spot_img
Home​ຂ່າວທ່ອງທ່ຽວສຸດຍອດ! ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຮັບລາງວັນການທ່ອງທ່ຽວ ປະຊາຊົນມີສ່ວນຮ່ວມແບບຍືນຍົງອາຊຽນ

ສຸດຍອດ! ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຮັບລາງວັນການທ່ອງທ່ຽວ ປະຊາຊົນມີສ່ວນຮ່ວມແບບຍືນຍົງອາຊຽນ

Published on

ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຮັບລາງວັນການທ່ອງທ່ຽວ ປະຊາຊົນມີສ່ວນຮ່ວມແບບຍືນຍົງອາຊຽນ ໃນມະຫາກຳທ່ອງທ່ຽວອາຊຽນ ປະຈຳປີ 2024 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ.

ທ່ານ ນາງ ສອນທິດາ ອຸນາພົມ ປະທານ ບໍລິສັດ ພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ໃຫ້ສຳພາດໃນໂອກາດມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2024 ເມື່ອບໍ່ດົນນີ້ວ່າ: ຜ່ານມາແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ກໍໄດ້ຮັບລາງວັນສຳຄັນຕ່າງໆ ເປັນຕົ້ນ ໃນປີ 2019 ໄດ້ຮັບລາງວັນຫ້ອງນໍ້າສະອາດ, ສາທາລະນະສະອາດອາຊຽນ, ປີ 2020 ໄດ້ຮັບລາງວັນການທ່ອງທ່ຽວ ປະຊາຊົນມີສ່ວນຮ່ວມ, ປີ 2022 ໄດ້ຮັບລາງວັນການທ່ອງທ່ຽວປະຊາ ຊົນມີສ່ວນຮ່ວມ ແບບຍືນຍົງອາຊຽນ ແລະ ໃນປີ 2024 ໄດ້ຮັບລາງວັນການທ່ອງທ່ຽວ ແບບປະຊາ ຊົນມີສ່ວນຮ່ວມ ແບບຍືນຍົງອາຊຽນ ອີກຄັ້ງ ເຊິ່ງການໄດ້ຮັບລາງວັນດັ່ງກ່າວໃນປີນີ້ ຖືເປັນໂອກາດທີ່ດີໃນການພັດທະນາການທ່ອງທ່ຽວ ຢູ່ໃນ ສປປ ລາວ ໂດຍສະເພາະຢູ່ພາກໃຕ້ ກໍຄື ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງຂອງພວກເຮົາ.

ທ່ານ ນາງ ສອນທິດາ ອຸນາພົມ ຍັງໃຫ້ຮູ້ອີກວ່າ: ຜ່ານມາພວກເຮົາ ໄດ້ໃຫ້ການຊຸກຍູ້ສົ່ງເສີມປະຊາຊົນ ພ້ອມທັງບັນດາກິດຈະກຳຕ່າງໆທີ່ປິ່ນອ້ອມເຂດພັດທະນາການທ່ອງທ່ຽວ ໃຫ້ປະຊາຊົນໄດ້ມີສ່ວນຮ່ວມ ເປັນຕົ້ນ ການປູກ ແລະ ການລ້ຽງ ທີ່ພວກເຮົາໄດ້ເຮັດເປັນວົງຈອນການທ່ອງທ່ຽວຮ່ວມກັນ. ໃນຂະນະດຽວກັນ, ພາຍຫລັງກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໄດ້ສຳເລັດລົງ ພວກເຮົາຈະສືບຕໍ່ເຮັດກິດຈະກຳໂຮມສະເຕ ເພື່ອເປັນຕ່ອງໂສ້ໃນການພັດທະນາແຫລ່ງທ່ອງທ່ຽວ ແລະ ການທ່ອງທ່ຽວຍ່າງປ່າ ຊຶ່ງຈະເປັນກິດຈະກຳອັນໃໝ່ຂອງແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ.

ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເປັນໜຶ່ງໃນຫລາຍແຫລ່ງທ່ອງທ່ຽວ ທີ່ຢູ່ທາງພາກໃຕ້ຂອງ ສປປ ລາວ ເຊິ່ງໃນແຕ່ລະປີ ບັນດານັກທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວ ແມ່ນມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໃນໂອກາດທີ່ ສປປ ລາວ ເປີດມະຫາກຳທ່ອງທ່ຽວອາຊຽນ 2024 ແນ່ນອນວ່າ ແຫລ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຈະເປັນອີກຈຸດໜຶ່ງທີ່ຈະດຶງດູດນັກທ່ອງທ່ຽວ ພາຍໃນ, ຕ່າງປະເທດ ເຂົ້າມາທ່ອງທ່ຽວ ແລະ ຈະເປັນຈຸດໜຶ່ງເພື່ອເປັນບ່ອນພົບປະ, ແລກປ່ຽນການທ່ອງທ່ຽວເຊິ່ງງກັນ ແລະ ກັນ ອີກດ້ວຍ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...