spot_img
Homeຂ່າວພາຍ​ໃນປະຫວັດສຽນພຣະທີ່ຖືກພົບຢູ່ແຄມຂອງບ້ານຫາຍໂສກ

ປະຫວັດສຽນພຣະທີ່ຖືກພົບຢູ່ແຄມຂອງບ້ານຫາຍໂສກ

Published on

ໃນວັນທີ 15 ພຶດສະພາທີ່ຜ່ານມາ, ໄດ້ມີການພົບສຽນພຣະພຸດທະຮູບຢູ່ ຢູ່ໃນເຂດສິມເກົ່າ ແຄມນໍ້າຂອງ ໂຄງການສ້າງກັນຕາລິ່ງເຈື່ອນ ບ້ານຫາຍໂສກ , ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ຫຼັງຈາກທີ່ພົບເຫັນ ແລະ ມີປະຊາຊົນຮູ້ຂ່າວຕ່າງກໍຫຼັ່ງໄຫຼກັນໄປເບິ່ງ ແລະ ສັກກະລະບູຊາ, ເຊິ່ງຫຼາຍໆຄົນອາດຈະຢາກຮູ້ປະຫວັດຂອງສຽນພຣະດັ່ງກ່າວວ່າມີຄວາມເປັນມາແນວໃດ, ມື້ນີ້ລາວໂພສໄດ້ນຳເອົາມາໃຫ້ທຸກຄົນໄດ້ອ່ານໄປນຳກັນ.

อาจเป็นรูปภาพของ 2 คน

ພຣະພຸດທະຮູບອົງນີ້ ສ້າງຂື້ນ ໃນສັດຕະວັດ 15-16 ສິລະປະ ລ້ານຊ້າງຍຸກຕົ້ນຫາກາງ ປາງຊະນະມານ ສ້າງດ້ວຍພຣະທາຍເພັດ ລົງລັກ ພອກຄຳ ໜ້າຕັກປະມານ 3 ແມັດ, ປະດິດສະຖານຢູ່ທີ່ພັດທະສີມາ ວັດສວນມອນ, ສະໄໝເສິກຫໍ້ເຂົ້າມາຮຸກຮານ ໄດ້ຖືກທຳລາຍເພື່ອຄົ້ນເອົາວັດຖຸມີຄ່າຈຶ່ງເອີ້ນວ່າ: ພຣະເຈົ້າຄໍກຸດ, ປະມານປີ ຄສ.1965 ພຣະເຈົ້າຄໍກຸດ ໄດ້ເຈື່ອນພັງລົງນໍ້າຂອງ…ສ່ວນສຽນຫຼືຫົວ ບໍ່ມີໃຜພົບເຫັນອີກເລີຍ, ມາໃນວັນ 15 ພຶດສະພາ 2024 ໄດ້ພົບເຫັນ ຢູ່ໃນເຂດສິມເກົ່າ ແຄມນໍ້າຂອງ ໂດຍໂຄງການສ້າງກັນຕາລິ່ງເຈື່ອນ, ຖືວ່າ ເປັນມໍລະດົກທາງດ້ານ ວັດທະນະທຳ ແລະ ຈິດວິນຍານ ທີ່ບັນພະບຸລຸດສັນສ້າງໄວ້ໃຫ້ລູກຫຼານ ສວນມອນ ແລະ ຊາດລາວ ເພື່ອຮັກສາເສີມສ້າງ ແລະ ສືບທອດຕໍ່ໄປ… (ວັດສວນມອນຮ້າງເພາະພັງລົງນໍ້າຂອງຈຶ່ງມາສ້າງວັດຈອມທອງຂື້ນແທນ)

ຂໍ້ມູນ: ວັດຈອມທອງ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...