spot_img
Home​ຂ່າວທ່ອງທ່ຽວຫຼວງພະບາງ ດຶງດູດນັກທອງທ່ຽວ 2 ລະດັບ ໃນໂອກາດປີທ່ອງທ່ຽວລາວ

ຫຼວງພະບາງ ດຶງດູດນັກທອງທ່ຽວ 2 ລະດັບ ໃນໂອກາດປີທ່ອງທ່ຽວລາວ

Published on

ປີທ່ອງທ່ຽວລາວ 2024 ນີ້ ແຂວງຫລວງພະບາງ ວາງຄາດໝາຍຈະດຶງດູດນັກທ່ອງທ່ຽວ ໃນ 2 ລະດັບ ຄື: ລະດັບກາງໃຫ້ໄດ້ 1.125.133 ຄົນ ແລະ ລະດັບສູງ 1.778.758 ຄົນ.ໃນນັ້ນ ນັກທ່ອງທ່ຽວພາຍໃນ 182.560 ຄົນ (ລະດັບກາງ) ແລະ 373.259 ຄົນ (ລະດັບສູງ), ນັກທ່ອງທ່ຽວຕ່າງປະເທດ 942.573 ຄົນ (ລະດັບກາງ) ແລະ1.405.499 ຄົນ (ລະດັບສູງ), ສ່ວນຄາດໝາຍສ້າງລາຍຮັບໃນ 2 ລະດັບ ຄື: ລະດັບກາງ 645.519.165ໂດລາສະຫະລັດ ແລະ ລະດັບສູງ 993.773.906 ໂດລາສະຫະລັດ.

ທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງຫຼວງພະບາງ ໃຫ້ຮູ້ໃນໂອກາດລາຍ ງານຕໍ່ພິທີຖະແຫຼງຂ່າວການຈັດງານປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງ ແລະສະເຫຼີມສະຫຼອງຫຼວງພະບາງ ເຂົ້າເປັນເມືອງມໍຣະດົກໂລກ ຄົບຮອບ 28 ປີ ຈັດຂຶ້ນໃນວັນທີ 15 ມັງກອນ 2024 ທີ່ຫ້ອງວ່າການແຂວງຫລວງພະບາງ ວ່າ: ໃນໂອກາດປີທ່ອງທ່ຽວລາວ 2024, ແຂວງຫລວງພະບາງ ໄດ້ກະກຽມຈັດ 9 ແຜນງານ 41 ກິດຈະກຳ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຂະນະທີ່ບັນດາແຫຼ່ງທ່ອງທ່ຽວພາຍໃນແຂວງໄດ້ຮັບການພັດທະນາ, ຄຸ້ມຄອງ ແລະຮັກສາໃຫ້ຄົງຄຸນຄ່າ. ປັດຈຸບັນທົ່ວແຂວງ ມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ປະຫວັດສາດ 39 ແຫ່ງ.

ໃນນັ້ນ, ສະຖານທີ່ທ່ອງທ່ຽວທີ່ໄດ້ເປີດບໍລິການ ໃຫ້ແຂກເຂົ້າໄປທ່ຽວຊົມແລ້ວ ມີ 158 ແຫ່ງ. ເອົາໃຈໃສ່ພັດທະນາ ແລະ ປັບປຸງສີ່ງອໍານວຍຄວາມສະດວກ, ສະຖານທີພັກເຊົາດ້ວຍການສົ່ງເສີມນັກທຸລະກິດທັງພາຍໃນ ແລະຕ່າງປະເທດ, ຄຽງຄູ່ກັບການປະຕິບັດນະໂຍບາຍເປີດກ້ວາງການລົງທືນຂອງຕ່າງປະເທດ. ທົ່ວແຂວງມີ ບໍລິສັດທ່ອງທ່ຽວ 106 ບໍລິສັດ, ມີໂຮງແຮມ-ລີສອດ 100 ແຫ່ງ, ມີຫ້ອງນອນ 2.732 ຫ້ອງ, ຕຽງນອນ 5.579 ຕຽງ, ເຮືອນພັກ416 ຫຼັງ, ຮ້ານອາຫານ 384 ຮ້ານ, ຮ້ານບັນເທີງ ແລະຄາລາໂອເກະ 45 ຮ້ານ, ຮ້ານນວດ-ສະປາ 41 ຮ້ານ ແລະ ພະ ນັກງານນຳທ່ຽວ 768 ຄົນ, ຍິງ 162ຄົນ.

ສໍາລັບປີ 2023 ຜ່ານມາ ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມແຂວງຫຼວງພະບາງທັງໝົດ 1.029.698 ເທື່ອຄົນ, ທຽບໃສ່ປີ 2022 ຜ່ານມາເພີ່ມຂຶ້ນ 491.979 ເທື່ອຄົນ, ໃນນີ້, ມີນັກທ່ອງທ່ຽວພາຍໃນ 265.102 ເທື່ອຄົນ ແລະນັກທ່ອງທ່ຽວສາກົນ 764.596 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວໄດ້ທັງໝົດ 559.789.018 ໂດລາສະຫະລັດ.

ທີ່ມາ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...