spot_img
Homeຂ່າວທ້ອງຖິ່ນໄລຍະວັນທີ 04-06 ມີນາ 2019 ນີ້! ໃຫ້ທຸກຄົນລະວັງ ຝົນຕົກ,ຟ້າເຫຼື້ອມ,ໝາກເຫັບຕົກພ້ອມລົມພັດແຮງ

ໄລຍະວັນທີ 04-06 ມີນາ 2019 ນີ້! ໃຫ້ທຸກຄົນລະວັງ ຝົນຕົກ,ຟ້າເຫຼື້ອມ,ໝາກເຫັບຕົກພ້ອມລົມພັດແຮງ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນໄລຍະວັນທີ 04-10 ມີນາ 2019 ວ່າຄວາມກົດດັນອາກາດໜາວເຢັນຍັງຈະປົກຄຸມຢູ່ພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສ່ວນພາກເໜືອດ້ານຕາເວັນຕົກຫາພາກກາງ ແລະ ພາກໃຕ້ ປົກຫຸ້ມດ້ວຍບໍລິເວນຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມ ຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍຢູ່ແຕ່ລະພາກ. ແຕ່ເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມໂດຍສະເພາະແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ໃນໄລຍະວັນທີ 04-05 ມີນາ 2019 ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນອອກລົງຫາພາກຫາງ ແລະ ພາກໃຕ້.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 04-08 ມີນາ 2019 ໂດຍທົ່ວໄປອາກາດຍັງເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຢູ່ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ພ້ອມມີລົມພັດແຮງເປັນບາງໂອກາດ, ຈາກນັ້ນ ວັນທີ 09-10 ມີນາ 2019 ອຸນຫະພູມອາກາດຈະຮ້ອນຂຶ້ນໃນຕອນບ່າຍ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 04-07 ກຸມພາ 2019 ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ,​ ໃນໄລຍະວັນທີ 08-10 ມີນາ 2019 ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ.

ພາກກາງ: ໃນໄລຍະວັນທີ 04-05 ກຸມພາ 2019, ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ແຂວງ ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນໃນວັນທີ 06-10 ມີນາ 2019 ອາກາດຈະຮ້ອນຂຶ້ນໃນໄລຍະຕອນບ່າຍ.

ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ສັງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 04-05 ມີນາ 2019, ອາກາດຈະໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ຈາກນັ້ນໃນວັນທີ 06-10 ມີນາ 2019, ອາກາດຍັງສືບຕໍ່ເຢັນໃນຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດ.

ພາກໃຕ້: ໃນໄລຍະວັນທີ 04-05 ມີນາ 2019, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ, ແຂວງ ສາລະວັນ ແລະ ຈຳປາສັກ ມີລົມພັດແຮງເປັນບາງໂອກາດ, ຈາກນັ້ນໃນວັນທີ 06-10 ມີນາ 2019 ອາກາດຈະຮ້ອນຂຶ້ນໃນຕອນບ່າຍ.

ສະເພາະເຂດພູູພຽງບໍລະເວນ: ໃນໄລຍະວັນທີ 04-05 ກຸມພາ 2019 ອາກາດໜາວເຢັນ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ບາງບໍລິເວນ, ຈາກນັ້ນໃນວັນທີ 06-10 ມີນາ 2019 ອາກາດຍັງສືບຕໍ່ໜາວເຢັນ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 04-07 ມີນາ 2019 ອາກາດຮ້ອນ ແລະ ມີເຟື້ອປົກຄຸມເປັນສ່ວນຫຼາຍ,​ ພ້ອມຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ແລະ ມີລົມພັດແຮງຢູ່ບາງບໍລິເວນ, ຈາກນັ້ນວັນທີ 06-10 ມີນາ 2019, ອາກາດຍັງຈະຮ້ອນຂຶ້ນຕື່ມອີກ ແລະ ຍັງມີລົມພັດແຮງເປັນບາງໂອກາດ.

ຄຳເຕືອນ: ໃນໄລະວັນທີ 04-06 ມີນາ 2019 ກະແສລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ຈະພັດປົກຄຸມດ້ວຍກຳລັງປານກາງ, ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ໝາກເຫັບ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ຈົ່ງມີສະຕິຕໍ່ສະພາບອາກາດທີ່ຈະເກີດຂຶ້ນໃນໄລຍະໜຶ່ງອາທິດຕໍ່ໜ້າ ແລະ ໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.

 

 

 

 

 

 

 

ຮຽບຮຽງຂ່າວ:​ ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...