagline_align_horiz="content-horiz-left" show_tagline="" url_rel="" show_image="" show_svg=""]
[tdb_header_menu main_sub_tdicon="td-icon-down" sub_tdicon="td-icon-right-arrow" mm_align_horiz="content-horiz-center" modules_on_row_regular="20%" modules_on_row_cats="25%" image_size="td_324x400" modules_category="image" show_excerpt="none" show_com="none" show_date="none" show_author="none" mm_sub_align_horiz="content-horiz-right" mm_elem_align_horiz="content-horiz-right" menu_id="692"]

ຂ່າວພາຍໃນ

ຂ່າວຕ່າງປະເທດ

ຂ່າວທ່ອງທ່ຽວ

ຂ່າວບັນເທິງ

ຂ່າວໄອທີ

ອາຊະຍາກຳທາງເຕັກໂນໂລຊີໃນ ສປປ ລາວ ນັບມື້ນັບຫຼາຍຂຶ້ນ

ປັດຈຸບັນ ມີໄພຄຸກຄາມຈາກການຫຼອກລວງທາງນັບມື້ນັບຫຼາຍຂຶ້ນ ເນື່ອງຈາກມິດສາຊີບໄດ້ອາໄສປະໂຫຍດຈາກຊ່ອງຫວ່າງຂອງແອັບທະນາຄານເພື່ອໂອນເງິນອອກບັນຊີໃຫ້ບໍ່ເປັນຕາສົງໃສ. ກໍລະນີຜູ້ເສຍຫາຍຈາກການຖືກຫຼອກລວງຄົນໜຶ່ງໄດ້ກ່າວວ່າ: ເງິນຫຼາຍກວ່າ 15 ລ້ານຖືກໂອນອອກໂດຍທີ່ຕົນເອງບໍ່ໄດ້ຮັບຮູ້ ຈາກເວລາ 2:00-7:00 ໂມງ ຂອງວັນອາທິດ. ຫຼັງຈາກເລື່ອງດັ່ງກ່າວໄດ້ເກີດຂຶ້ນ ກໍໄດ້ປະສານງານຫາທາງທະນາຄານ BCEL ຜູ້ເສຍຫາຍກໍໄດ້ຮັບຮູ້ຂໍ້ມູນຕ່າງໆຂອງບັນຊີປາຍທາງທີ່ໄດ້ຮັບເງິນໂອນ ແລ້ວເມື່ອໄດ້ຮັບຮູ້ຂໍ້ມູນຕ່າງໆແລ້ວ ຜູ້ເສຍຫາຍກໍພົບວ່າ ເປັນໝູ່ຕົນເອງທີ່ໄດ້ຮູ້ລະຫັດຜ່ານບັນຊີ ແລະ ເປັນຄົນໂອນເງິນອອກຜ່ານໂທລະສັບຂອງໝູ່ເອງ. ຜູ້ເສຍຫາຍກ່າວວ່າ: ຮູ້ສຶກຕົກໃຈຫຼາຍເມື່ອຮູ້ວ່າໝູ່ຕົນເອງເປັນຄົນລັກໂອນເງິນໃນບັນຊີຂອງຕົນ ແຕ່ກໍຍັງໂຊກດີທີ່ທາງພໍ່ແມ່ຂອງຜູ້ກ່ຽວເປັນຜູ້ຮັບຜິດຊອບສົ່ງເງິນຄືນ. ເຖິງວ່າຜູ້ເສຍຫາຍກໍລະນີນີ້ໂຊກດີທີ່ຮູ້ວ່າຄົນກະທຳຜິດເປັນໝູ່ຂອງຕົນ ແຕ່ບໍ່ແມ່ນວ່າຜູ້ເສຍຫາຍຄົນອື່ນໆຈະໂຊກດີໃນການຕິດຕາມຊອກຫາຜູ້ທີ່ລັກເງິນພວກເຂົາໄປ. ເພື່ອເປັນການປ້ອງກັນບໍ່ໃຫ້ເຫດການດັ່ງກ່າວນັ້ນເກີດຂຶ້ນ ຜູ້ໃຊ້ແອັບທະນາຄານສາມາດໃຊ້ມາດຕະການເພື່ອຫຼີກລ່ຽງໃນການຕົກເປັນເຫຍື່ອຂອງເຫດການປະເພດນີ້. ບໍ່ຄວນໃຊ້ລະຫັດຜ່ານທີ່ຊ້ຳກັນໃນຊ່ອງທາງຕ່າງໆທາງໂທລະສັບ: ການໃຊ້ລະຫັດຜ່ານແບບດຽວກັນໝົດ...

ລະວັງຖືກແຮັກຈາກການຫຼິ້ນ Filter ໃໝ່ໃນເຟສບຸກ

ເປັນທີ່ນິຍົມຫຼິ້ນກັນຫຼາຍໃນໄລຍະທີ່ຜ່ານມາ ດ້ວຍການຫຼິ້ນ Filter ໃໝ່ໃນເຟສບຸກ ເຊິ່ງໃຊ້ຮູບຕົນເອງເຂົ້າໃນ Filter ດັ່ງກ່າວເພື່ອຈະປ່ຽນຮູບຕົນເອງໃຫ້ເປັນຮູບຮ່າງຂອງຄົນອື່ນ. ຫຼ້າສຸດ ມີຜູ້ໃຊ້ເຟສບຸກຈຳນວນໜຶ່ງພົບວ່າ: ເມື່ອຫຼິ້ນ Filter ດັ່ງກ່າວແລ້ວ ເຟສບຸກສົ່ງຂໍ້ຄວາມການຢືນຢັນລະຫັດຜ່ານເຂົ້າມາ ນັ້ນໝາຍຄວາມວ່າມີຄົນພະຍາຍາມແຮັກເຟສບຸກເຮົາ ດ້ວຍການສຸ່ມລະຫັດຜ່ານ. ທັ້ງນີ້ ຢາກໃຫ້ທຸກຄົນບໍ່ປະໝາດໃນການໃຊ້ແອັບພຣິເຄຊັ່ນ ຫຼື ການໃຊ້ Filter ຕ່າງໆໃນເຟສບຸກທີ່ອາດສ່ຽງຖືກແຮັກເອົາຂໍ້ມູນສ່ວນຕົວ ຮ້າຍໄປກວ່ານັ້ນແມ່ນແຮັກເຟສບຸກເອົາໄປຕົ້ມຕຸ໋ນຄົນອື່ນຕໍ່ ແລະ ການໃຊ້ເຫດການນີ້ກໍເຄີຍມີມາກ່ອນແລ້ວທີ່ຜູ້ໃຊ້ເຟສບຸກ ຫຼິ້ນ Filter...

ພະຍາກອນອາກາດ

ແຈ້ງເຕືອນໄພສະພາບອາກາດໜາວເຢັນ ຕັ້ງແຕ່ວັນທີ 23-26 ມັງກອນ 2024

ເນື່ອງຈາກວ່າ ບໍລິເວນຄວາມກົດດັນສູງຂອງອາກາດຫນາວເຢັນທີ່ມີກໍາລັງແຮງຈະແຜ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນອອກສ່ຽງເຫນືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຫນາວເຢັນ ແລະ ລົມພັດແຮງໃນແຕ່ລະພາກ ແລະ ຫນາວເຢັນຫຼາຍຢູ່ ແຂວງ ພາກເຫນືອ, ແຂວງໄຊສົມບູນ, ຫຼັກຊາວ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ລົມພັດແຮງເປັນບາງ ໂອກາດ ໃນໄລຍະວັນທີ 23 ຫາ...

ຂ່າວທ້ອງຖີ່ນ

ຫຼວງພະບາງເຕືອນ! ປະຊາຊົນກ່ຽວກັບອຸບັດຕິເຫດລົດສານເຄມີ ເຮັດໃຫ້ເກີດມີສານເຄມີຈໍານວນຫນື່ງໄຫຼລົງຫ້ວຍ

ຫ້ອງວ່າການນະຄອນ ຫຼວງພະບາງອອກແຈ້ງການເຖີງ: ທ່ານນາຍບ້ານພາຍໃນເທດສະບານນະຄອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນ ນະຄອນ ຫຼວງພະບາງ ຫ້າມບໍ່ໃຫ້ລົງອາບນໍ້າຄານ, ນໍ້າຂອງ ແລະ ນໍ້າປ່າທີ່ຕາຍຢູ່ນໍ້າຄານ, ນໍ້າຂອງ ນໍາມາປະກອບ ເປັນອາຫານ, ນໍາໄປຂາຍ ຢ່າງເດັດຂາດ. ອີງຕາມ ກົດຫມາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29 / ສພຊ, ລົງວັນທີ 18 ທັນວາ...

ເຈົ້າໜ້າທີ່ເລັ່ງຫາສາເຫດປາຕາຍ 4 ບ້ານໃນແຂວງຫົວພັນ

ຈາກກໍລະນີ ທີ່ສື່ສັງຄົມອອນລາຍໃຫ້ຄວາມສົນໃຈຢ່າງຫຼວງຫຼາຍກ່ຽວກັບ ບັນຫາມີປາຕາຍຈໍານວນຫລາຍຢູ່ເຂດບ້ານກໍຝຸງ ເມືອງກວັນ ແຂວງຫົວພັນ ເຮັດໃຫ້ຜູ້ຄົນຕາງສະແດງຄວາມຄິດເຫັນ ແລະ ຕັ້ງຄຳຖາມເຖິງສາເຫດຂອງປາທີ່ຕາຍ. ຕໍ່ບັນຫາດັ່ງກ່າວ, ທ່ານ ພອນສິນ ພົມປານດາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງ ຂອງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 1 ເມສາ 2024 ນີ້ວ່າ: ຂ່າວດັ່ງກ່າວມີມູນຄວາມຈິງແທ້ ເນື່ອງຈາກໃນວັນທີ...

ໄປມາຫາສູ່ກັນໄດ້ປົກກະຕິລະເດີ້

ປະຊາຊົນລາວສາມາດເດີນທາງໄປງານບຸນທາດພະນົມ, ຈັງຫວັດນະຄອນພະນົມ, ປະເທດໄທ ຜ່ານດ່ານປະເພນີ​ປາກເຊບັ້ງໄຟ ເມືອງໄຊບູລີແຂວງ, ແຂວງສະຫວັນນະເຂດ ໄດ້ປົກກະຕິໃນມື້ນີ້. ເນື່ອງຈາກກ່ອນໜ້ານີ້, ໄດ້ມີແຈ້ງການຂອງດ່ານ ຕມ ປາກເຊບັງໄຟ ເມືອງເຊບັ້ງໄຟ ອອກເມື່ອວັນທີ 22 ກຸມພາ 2024 ເລື່ອງ: ກໍລະນີເຈົ້າໜ້າທີ່ໄທບໍ່ອະນຸຍາດໃຫ້ປະຊາຊົນໄທຂ້າມມາຝັ່ງລາວ ແລະ ບໍ່ອະນຸຍາດໃຫ້ຄົນລາວຂ້າມໄປ. ໂດຍມີເນື້ອໃນວ່າ: ໃນເວລາ 10 ໂມງ 30...