Homeຂ່າວຕ່າງປະເທດນາຍົກລັດຖະມົນຕີ ສະໂລວາກີ ຖືກລອບສັງຫານ ບາດເຈັບສາຫັດ

ນາຍົກລັດຖະມົນຕີ ສະໂລວາກີ ຖືກລອບສັງຫານ ບາດເຈັບສາຫັດ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 15 ພຶດສະພາ 2024 ຜ່ານມານີ້ວ່າ: ທ່ານ ໂຣເບີດ ຟິໂກ ນາຍົກລັດຖະມົນຕີ ສະໂລວາກີ ຖືກລອບຍິງບາດເຈັບສາຫັດລະຫວ່າງພົບປະປະຊາຊົນ ສ່ວນຜູ້ກໍ່ເຫດເຈົ້າໜ້າທີ່ສາມາດເຂົ້າຈັບກຸມໂຕໄດ້ໃນທີ່ເກີດເຫດ ຫຼັງຈາກເຂົ້າຮ່ວມການປະຊຸມຄະນະລັດຖະມົນຕີ ທີ່ເມືອງຫັນໂລວາ ທາງຕອນກາງຂອງປະເທດ.

ຕາມການລາຍງານຜູ້ເຫັນເຫດການໄດ້ເລົ່າວ່າ: ນາຍົກລັດຖະມົນຕີສະໂລວາກີ ກ່ອນທີ່ຈະຖືກມືປືນທີ່ປົນກັບປະຊາຊົນໄດ້ ຈົກເອົາອາວຸດປືນອອກມາຍິງທັງໝົດ 5 ນັດ ໂດຍ 3 ນັດເຂົ້າບໍລິເວນທ້ອງ, ແຂນ ແລະ ຂາ ໂດຍທີມຮັກສາຄວາມປອດໄພສາມາດຕັບໂຕຄົນຮ້າຍໄດ້ທັນທີ, ສ່ວນນາຍົກໄດ້ຖືກນຳໂຕສົ່ງໂຮງໝໍທ້ອງຖິ່ນຢ່າງເລັ່ງດ່ວນ ກ່ອນທີ່ຈະຖືກນຳໂຕຂຶ້ນເຮືອບິນເຮລິຄອບເຕີເພື່ອໄປໂຮໝໍຢູ່ເມືອງ ແບ້ງສະກາ ບິສຕິກາ ເມືອງທີ່ໃຫຍ່ທີ່ສຸດເພື່ອເຂົ້າຮັບການຜ່າຕັດ ເນື່ອງຈາກອາການໜັກເກີນກວ່າຈະສົ່ງໂຕໄປຜ່າຕັດຢູ່ໂຮງໝໍໃນກຸງບຣາຕິ ສາລາວາ ເຊິ່ງເປັນເມືອງຫຼວງ.

ນາຍົກລັດຖະມົນຕີສະໂລວາກີໄດ້ຮັບການຜ່າຕັດດົນກວ່າ 3 ຊົ່ວໂມງເຄິ່ງອາການຫຼ້າສຸດສາຫັດເປັນຕາຍເທົ່າກັນ ຕາມການລາຍງານຍັງບອກອີກວ່າ: ຜູ້ກໍ່ເຫດເປັນຊາຍອາຍຸ 71 ປີ ເປັນນັກຂຽນ ແລະ ນັກວິຈານການເມືອງອິດສະລະ ເຊິ່ງທາງເຈົ້າໜ້າທີ່ຕຳຫຼວດຢູ່ໃນລະຫວ່າງການສອບສວນເຖິງແຮງຈູງໃຈໃນການກໍ່ເຫດຄັ້ງນີ້ ເບື້ອງຕົ້ນໄດ້ສັນນິຖານວ່າອາດເກີດມາຈາກເລື່ອງການເມືອງ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...