Homeຂ່າວພາຍ​ໃນຕົ້ນປີ 2024 ເຊກອງ ມ້າງຄະດີຢາເສບຕິດ 31 ເລື່ອງ

ຕົ້ນປີ 2024 ເຊກອງ ມ້າງຄະດີຢາເສບຕິດ 31 ເລື່ອງ

Published on

ໃນໄລຍະຜ່ານມາ, ແຂວງເຊກອງ ກໍຄືກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ແຂວງ ໄດ້ຍົກສູງປະສິດທິພາບ ທາງດ້ານການນໍາພາ-ບັນຊາໃນການແກ້ໄຂບັນຫາຢາເສບຕິດ ຕາມ 6 ວຽກຈຸດສຸມ, ໂດຍຍຶດໝັ້ນ 3 ຫຼັກການຄື: ຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ເຊິ່ງໃນໄລຍະ 4 ເດືອນຕົ້ນປີ 2024 ສາມາດມ້າງຄະດີຢາເສບຕິດໄດ້ 31 ເລື່ອງ, ຢຶດຂອງກາງປະເພດຢາບ້າໄດ້ 20.992 ເມັດ ແລະ ກັກຕົວຜູ້ຖືກຫາໄດ້ 31 ຄົນ, ຍິງ 4 ຄົນ.

ไม่มีคำอธิบายรูปภาพ

ຢ່າງໃດກໍຕາມ, ເພື່ອສືບຕໍ່ແກ້ໄຂບັນຫາຢາເສບຕິດ ໃຫ້ມີປະສິດທິພາບ-ປະສິດທິຜົນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ໃນຕໍ່ໜ້າເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຂະແໜງການຕ່າງໆພາຍໃນແຂວງຕ້ອງເປັນເຈົ້າການໃນການໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ເພື່ອສ້າງໃຫ້ປະຊາຊົນມີຄວາມຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມແກ້ໄຂບັນຫາດັ່ງກ່າວຢ່າງເປັນຂະບວນຟົດຟື້ນ; ສຸມກໍາລັງຫັນລົງກໍ່ສ້າງຮາກຖານການເມືອງ, ປັບປຸງກໍາລັງ ປກສ ຮາກຖານໃຫ້ເຂັ້ມແຂງ, ຊຸກຍູ້ຂະບວນການສ້າງຄອບຄົວ, ບ້ານ ແລະ ກົມກອງປອດຢາເສບຕິດໃຫ້ເປັນປະທໍາຫຼາຍຂຶ້ນ.

ຂ່າວ: ສັນຍາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...