Homeຂ່າວທ້ອງຖິ່ນຫຼວງພະບາງເຕືອນ! ປະຊາຊົນກ່ຽວກັບອຸບັດຕິເຫດລົດສານເຄມີ ເຮັດໃຫ້ເກີດມີສານເຄມີຈໍານວນຫນື່ງໄຫຼລົງຫ້ວຍ

ຫຼວງພະບາງເຕືອນ! ປະຊາຊົນກ່ຽວກັບອຸບັດຕິເຫດລົດສານເຄມີ ເຮັດໃຫ້ເກີດມີສານເຄມີຈໍານວນຫນື່ງໄຫຼລົງຫ້ວຍ

Published on

ຫ້ອງວ່າການນະຄອນ ຫຼວງພະບາງອອກແຈ້ງການເຖີງ: ທ່ານນາຍບ້ານພາຍໃນເທດສະບານນະຄອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນ ນະຄອນ ຫຼວງພະບາງ ຫ້າມບໍ່ໃຫ້ລົງອາບນໍ້າຄານ, ນໍ້າຂອງ ແລະ ນໍ້າປ່າທີ່ຕາຍຢູ່ນໍ້າຄານ, ນໍ້າຂອງ ນໍາມາປະກອບ ເປັນອາຫານ, ນໍາໄປຂາຍ ຢ່າງເດັດຂາດ.

ອີງຕາມ ກົດຫມາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29 / ສພຊ, ລົງວັນທີ 18 ທັນວາ 2012.
ອີງຕາມ ການເກີດອຸບັດເຫດລົດຂົນສົ່ງສານເຄມີປີ້ນຢູ່ບ້ານ ພູຊ້າງຄໍາ ຄັ້ງວັນທີ 3 ເມສາ 2024. ອິງຕາມ ທິດຊີ້ນໍາຂອງທ່ານ ເຈົ້ານະຄອນ ຫຼວງພະບາງ ຄັ້ງວັນທີ 3 ເມສາ 2024.

ຫ້ອງວ່າການນະຄອນ ຫຼວງພະບາງ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: ຫ້າມບໍ່ໃຫ້ລົງອາບນໍ້າຄານເຂດ ບ້ານ ພູຊ້າງຄໍາລົງມາ ຫາ ປາກຄານ, ນໍ້າຂອງແຕ່ປາກຄານລົງມາ ແລະ ນໍ້າປ່າທີ່ຕາຍຢູ່ນໍ້າຄານ, ນໍ້າຂອງ ນໍາມາ ປະກອບເປັນອາຫານ, ນໍາໄປຂາຍ ຢ່າງເດັດຂາດ ເນື່ອງຈາກວ່າ ປະຈຸບັນໄດ້ເກີດອຸບັດເຫດລົດຂົນສົ່ງສານເຄມີ ປີ້ນຢູ່ ເຂດບ້ານ ພູຊ້າງຄໍາ ນະຄອນ ຫຼວງພະບາງ ເຮັດໃຫ້ເກີດມີສານເຄມີຈໍານວນຫນື່ງໄຫຼລົງຫ້ວຍ ແລ້ວໄຫຼ່ລົງມາຍັງນ້ຳຄານ, ນໍ້າຂອງ ເຮັດໃຫ້ເປັນອັນຕະລາຍຕໍ່ຄົນ, ສັດ, ປາ ແລະ ອື່ນໆ ມອບໃຫ້ທ່ານນາຍບ້ານ ປະກາດຜ່ານໂທລະໂຄງ ໃຫ້ພໍ່ແມ່ປະຊາຊົນຮັບຊາບ ເປັນແຕ່ລະໄລຍະ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...