spot_img
Home​ຂ່າວທ່ອງທ່ຽວງານບຸນຕ່າງໆທົ່ວປະເທດ ເດືອນມັງກອນ-ກຸມພາ 2024

ງານບຸນຕ່າງໆທົ່ວປະເທດ ເດືອນມັງກອນ-ກຸມພາ 2024

Published on

ເລີ່ມແລ້ວ! ບຸນປະເພນີ ແລະ ງານເທດສະການຕ່າງໆໃນຂອບເຂດທົ່ວປະເທດ ເພື່ອເຮັດຕາມຮິດຄອງປະເພນີອັນດີງາມຂອງລາວເຮົາ ໃນລະຫວ່າງ ເດືອນມັງກອນ – ກຸມພາ 2024 ມາເບິ່ງໄປນຳກັນວ່າຈະມີງານບຸນສຳຄັນໃດເກີດຂຶ້ນແດ່.

– ເດືອນມັງກອນຈະມີງານເທສະການເກີດຂຶ້ນທັງໝົດ 5 ງານຄື:

1. ງານບຸນກິນຈຽງ (ໜໍ່ເປເຈົ່າ) ແຂວງວຽງຈັນ ຈັດຂຶ້ນໃນວັນທີ 8 – 14 ມັງກອນ (ສະຖານທີ່ ບ້ານໂພນຄຳ, ເມືອງໂພນໂຮງ , ແຂວງວຽງຈັນ).

2. ງານບຸນກອງເຂົ້າໃຫຍ່ເມືອງພຽງ, ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 9 – 12 ມັງກອນ.

3. ງານຕະຫຼາດນັດຊຽງຂວາງ, ງານວາງສະແດງ ຜະລິດຕະພັນກະສິກຳ ແລະ ສິນຄ້າໂອດ໋ອບ ທີ່ເທສະການບຸນກິນຈຽງຊົນເຜົ່າມົ້ງ ຈັດຂຶ້ນໃນວັນທີ 13 – 15 ມັງກອນ (ສະຖານທີ່ ສະມາຄົມກິລາວັນນະຄະດີພື້ນເມືອງ, ເມືອງແປກ , ແຂວງຊຽງຂວາງ ຫຼື ເດີ່ນບຸນກິນຈຽງ ສະໜາມກິລາງົວຊົນ).

4. ງານບຸນປະເພນີບັນດາເຜົ່າແຂວງອຸດົມໄຊ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຈັດຂຶ້ນໃນວັນທີ 16 – 20 ມັງກອນ (ສະຖານທີ່ສະໜາມກິລາແຂວງອຸດົມໄຊ).

5. ງານນະມັດສະການພະບາດໂພນສັນ ຈັດຂຶ້ນໃນວັນທີ 22 – 25 ມັງກອນ.

– ເດືອນກຸມພາຈະມີງານເທສະການເກີດຂຶ້ນທັງໝົດ 3 ງານຄື:

1. ງານມະຫະກຳບຸນຊ້າງໄຊຍະບູລີ ຈັດຂຶ້ນໃນວັນທີ 12 – 18 ກຸມພາ.

2. ງານບຸນວັດພູຈຳປາສັກ ຈັດຂຶ້ນໃນວັນທີ 22 – 24 ກຸມພາ.

3. ງານບຸນພະທາດສີໂຄດຕະບອງ ແຂວງຄຳມ່ວນ 22 – 24 ກຸມພາ.

ຮູບພາບ
ຮູບພາບຈາກເວັບໄຊ Tourismlaos

ເພື່ອເປັນການສົ່ງເສີມປີການທ່ອງທ່ຽວລາວ 2024 ນີ້, ຂໍເຊີນຊວນທຸກຄົນມາຮ່ວມກັນເປັນເຈົ້າພາບທີ່ດີໃນການຕ້ອນຮັບນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມປະເທດຂອງພວກເຮົາໃຫ້ມີແຕ່ຄວາມປະທັບໃຈ ແລະ ຄວາມຊົງຈຳທີ່ດີໃນການມາທ່ຽວ ສປປ ລາວ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...