Homeຂ່າວພາຍ​ໃນພື້ນທີ່ກະຊວງຍຸຕິທໍາ(ຫຼັງເກົ່າ)ຈະປ່ຽນເປັນສວນສາທາລະນະ

ພື້ນທີ່ກະຊວງຍຸຕິທໍາ(ຫຼັງເກົ່າ)ຈະປ່ຽນເປັນສວນສາທາລະນະ

Published on

ນະຄອນຫຼວງວຽງຈັນ ກໍາລັງປັບປຸງພື້ນທີ່ກະຊວງຍຸຕິທໍາ (ຫຼັງເກົ່າ) ໃຫ້ເປັນສວນສາທາລະນະທີ່ສວຍງາມ, ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໂດຍຈະປັບປຸງໃຫ້ສໍາເລັດພາຍໃນເດືອນກັນຍາ ປີ 2024 ນີ້.

อาจเป็นรูปภาพของ 5 คน และ ข้อความพูดว่า "ยว PWT 口 พะแมภ โยทาาทิภาม และ ลิมสิ่๋) มะถอมทวงวฐจัม Department of Public Works and Transport Vientiane Capital C"

ທ່ານ ບຸນຍະວັດ ນີຣະໄຊຍ໌, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ, ພ້ອມດ້ວຍຄະນະ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນບ່າຍວັນທີ 16 ພຶດສະພາ 2024 ນີ້, ທີ່ພະແນກດັ່ງກ່າວວ່າ: ການສ້າງສວນສາທາລະນະ ປະຕູໄຊ ໄລຍະທີ 1 (ພື້ນທີ່ກະຊວງຍຸຕິທໍາ ຫຼັງເກົ່າ) ມີເນື້ອ ທີ່ 1,5 ເຮັກຕາ ເພື່ອແນໃສ່ເຮັດໃຫ້ໃຈກາງນະຄອນຫຼວງວຽງຈັນ ມີພື້ນທີ່ສາທາລະນະສີຂຽວໃຫ້ຄວາມຮົ່ມເຢັນ, ເປັນບ່ອນພັກຜ່ອນຢ່ອນອາລົມ, ມີສວນຮົ່ມໄມ້, ຮ້ານຂາຍອາຫານເບົາ ແລະ ເຄື່ອງທີ່ລະນຶກ, ມີຫ້ອງນໍ້າສາທາລະນະ, ມີບ່ອນຈອດລົດ, ມີລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນພຶດສະພານີ້ ແລະ ຈະໃຫ້ສໍາເລັດພາຍໃນເດືອນກັນຍາ ປີ 2024.

ไม่มีคำอธิบายรูปภาพ

อาจเป็นรูปภาพของ 1 คน

ທ່ານຍັງໃຫ້ຮູ້ຕື່ມວ່າ: ສວນສາທາລະນະປະຕູໄຊ ໄລຍະທີ 1 ແມ່ນຖືກອອກແບບໂດຍຄະນະທີ່ປຶກສາສະຖາປະນິກ, ຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກ ພະແນກການຄ້າ ແຂວງຢຸນນານ ສປ.ຈີນ ຈໍານວນ 3 ແສນໂດລາສະຫະລັດ ແລະ ທຶນຈາກນະຄອນຫຼວງວຽງຈັນ ອີກຈໍານວນໜຶ່ງ, ໂດຍມີ ບໍລິສັດທີ່ປຶກສາ ແລະ ກໍ່ສ້າງ ແຂວງຢຸນນານ ສປ.ຈີນ ເປັນຜູ້ດໍາເນີນການກໍ່ສ້າງ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...