spot_img
Homeຂ່າວຕ່າງປະເທດຂ່າວດີ! ຫຼວງພະບາງ ຕິດ Top 11 ສະຖານທີ່ທີ່ສວຍງາມທີ່ສຸດໃນໂລກ

ຂ່າວດີ! ຫຼວງພະບາງ ຕິດ Top 11 ສະຖານທີ່ທີ່ສວຍງາມທີ່ສຸດໃນໂລກ

Published on

ເລີ່ມຕົ້ນປີການທ່ອງທ່ຽວລາວ 2024 ທີ່ພິເສດ, ເພາະຫຼວງພະບາງຕິດອັນດັບ 11 ສະຖານທີ່ທີ່ສວຍງາມທີ່ສຸດໃນໂລກ ຈາກທັງໝົດ 50 ອັນດັບ.

ອີງຕາມເວັບໄຊ Times Travel ຂອງອິນເດຍໄດ້ແບ່ງປັນບົດຄວາມກ່ຽວກັບການຈັດອັນດັບສະຖານທີ່ທີ່ສວຍງາມທີ່ສຸດ ໃນໂລກທີ່ຄວນໄປທ່ຽວໃນປີ 2024 ນີ້ ໃນວັນທີ 1 ມັງກອນທີ່ຜ່ານມາ. ຜົນປາກົດວ່າ ຫຼວງພະບາງ, ລາວ ແມ່ນຕິດອັນດັບທີ 11 ຈາກທັງໝົດ 50 ອັນດັບ ທີ່ເປັນສະຖານທີ່ທີ່ສວຍງາມທີ່ສຸດໃນໂລກ.

ໃນບົດຄວາມຂອງເວັບໄຊດັ່ງກ່າວມີເນື້ອໃນວ່າ: ” ຫຼວງພະບາງ ເປັນເມືອງໜຶ່ງທີ່ໄດ້ຮັບລາງວັນເມືອງມໍລະດົກໂລກຈາກອົງການ UNESCO, ເປັນເມືອງທີ່ມີຄວາມງຽບສະຫງົບສຸກ, ເຕັມໄປດ້ວຍວັດວາອາຮາມ ແລະ ພຸດທະສາສະນິກາຊົນ ທີ່ມີຄວາມເຫຼື້ອມໃສສັດທາຕໍ່ພຸດທະສາສະໜາ, ຕະຫຼາດທ້ອງຖິ່ນທີ່ມີຊີວິດຊີວາ, ທິວທັດທີ່ສວຍງາມຂອງແມ່ນໍ້າຂອງ ເວົ້າໄດ້ວ່າ ສະຖານທີ່ແຫ່ງນີ້ແມ່ນປຽບເໝືອນສະຫວັນຂອງການພັກຜ່ອນຢ່ອນໃຈທີ່ດີທີ່ສຸດ”. ການທີ່ຫຼວງພະບາງໄດ້ຮັບເລືອກໃຫ້ຕິດອັນດັບທີ 11 ຈາກທັງໝົດ 50 ອັນດັບສະຖານທີ່ທີ່ສວຍງາມທີ່ສຸດໃນໂລກໃນຄັ້ງນີ້ ຖືໄດ້ວ່າເປັນ ບາດກ້າວອັນດີຂອງການເລີ່ມຕົ້ນປີ 2024 ທີ່ເປັນປີການທ່ອງທ່ຽວລາວ ແລະ ຂໍຄວາມຮ່ວມມືໃຫ້ປະຊາຊົນລາວທຸກຄົນຮ່ວມກັນເປັນເຈົ້າພາບທີ່ດີໃນການຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມປະເທດລາວຂອງພວກເຮົາໃຫ້ມີ ຄວາມປະທັບໃຈ ແລະ ສ້າງຄວາມຊົງຈຳທີ່ດີໃນຊ່ວງເວລາທີ່ມາທ່ຽວຊົມປະເທດລາວຂອງພວກເຮົາ.

ຫຼວງພະບາງໄດ້ຮັບລາງວັນເປັນເມືອງມໍລະດົກໂລກຈາກອົງການ UNESCO ໃນວັນທີ 9 ເດືອນທັນວາ ປີ 1995, ສະຖິຕິຈຳນວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມແຂວງຫຼວງພະບາງຕັ້ງແຕ່ເດືອນມັງກອນ ຫາ ເດືອນກັນຍາ 2023 ແມ່ນມີຈໍານວນ 210.129 ເທື່ອຄົນ. ໃນນີ້, ນັກທ່ອງທ່ຽວ 5 ອັນດັບຕົ້ນທີ່ເຂົ້າມາທ່ຽວລາວຫຼາຍທີ່ສຸດ ອັນດັບໜຶ່ງແມ່ນນັກທ່ອງທ່ຽວຈາກ ປະເທດໄທ, ຮອງລົງມາແມ່ນປະເທດຫວຽດນາມ, ຈີນ, ສ. ເກົາຫຼີ ແລະ ອາເມລິກາ ຕາມລຳດັບ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...