spot_img
Homeພະຍາກອນອາກາດເຮົາຈະມີວິທີປ້ອງກັນບໍ່ໃຫ້ເກີດຟ້າຜ່າໄດ້ແນວໃດເມື່ອເກີດມີຝົນຕົກໜັກ?

ເຮົາຈະມີວິທີປ້ອງກັນບໍ່ໃຫ້ເກີດຟ້າຜ່າໄດ້ແນວໃດເມື່ອເກີດມີຝົນຕົກໜັກ?

Published on

ເມື່ອເກີດມີຝົນຕົກຟ້າຮ້ອງສິ່ງທີ່ຈະເຮັດໃຫ້ເຮົາປອດໄພຈາກການຖືກຟ້າຜ່ານັ້ນກໍຄືການຫຼີກລ້ຽງຢູ່ໃນສະຖານທີ່ກາງແຈ້ງເຊັ່ນ: ທົ່ງນາ, ສະໜາມກ໋ອບ, ສະລອຍນໍ້າ ເປັນຕົ້ນ ແຕ່ຖ້າຫຼີກລ້ຽງບໍ່ໄດ້ເຮົາຄວນປະຕິບັດດັ່ງນີ້:

  1. ກໍລະນີທີ່ຢູ່ກາງແຈ້ງໃນຕອນຝົນຕົກ
  • ຫ້າມຢູ່ລວມກັນເປັນກຸ່ມໃຫຍ່
  • ຫ້າມຢູ່ກ້ອງຕົ້ນໄມ້ ໂດຍສະເພາະຕົ້ນໄມ້ທີ່ໃຫຍ່ ແຕ່ຖ້າຫາກບໍ່ມີທາງເລືອກໃຫ້ຢູ່ຕົ້ນໄມ້ທີ່ຕໍ່າທີ່ສຸດ
  • ຫ້າມຢູ່ບ່ອນສູງ ຫຼື ຍົກເຄື່ອງທີ່ມີລັກສະນະສູງເຊັ່ນ: ຄັນຮົ່ມ, ເບັດຊິດປາ..
  • ປົດວັດຖຸທີ່ເປັນໂລຫະອອກຈາກຮ່າງກາຍໃຫ້ໝົດ
  • ຫ້າມຢູ່ໃນນໍ້າຫຼືແຫຼ່ງນໍ້າ
  • ຫຼີກລ້ຽງການຢູ່ໃກ້ວັດຖຸທີ່ເປັນໂລຫະ

ທີ່ສໍາຄັນຫ້າມນອນ ແຕ່ໃຫ້ນັ່ງຊັນເຂົ່າ, ຕີນຕິດກັນ, ມືປິດຫູ ແລະ ຍົກຕີນຂື້ນໜ້ອຍໜຶ່ງ ທ່ານັ່ງເຫຼົ່ານີ້ເປັນວິທີຫຼຸດອັນຕະລາຍຈາກຟ້າຜ່າ ແລະ ຫຼຸດຄວາມສ່ຽງກໍລະນີກະແສໄຟຈາກຟ້າຜ່າໄຫຼມາຕາມພື້ນດິນ

2. ກໍລະນີຢູ່ໃນລົດ

  • ຫ້າມຈັບສ່ວນທີ່ເປັນໂລຫະທີ່ຢູໃນລົດ ໃຫ້ນັ່ງກອດເອິກ ຫຼື ວາງມືໄວ້ໜ້າຕັກ
  • ປິດແວ່ນລົດທຸກຂ້າງ
  • ຫ້າມຈອດລົດໃກ້ຕົ້ນໄມ້ໃຫຍ່
  • ຫ້າມໃຊ້ໂທລະສັບ

3. ກໍລະນີຢູ່ໃນອາຄານ

  • ປິດປະຕູປ່ອງຢ້ຽມ ແລະ ເຂົ້າໄປຢູ່ຫ້ອງທາງໃນສຸດ ເຊິ່ງປອດໄພກວ່າຫ້ອງທີ່ມີທາງອອກໄປທາງດ້ານນອກ
  • ຫຼີກລ້ຽງບ່ອນທີ່ໄຟສາມາດແລ່ນເຂົ້າເຖິງສາຍໄຟ, ສາຍອາກາດ, ສາຍໂທລະສັບ ຫຼື ທໍ່ນໍ້າ
  • ຖອດສາຍໄຟ, ສາຍອາກາດ, ສາຍໂທລະສັບ ກ່ອນທີ່ຈະເກີດຝົນຕົກໜັກ
  • ຫ້າມໃຊ້ໂທລະສັບແບບມີສາຍໃນອາຄານເນື່ອງຈາກກະແສໄຟຟ້າຈາກຟ້າຜ່າຈະແລ່ນຜ່ານອຸປະກອນດັ່ງກ່າວ

ເພາະສະນັ້ນ, ເມື່ອເກີດມີຝົນຕົກຟ້າຮ້ອງຄວນປະຕິບັດໂຕເອງໃຫ້ຖືກວິທີເພື່ອປ້ອງກັນ ຫຼື ຫຼຸດຜ່ອນບໍ່ໃຫ້ເກີດຟ້າຜ່າໄດ້.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...