spot_img
Homeຂ່າວຕ່າງປະເທດTap to Pay on Iphone ຈ່າຍງ່າຍ ສະບາຍກວ່າເກົ່າ

Tap to Pay on Iphone ຈ່າຍງ່າຍ ສະບາຍກວ່າເກົ່າ

Published on

ໃນບໍ່ດົນມານີ້ ບໍລິສັດ Apple ຈະມີການເປີດໂຕການໃຊ້ງານໃໝ່ກໍຄືການແຕະບັດເຄຣດິດເພື່ອຈ່າຍຜ່ານ Iphone ໂດຍກົງ ແລະ ໃນວັນທີ 8 ກຸມພາ 2022 ທີ່ຜ່ານມາ ທາງບໍລິສັດ Apple ໄດ້ປະກາດເປີດໂຕການໃຊ້ງານ Tap to Pay on Iphone ຫຼື ການຈ່າຍເງິນໂດຍການໃຊ້ Iphone ສໍາຜັດກັນ ເຊິ່ງຈະເຮັດໃຫ້ທຸລະກິດຕ່າງໆຈ່າຍເງິນສະດວກສະບາຍຍິ່ງຂຶ້ນ.

Tap to Pay on Iphone ນີ້ ບັນດາຮ້ານຄ້າຂະໜາດຕ່າງໆ ຕັ້ງແຕ່ຂະໜາດນ້ອຍໄປຈົນເຖິງຂະໜາດໃຫຍ່ ສາມາດໃຊ້ Iphone ເພື່ອຮັບການຈ່າຍເງິນຈາກລູກຄ້າໂດຍບໍ່ຈໍາເປັນຕ້ອງມີອຸປະກອນໃນການອ່ານບັດເຄຣດິດ.

ທັງນີ້, ທາງບໍລິສັດ Apple ໄດ້ລະບຸວ່າ ການໃຊ້ງານໃນຮູບແບບນີ້ໃນເບື້ອງຕົ້ນຈະຮອງຮັບການໃຊ້ຈ່າຍກັບບໍລິການເອີ້ນເກັບເງິນ Stripe ເທົ່ານັ້ນ ແລະ ຈະມີການຂະຫຍາຍອອກໄປໃນອີກບໍ່ດົນນີ້.

ແຫຼ່ງຂ່າວ: Sanook

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...