spot_img
Homeຂ່າວພາຍ​ໃນເດືອນເມສາ 2024 ທົ່ວປະເທດມີອຸບັດເຫດເກີດຂຶ້ນ 710 ຄັ້ງ

ເດືອນເມສາ 2024 ທົ່ວປະເທດມີອຸບັດເຫດເກີດຂຶ້ນ 710 ຄັ້ງ

Published on

ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ລາຍງານໃຫ້ຮູ້ວ່າ: ເດືອນເມສາ 2024 ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 710 ລາຍ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 161 ລາຍ, ພາຫະນະເປ່ເພ 1.269 ຄັນ, ເພີ່ມຂຶ້ນ 310 ຄັນ, ຄົນໄດ້ຮັບບາດເຈັບ 1.167 ຄົນ ຍິງ 422 ຄົນ, ເພີ່ມຂຶ້ນ 249 ຄົນ, ເສຍຊີວິດ 96 ຄົນ ຍິງ 35 ຄົນ, ເພີ່ມຂຶ້ນ 11 ຄົນ.

อาจเป็นรูปภาพของ เครื่องทำน้ำอุ่น

 

ສະເພາະຢູ່ນະຄອນຫຼວງວຽງຈັນອຸບັດເຫດເກີດຂຶ້ນ 97 ລາຍ, ເພີ່ມຂຶ້ນ 8 ລາຍ, ພາຫະນະເປ່ເພ 196 ຄັນ, ເພີ່ມຂຶ້ນ 4 ຄັນ, ຄົນໄດ້ຮັບບາດເຈັບ 118 ຄົນ, ເພີ່ມຂຶ້ນ 19 ຄົນ, ຄົນເສຍຊີວິດ 12 ຄົນ, ເພີ່ມຂຶ້ນ 1 ຄົນ, ສາເຫດຂອງການເກີດອຸບັດເຫດມີຄື: ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ, ໃຊ້ຄວາມໄວເກີນ, ບໍ່ປ່ອຍສິດ, ປ່ຽນທິດທາງເດີນ, ເຕັກນິກບໍ່ຮັບປະກັນ, ບໍ່ປ່ອຍສິດ, ຊີງຂຶ້ນໜ້າບໍ່ຮັບປະກັນ, ລ່ວງປ້າຍຫ້າມ ແລະ ອື່ນໆ.

อาจเป็นรูปภาพของ 5 คน, สกูตเตอร์ และ รถจักรยานยนต์

ສຳລັບການຈັດອັນດັບແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຈຳປາສັກ, ແຂວງສະຫວັນນະເຂດ ແລະ ແຂວງຫຼວງພະບາງ, ສ່ວນແຂວງທີ່ມີຜູ້ເສຍຊີວິດຫຼາຍກວ່າໝູ່ແມ່ນ ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງອຸດົມໄຊ.

ຂໍ້ມູນຈາກກົມຕຳຫຼວດຈະລາຈອນ: ຄັດຈອນໂດຍ: ບຸນອູ້ມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...