Homeຂ່າວຕ່າງປະເທດຊ່ວຍສັດຕິດຄ້າງເຂດພູເຂົາໄຟລະເບີດ

ຊ່ວຍສັດຕິດຄ້າງເຂດພູເຂົາໄຟລະເບີດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃຫ້ຮູ້ວ່າ: ອາສາສະໝັກຈຳນວນ 10 ຄົນ ໄດ້ສ໋ຍງຊີວິດເຂົ້າໄປຊ່ວຍບັນດາສັດລ້ຽງ ທີ່ຍັງຕິດຄ້າງຢູ່ບໍລິເວນເຂດພູເຂົາໄຟລະເບີດ, ເທິງເກາະຕາກູລັນ, ເຊິ່ງໄດ້ເລີ່ມປະທຸຂຶ້ນມາຕັ້ງແຕ່ວັນທີ 16 ເມສາທີ່ຜ່ານມາ ຈົນຮອດຕອນນີ້ຍັງມີການປະທຸຢູ່ເປັນໄລຍະໆ, ອາສາສະໝັກກຸ່ມນີ້ໄດ້ເຂົ້ສໄປຊ່ວຍສັດລ້ຽງທີ່ເຈົ້າຂອງໄດ້ປ່ອຍຖິ້ມໄວ້ ຫຼັງມີຄຳສັ່ງໃຫ້ອົບພະຍົບອອກຈາກພື້ນທີ່ດັ່ງກ່າວ, ແຕ່ກໍຍັງມີເຈົ້າຂອງບາງກຸ່ມທີ່ອົບພະຍົບອອກມາ ໂດຍບໍ່ຄາດຄິດວ່າຈະຕ້ອງອອກຈາກພື້ນທີ່ເປັນເວລາດົນ ເຮັດໃຫ້ສັດລ້ຽງຫຼາຍຕົວຍັງຄົງຕິດຢູ່ພື້ນທີ່ດັ່ງກ່າວໂດຍບໍ່ມີຄົນເບິ່ງແຍງ.

ເຊິ່ງອາສາສະໝັກກຸ່ມນີ້ສາມາດຊ່ວຍເຫຼືອໝາ, ແມວ, ນົກ ໄດ້ຫຼາຍຕົວ ຫຼັງຈາກທີ່ພາບຖ່າຍບັນດາສັດລ້ຽງທີ່ໄດ້ຮັບການຊ່ວຍເຫຼືອເຜີຍແຜ່ອອກໄປ ກໍມີເຈົ້າຂອງສັດລ້ຽງຫຼາຍຄົນຕິດຕໍ່ມາເພື່ອຂໍຮັບສັດລ້ຽງຄືນ ເພາະບໍ່ຄາດຄິດວ່າພວກເຂົາຍັງມີຊີວິດຢູ່.

ເຖິງແມ່ນການການເຂົ້າຊ່ວຍເຫຼືອໃນພື້ນທີ່ດັ່ງກ່າວແມ່ນມີຄວາມສ່ຽງພູເຂົາໄຟປະທຸອີກຄັ້ງ ຫຼື ນໍ້າລາວາໄຫຼລົງສູ່ທະເລ ອາດເກີດສຶນາມິຂຶ້ນມາເມື່ອໃດກໍໄດ້, ແຕ່ທາງອາສາສະໝັກກໍຍັງຄົງທຳການສືບຕໍ່ຄົ້ນຫາບັນດາສັດທີ່ຢູ່ໃນພື້ນທີ່ດັ່ງ
ກ່າວເພື່ອໃຫ້ກັບຄືນມາຢູ່ກັບເຈົ້າຂອງຄືເກົ່າ.

ຂ່າວ: channelnewsasia

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...