Homeຂ່າວພາຍ​ໃນພົບພຣະເກືອບ 20 ອົງ ທີ່ບ້ານນາສອບ

ພົບພຣະເກືອບ 20 ອົງ ທີ່ບ້ານນາສອບ

Published on

ຕາມການລາຍງານຂອງນາຍບ້ານນາສອບ, ເມືອງໄຊບູລີ, ແຂວງສະຫວັນນະເຂດໄດ້ໃຫ້ຮູ້ວ່າ: ໃນວັນທີ 14 ພຶດສະພາທີ່ຜ່ານມາ ມີປະຊາຊົນບ້ານນາສອບຊື່ທ້າວ ແຫຼ້ ອາຍຸ 30 ປີ ແລະ ນາງ ກົງ ອາຍຸ 28 ປີ ທັງ 2 ເປັນຄູ່ຜົວເມຍໄດ້ເອົາລົດໄຖ ໄປໄຖສວນຂອງຕົນຢູ່ບ້ານນາສອບເພື່ອກະກຽມປູກມັນຕົ້ນ, ເວລາໄຖດິນໄດ້ພົບເຫັນໄຫຈໍານວນ 1 ໜ່ວຍ ( ໄຫດິນເຜົາ ) ແລ້ວຕົນເອງສ່ອງເບິ່ງໄຫດັ່ງກ່າວມີພະພຸດທະຮູບຈໍານວນ 19 ອົງພ້ອມແຊ່ງ 1 ຄູ່.

ไม่มีคำอธิบายรูปภาพ

ສ່ວນພະພຸດທະຮູບມີອົງນ້ອຍ-ໃຫຍ່ແຕກຕ່າງກັນ, ລັກສະນະສີຂອງອົງພະມີສີເຫຼືອງ 2 ອົງ, ສີເງິນ 17 ອົງ. ຈາກນັ້ນຄູ່ຜົວເມຍກໍໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານ ນໍາເອົາວັດຖຸດັ່ງກ່າວມາໄວ້ທີ່ວັດບ້ານນາສອບເພື່ອຮັກສາໄວ້ ແລະ ນໍາສະເໜີໃຫ້ຂັ້ນເທິງຮັບຮູ້.ຕໍ່ມາໃນວັນທີ 15 ພຶດສະພາຜ່ານມາ, ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ພ້ອມດ້ວຍ ທ່ານ ສີດໍາ ຄໍາທະຈັນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງໄດ້ສົມທົບກັບອໍານາດການປົກຄອງບ້ານລົງຕິດຕາມກວດກາຕົວຈິງເຫັນວ່າມີຂໍ້ມູນຄວາມຈິງທຸກປະການ. ດັ່ງນັ້ນ, ທາງຫ້ອງການ ຖວທ ເມືອງຈຶ່ງໄດ້ເຮັດບົດລາຍງານຫາການນໍາເມືອງ ແລະ ພະແນກ ຖວທ ແຂວງເພື່ອຮັບຊາບ ແລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດຂັ້ນຕໍ່ໄປ.

 

ຂ່າວ: ເມືອງໄຊບູລີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...