Homeຂ່າວພາຍ​ໃນ3 ບ້ານເມືອງຈອມເພັດໄດ້ຮັບຜົນຜະລິດເດັ່ນ

3 ບ້ານເມືອງຈອມເພັດໄດ້ຮັບຜົນຜະລິດເດັ່ນ

Published on

ຄະນະນຳຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ເອົາໃຈໃສ່ຊຸກຍູ້ປະຊາຊົນ ກະກຽມລົງມືໃຫ້ທ່ວງທັນກັບລະດູການ ການຜະລິດລະດູແລ້ງໃນສົກປີນີ້, ໂດຍໄດ້ສົ່ງວິຊາການລົງຊຸກຍູ້ໃຫ້ປະຊາຊົນຢູ່ເຂດທີ່ມີເງື່ອນໄຂ ສຸມໃສ່ການປູກພືດລະດູແລ້ງ ຈຳນວນ 29 ບ້ານ, 218 ຄອບຄົວ ເພື່ອເຮັດໃຫ້ການຜະລິດລະດູແລ້ງໄດ້ຮັບຜົນດີ.

อาจเป็นรูปภาพของ 2 คน และ คะน้าฝรั่ง

ໃນນີ້, ມີເນື້ອທີ່ນາແຊງເກືອບ 152 ເຮັກຕາ, ຜົນຜະລິດສະເລ່ຍຫຼາຍກວ່າ 592 ໂຕນ ທຽບໃສ່ແຜນການລື່ນຄາດໝາຍ 0.14%, ປູກພືດໃສ່ສວນໃນເນື້ອທີ່ຫຼາຍກວ່າ 528 ເຮັກຕາ, ຜົນຜະລິດໄດ້ຫຼາຍກວ່າ 1.216 ໂຕນ, ປູກພືດໃສ່ທົ່ງນາ ເນື້ອທີ່ຫຼາຍກວ່າ 485 ເຮັກຕາ, ຜົນຜະລິດໄດ້ 1.088 ໂຕນ, ລວມເນື້ອທີ່ປູກພືດລະດູແລ້ງທັງໝົດຫຼາຍກວ່າ 1.014 ເຮັກຕາ, ຜົນຜະລິດໄດ້ຫຼາຍກວ່າ 2.312 ໂຕນ, ເຊິ່ງເຂດທີ່ປູກພືດເດັ່ນກວ່າໝູ່ແມ່ນບ້ານນາຄຳ, ບ້ານໂພລາດ ແລະ ບ້ານບວມເລົາ, ພືດທີ່ປູກສ່ວນຫລາຍແມ່ນຜັກບົ່ວ, ຜັກທຽມ ແລະ ພືດຜັກຕາມລະດູການ.

ไม่มีคำอธิบายรูปภาพ

ທ່ານ ວຽງສະຫວັນ ຈັນທະລັງສີ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຈອມເພັດ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ສຳລັບແຜນການຜະລິດພືດລະດູຝົນ ໄດ້ວາງແຜນປູກເຂົ້ານາປີ ໃຫ້ໄດ້ 1.634 ເຮັກຕາ, ຄາດວ່າຜົນຜະລິດຈະໃຫ້ໄດ້ 6.296 ໂຕນ, ພືດທາດແປ້ງ ໃຫ້ໄດ້ຫຼາຍກວ່າ 458 ເຮັກຕາ, ພືດຜັກ ໃຫ້ໄດ້ຫຼາຍກວ່າ 627 ເຮັກຕາ, ພືດອຸດສາຫະກຳ ໃຫ້ໄດ້ຫຼາຍກວ່າ 1.534 ເຮັກຕາ, ໄມ້ໃຫ້ໝາກໃຫ້ໄດ້ຫຼາຍກວ່າ 200 ເຮັກຕາ ລວມເນື້ອທີ່ປູກພືດລະດູຝົນທັງໝົດຫຼາຍກວ່າ 2.824 ເຮັກຕາ.

ຂໍ້ມູນຈາກ: ວສລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...