Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ເລັ່ງຫາສາເຫດປາຕາຍ 4 ບ້ານໃນແຂວງຫົວພັນ

ເຈົ້າໜ້າທີ່ເລັ່ງຫາສາເຫດປາຕາຍ 4 ບ້ານໃນແຂວງຫົວພັນ

Published on

ຈາກກໍລະນີ ທີ່ສື່ສັງຄົມອອນລາຍໃຫ້ຄວາມສົນໃຈຢ່າງຫຼວງຫຼາຍກ່ຽວກັບ ບັນຫາມີປາຕາຍຈໍານວນຫລາຍຢູ່ເຂດບ້ານກໍຝຸງ ເມືອງກວັນ ແຂວງຫົວພັນ ເຮັດໃຫ້ຜູ້ຄົນຕາງສະແດງຄວາມຄິດເຫັນ ແລະ ຕັ້ງຄຳຖາມເຖິງສາເຫດຂອງປາທີ່ຕາຍ.

ຕໍ່ບັນຫາດັ່ງກ່າວ, ທ່ານ ພອນສິນ ພົມປານດາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງ ຂອງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 1 ເມສາ 2024 ນີ້ວ່າ: ຂ່າວດັ່ງກ່າວມີມູນຄວາມຈິງແທ້ ເນື່ອງຈາກໃນວັນທີ 30 ມີນາຜ່ານມາ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ສົ່ງວິຊາການທີ່ກ່ຽວຂ້ອງໄປເຄື່ອນໄຫວກວດກາຕົວຈິງເຫັນວ່າ ເຫດການປາຕາຍ ແມ່ນເກີດຂຶ້ນແຕ່ວັນທີ 29 ມີນາ ຢູ່ສາຍນໍ້າເຢື້ອງ ກວມເອົາ 4 ບ້ານ ຄື: ບ້ານກໍຝຸງ, ສັນຄູນ, ທ່າຄວາຍ ແລະ ບ້ານບວກ. ແຕ່ປັດຈຸບັນ, ຍັງບໍ່ທັນຮູ້ກ່ຽວກັບສາເຫດທີ່ເຮັດໃຫ້ປາຕາຍເທື່ອ ເນື່ອງຈາກວິຊາການທີ່ໄປກວດກາຕົວຈິງບໍ່ທັນມີເຄື່ອງມືວັດແທກຄຸນນະພາບຂອງນໍ້າ, ແຕ່ໃນຂອບເຂດທີ່ໃກ້ຄຽງ ແມ່ນເຄີຍມີການສໍາຫລວດແຮ່ເຫລັກມາແຕ່ດົນແລ້ວ ແຕ່ຍັງບໍ່ທັນໄດ້ມີການເຄື່ອນໄຫວຂຸດຄົ້ນຫຍັງເທື່ອ.

ທ່ານ ພອນສິນ ພົມປານດາ ຍັງໃຫ້ຮູ້ຕື່ມວ່າ: ໃນຕອນບ່າຍວັນທີ 1 ເມສານີ້, ທີມງານທີ່ກ່ຽວ ຂ້ອງຂອງແຂວງ ໄດ້ນໍາເອົາເຄື່ອງໄປກວດຄຸນນະພາບຂອງນໍ້າ ຄາດວ່າຈະຮູ້ຜົນລະອຽດໃນໄວໆນີ້, ປັດຈຸບັນ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມເມືອງກວັນ ໄດ້ແຈ້ງໄປຫາປະຊາຊົນໃນຂອບເຂດທີ່ມີປາຕາຍ ຫ້າມເອົາປາທີ່ຕາຍໄປບໍລິໂພກ, ລວມເຖິງຫ້າມນໍາໃຊ້ນໍ້າຢູ່ເຂດດັ່ງກ່າວໃນໄລຍະນີ້ ເພື່ອຮັບປະກັນຄວາມປອດໄພ ຈົນກວ່າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຈະຮູ້ລະອຽດກ່ຽວກັບສາເຫດຂອງປາຕາຍທີ່ເກີດຂຶ້ນຢູ່ 4 ບ້ານຂອງເມືອງກວັນ ໃນຄັ້ງນີ້.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...