spot_img
Home​ຂ່າວບັນເທິງນັກຮ້ອງຄົນລາວ just" ເປັນສິລະປິນຄ້າຍ Smallroom

ນັກຮ້ອງຄົນລາວ just” ເປັນສິລະປິນຄ້າຍ Smallroom

Published on

ເມື່ອບໍ່ດົນມານີ້, ທາງຄ້າຍເພງ Smallroom ປະເທດໄທ ກໍໄດ້ເປີດໂຕສິລະປິນນ້ອງໃໝ່ແກະກ່ອງໃຫ້ແຟນໆໄດ້ຮູ້ຈັກນັ້ນກໍຄື: ໜຸ່ມຈັສ (just”) – ພອນປະເສີດ ຫຼວງລາດ, ເຈົ້າຂອງເພງດັງທີ່ຫຼາຍຄົນຮູ້ຈັກດີບໍ່ວ່າຈະເປັນ Glitter Butterfly, Hate Myself, ຢ່າໄປຫວັງເລີຍ ແລະ ເພງຫຼ້າສຸດ ທີ່ມີທຳນອງ ແລະ ທ່ອນຮຸກທີ່ຕິດຫູຢ່າງ Radio ນັ້ນເອງ. ບອກໄດ້ເລີຍວ່າ ແຟນໆຕ່າງກໍຕ້ອງພູມໃຈກັບໜຸ່ມຄົນນີ້ແນ່ນອນ, ເພາະເພິ່ນມີຄວາມສາມາດທີ່ຫຼາກຫຼາຍໃນການເຮັດຜົນງານເພງອອກມາ ແລະ ມາຖ້າຕິດຕາມໄປນຳກັນວ່າ ຜົນງານໃໝ່ກັບທາງຄ້າຍ Smallroom ຈະພິເສດຊໍ່າໃດຕ້ອງຖ້າລຸ້ນໄປນຳກັນເລີຍເດີ້.

ເສັ້ນທາງການກ້າວເຂົ້າສູ່ວົງການເພງຂອງໜຸ່ມຄົນນີ້ແມ່ນເລີ່ມຕົ້ນຂຶ້ນຕອນລາວກຳລັງສຶກສາຢູ່ ສປ ຈີນ, ເຊິ່ງມີຄວາມຮູ້ສຶກວ່າຕົນເອງກຳລັງປະສົບກັບຄວາມເມື່ອຍລ້າ ແລະ ກົດດັນຈາກການຮຽນຫຼາຍ, ຈຶ່ງໃຊ້ເວລາວ່າງໃນການຫາກິດຈະກຳອື່ນເຮັດ, ເຊິ່ງລາວມີຄວາມສົນໃຈໃນດົນຕີປະເພດ R&B Indie, Jazz, Neo Soul , ແຕ່ເພງປະເພດນີ້ບໍ່ຄ່ອຍມີໃນປະເທດລາວເລີຍ, ດັ່ງນັ້ນ, ຈຶ່ງເຮັດໃຫ້ມີຄວາມຄິດຢາກເຮັດເພງປະເພດນີ້ຂຶ້ນມາ, ໂດຍເລີ່ມຈາກການມີກີຕ້າ 1 ໜ່ວຍ ແລະ ສຶກສາຂັ້ນຕອນຕ່າງໆດ້ວຍຕົວເອງ ຈົນສາມາດປ່ອຍອະລະບໍ້າທຳອິດຄື: “Old Man” ໃນປີ 2021 ແລະ ເດີນໜ້າຕໍ່ໃນການເຮັດເພງຈົນມີຫຼາຍໆເພງຮິດຕິດຫູອອກມາໃຫ້ແຟນໆໄດ້ຟັງ, ຈົນມາຮອດມື້ໜຶ່ງຜົນງານເພງໄດ້ໄປສະດຸດຕາເຈົ້າຂອງຄ້າຍເພງຍັກໃຫຍ່ຂອງປະເທດໄທຢ່າງ Smallroom ແລະ ໄດ້ມີໂອກາດໂອ້ລົມກັນ, ໃນທີ່ສຸດ ໜຸ່ມຈັສ ກໍໄດ້ກາຍມາເປັນສິລະປິນຄົນໃໝ່ຂອງຄ້າຍ Smallroom ພ້ອມເປີດຕົວອະລະບໍ້າໃໝ່ “Radio” ໃນວັນທີ 16 ພຶດສະພາທີ່ຜ່ານມາ.

อาจเป็นรูปภาพของ 1 คน และ ข้อความพูดว่า "JUST" สะบายดึ สวัสดีครับ สวัส គ HELLO 你好"

ຄ້າຍ Smallroom ເປັນຄ້າຍເພງຂອງໄທທີ່ກໍ່ຕັ້ງຂຶ້ນໃນປີ 1999 ແລະ ເປັນຄ້າຍທີ່ສ້າງຊື່ສຽງໃຫ້ສິລະປິນດັງຂອງໄທຫຼາຍວົງບໍ່ວ່າຈະເປັນ Tattoo Colour, The Richman Toy, Polycat…..

ສາມາດຕິດຕາມໜຸ່ມຄົນນີ້ໄດ້ທີ່:
YT: just”
FB: Ijust Wrkmyart
IG: justtm.e

ຂໍ້ມູນ: Smallroom Bangkok Pop Music Label

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...