Home​ຂ່າວທ່ອງທ່ຽວການທ່ອງທ່ຽວແຫ່ງປະເທດໄທ ຮ່ວມງານວາງສະແດງຜະລິດຕະພັນທ່ອງທ່ຽວ ອາຊຽນ 2024

ການທ່ອງທ່ຽວແຫ່ງປະເທດໄທ ຮ່ວມງານວາງສະແດງຜະລິດຕະພັນທ່ອງທ່ຽວ ອາຊຽນ 2024

Published on

ການທ່ອງທ່ຽວແຫ່ງປະເທດໄທ (ທທທ) ເຂົ້າຮ່ວມ ງານວາງສະແດງຜະລິດຕະພັນທ່ອງທ່ຽວ ອາຊຽນ 2024 ຫຼື ASEAN TOURISM FORUM 2024 ໂດຍພາຍໃຕ້ແນວຄິດ “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ຄວາມຮັບຜິດຊອບ ຍືນຍົງໃນອະນາຄົດຂອງອາຊຽນ” ເຊິ່ງງານວາງສະແດງຜະລິດຕະພັນທ່ອງທ່ຽວ ອາຊຽນ 2024 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 24-27 ມັງກອນ 2024 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ.

ສຳລັບຫ້ອງວາງສະແດງປະເທດໄທ ໄດ້ຮັບກຽດຈາກທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ, ທ່ານ ກິດຕິ ເຊົາວະດີ ເລຂານຸການລັດຖະມົນຕີກະຊວງທ່ອງທ່ຽວ ແລະ ກີລາ, ພ້ອມທ່ານນາງ ຖາປານີ ກຽດໄພບູນ ຜູ້ວ່າການ ການທ່ອງທ່ຽວແຫ່ງປະເທດໄທ ເຂົ້າຮ່ວມເປີດຫ້ອງວາງສະແດງ ໃນເວລາ 10:00 ໂມງ ຂອງວັນທີ 24 ມັງກອນ 2024 ໂດຍພາຍໃນຫ້ອງວາງສະແດງໄດ້ມີຜູ້ປະກອບການດ້ານ Health and Wellness ຈັດກິດຈະກຳສາທິດການນວດ ແລະ ສະປາໄທໃຫ້ກັບຜູ້ເຂົ້າຮ່ວມໄດ້ທົດລອງ ເຊິ່ງການນວດ ແລະ ສະປາໄທມີຊື່ສຽງ ແລະ ໄດ້ຮັບການຍອມຮັບຈາກຕ່າງປະເທດເປັນຢ່າງດີ. ນອກຈາກນີ້ ຍັງຈັດບ່ອນໃຫ້ຂໍ້ມູນຂ່າວສານການທ່ອງທ່ຽວ (Information Counter) ເຜີຍແຜ່ ແລະ ປະຊາສຳພັນຂໍ້ມູນສິນຄ້າ ແລະ ບໍລິການທາງການທ່ອງທ່ຽວຂອງໄທບໍລິເວນດ້ານໜ້າຫ້ອງວາງສະແດງປະເທດໄທ ອີກດ້ວຍ.

ໂອກາດນີ້, ທ່ານນາງ ຖາປານີ ກຽດໄພບູນ ຜູ້ວ່າການ ການທ່ອງທ່ຽວແຫ່ງປະເທດໄທ ໄດ້ເປີດເຜີຍໃຫ້ຮູ້ວ່າ: ນອກຈາກ ການທ່ອງທ່ຽວແຫ່ງປະເທດໄທ ໄດ້ນຳ ພາຜູ້ປະກອບການດ້ານທຸລະກິດທ່ອງທ່ຽວເດີນທາງເຂົ້າຮ່ວມໃນງານຄັ້ງນີ້ແລ້ວ, ຍັງໄດ້ມີການເຈລະຈານັດໝາຍທາງທຸລະກິດ ໃນຮູບແບບທຸລະກິດກັບທຸລະກິດ (B2B) ທີ່ສຳຄັນຂອງພາກພື້ນອາຊຽນ ໂດຍ ການທ່ອງທ່ຽວແຫ່ງປະເທດໄທ ໄດ້ຈັດສັນພື້ນທີ່ຫ້ອງວາງສະແດງໃຫ້ກັບຜູ້ປະກອບການທີ່ເຂົ້າຮ່ວມ ຈຳນວນ 4 ທຸລະກິດ ໄດ້ແກ່ Thailand Privilege Card, ສາຍການບິນໄທ, ສາຍການບິນບາງກອກ ແອເວ ແລະ ສະມາຄົມການຄ້າທ່ອງທ່ຽວອີສານ (ສອທອ) ເພື່ອເຈລະຈາທຸລະກິດການທ່ອງທ່ຽວ ເຊິ່ງງານ ATF 2024 ຖືເປັນໂອກາດທີ່ດີ ສຳລັບ ການທ່ອງທ່ຽວແຫ່ງປະເທດໄທ ແລະ ຕົວແທນທຸລະກິດຈາກປະເທດໄທໄດ້ພົບປະ ແລະ ສ້າງເຄືອຂ່າຍທາງທຸລະກິດ ເພື່ອນຳສະເໜີສິນຄ້າ ແລະ ບໍລິການທ່ອງທ່ຽວທີ່ມີປະສິດທິພາບຂອງປະເທດ ໂດຍສະເພາະການນຳສະເໜີການທ່ອງທ່ຽວແບບຫຼຸດຜ່ອນມົນລະຜິດ (Low Carbon) ຈົນໄປເຖິງການສ້າງສາຍສຳພັນກັບບັນດາປະເທດພັນທະມິດໃນອາຊຽນ ແລະ ປະເທດຕ່າງໆທົ່ວໂລກ.

ກິດຈະກຳພາຍໃນງານ ATF 2024 ປະກອບມີ 3 ກິດຈະກໍາຫຼັກ ໄດ້ແກ່ ກິດຈະກໍາປະຊຸມ ASEAN Minister Meeting ເພື່ອຫາແນວທາງຮ່ວມມືດ້ານນະໂຍບາຍການທ່ອງທ່ຽວຂອງປະເທດສະມາຊິກໃນພູມມິພາກອາຊຽນ, ກິດຈະກຳ Travel Exchange (TRAVEX) ເປັນກິດຈະກຳສົ່ງເສີມການຂາຍດ້ານການທ່ອງທ່ຽວໃນຮູບແບບ B2B ໂດຍນຳຜູ້ປະກອບການຈາກປະເທດໃນອາຊຽນເຂົ້າຮ່ວມເຈລະຈາທາງທຸລະກິດກັບຕົວແທນທຸລະກິດທ່ອງທ່ຽວຈາກນາໆຊາດ (International Travel Agent/Tour Operator)ໂດຍຈັດລະຫວ່າງ 24-26 ມັງກອນ 2024 ແລະ ກິດຈະກຳ NTO Media Briefing ເພື່ອນຳສະເໜີສະຖານະການຫຼ້າສຸດທາງການທ່ອງທ່ຽວຂອງປະເທດໄທໃຫ້ກັບຜູ້ສື່ຂ່າວຕ່າງປະເທດທີ່ເຂົ້າຮ່ວມງານ ATF 2024 ໃຫ້ເກີດການປະຊາສຳພັນ ແລະ ການຮັບຮູ້ທີ່ກວ້າງໄກ.

ສຳລັບປີ 2024 ນີ້, ທາງປະເທດໄທໄດ້ວາງແຜນນະໂຍບາຍເພື່ອດຶງດູດນັກທ່ອງທ່ຽວໃນການເຂົ້າມາທ່ອງທ່ຽວໄທໄດ້ຕະຫຼອດປີ ຫຼື ເອີ້ນວ່າ ທ່ອງທ່ຽວແບບ 365 ວັນ, ໂດຍໃນແຕ່ລະເດືອນຈະມີເທສະການ, ງານບຸນປະເພນີ, ກິດຈະກຳຕ່າງໆ ຂອງແຕ່ລະເຂດ ບໍ່ວ່າຈະຢູ່ໃນຕົວເມືອງຫຼັກ ຈົນໄປເຖິງເຂດທ້ອງຖິ່ນ. ເຊິ່ງໃກ້ຈະຮອດນີ້ກໍແມ່ນ ເທສະການກຸດຈີນ ເຊິ່ງປີນີ້ ຈະໄດ້ຈັດຂື້ນຢ່າງຍິ່ງໃຫຍ່ ແລະ ບຸນປີໃໝ່ໄທ (ສົງການ) ທີ່ຫາກໍຖືກຮັບຮອງຈາກ ອົງການ UNESCO ເປັນມໍລະດົກໂລກທາງດ້ານວັດທະນະທໍາທີ່ຈັບຕ້ອງບໍ່ໄດ້.

ທັງນີ້, ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວລາວ ທາງລັດຖະບານ ມີແນວຄິດຈະຍົກເລີກການຂຽນຟອມເອກະສານ (ຕມ 6) ທີ່ເດີນທາງຜ່ານຂົວມິດຕິພາບ ໄທ-ລາວ (ໜອງຄາຍ-ນະຄອນຫຼວງວຽງຈັນ), ເຊິ່ງຕອນນີ້ແມ່ນຢູ່ໃນລະຫວ່າງການນຳສະເໜີຂໍ້ມູນຈາກໜ່ວຍງານທີ່ກ່ຽວຂ້ອງເພື່ອໃຫ້ລັດຖະບານພິຈາລະນາ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...