spot_img
Homeຂ່າວພາຍ​ໃນອາຊະຍາກຳທາງເຕັກໂນໂລຊີໃນ ສປປ ລາວ ນັບມື້ນັບຫຼາຍຂຶ້ນ

ອາຊະຍາກຳທາງເຕັກໂນໂລຊີໃນ ສປປ ລາວ ນັບມື້ນັບຫຼາຍຂຶ້ນ

Published on

ປັດຈຸບັນ ມີໄພຄຸກຄາມຈາກການຫຼອກລວງທາງນັບມື້ນັບຫຼາຍຂຶ້ນ ເນື່ອງຈາກມິດສາຊີບໄດ້ອາໄສປະໂຫຍດຈາກຊ່ອງຫວ່າງຂອງແອັບທະນາຄານເພື່ອໂອນເງິນອອກບັນຊີໃຫ້ບໍ່ເປັນຕາສົງໃສ.

ກໍລະນີຜູ້ເສຍຫາຍຈາກການຖືກຫຼອກລວງຄົນໜຶ່ງໄດ້ກ່າວວ່າ: ເງິນຫຼາຍກວ່າ 15 ລ້ານຖືກໂອນອອກໂດຍທີ່ຕົນເອງບໍ່ໄດ້ຮັບຮູ້ ຈາກເວລາ 2:00-7:00 ໂມງ ຂອງວັນອາທິດ.

ຫຼັງຈາກເລື່ອງດັ່ງກ່າວໄດ້ເກີດຂຶ້ນ ກໍໄດ້ປະສານງານຫາທາງທະນາຄານ BCEL ຜູ້ເສຍຫາຍກໍໄດ້ຮັບຮູ້ຂໍ້ມູນຕ່າງໆຂອງບັນຊີປາຍທາງທີ່ໄດ້ຮັບເງິນໂອນ ແລ້ວເມື່ອໄດ້ຮັບຮູ້ຂໍ້ມູນຕ່າງໆແລ້ວ ຜູ້ເສຍຫາຍກໍພົບວ່າ ເປັນໝູ່ຕົນເອງທີ່ໄດ້ຮູ້ລະຫັດຜ່ານບັນຊີ ແລະ ເປັນຄົນໂອນເງິນອອກຜ່ານໂທລະສັບຂອງໝູ່ເອງ.

ຜູ້ເສຍຫາຍກ່າວວ່າ: ຮູ້ສຶກຕົກໃຈຫຼາຍເມື່ອຮູ້ວ່າໝູ່ຕົນເອງເປັນຄົນລັກໂອນເງິນໃນບັນຊີຂອງຕົນ ແຕ່ກໍຍັງໂຊກດີທີ່ທາງພໍ່ແມ່ຂອງຜູ້ກ່ຽວເປັນຜູ້ຮັບຜິດຊອບສົ່ງເງິນຄືນ.

ເຖິງວ່າຜູ້ເສຍຫາຍກໍລະນີນີ້ໂຊກດີທີ່ຮູ້ວ່າຄົນກະທຳຜິດເປັນໝູ່ຂອງຕົນ ແຕ່ບໍ່ແມ່ນວ່າຜູ້ເສຍຫາຍຄົນອື່ນໆຈະໂຊກດີໃນການຕິດຕາມຊອກຫາຜູ້ທີ່ລັກເງິນພວກເຂົາໄປ.

ເພື່ອເປັນການປ້ອງກັນບໍ່ໃຫ້ເຫດການດັ່ງກ່າວນັ້ນເກີດຂຶ້ນ ຜູ້ໃຊ້ແອັບທະນາຄານສາມາດໃຊ້ມາດຕະການເພື່ອຫຼີກລ່ຽງໃນການຕົກເປັນເຫຍື່ອຂອງເຫດການປະເພດນີ້.

  • ບໍ່ຄວນໃຊ້ລະຫັດຜ່ານທີ່ຊ້ຳກັນໃນຊ່ອງທາງຕ່າງໆທາງໂທລະສັບ: ການໃຊ້ລະຫັດຜ່ານແບບດຽວກັນໝົດ ເຖິງວ່າລະຫັດຈະຍາກຊ່ຳໃດ ມັນກໍອາດບໍ່ພຽງພໍທີ່ຈະປົກປ້ອງບັນຊີທະນາຄານ ຫຼື ຂໍ້ມູນທາງການເງິນຂອງທ່ານໄດ້ ຫາກມີບຸກຄົນອັນຕະລາຍຫາຮູ້ລະຫັດຜ່ານນັ້ນແລ້ວ ມັນກໍສາມາດເຂົ້າໄປຫາຂໍ້ມູນທີ່ສຳຄັນຕ່າງໆໄດ້ງ່າຍ ສະນັ້ນ ເຮົາຄວນໃຊ້ລະຫັດໃຫ້ຫຼາກຫຼາຍຂຶ້ນ.
  • ການໃຊ້ລະຫັດຜ່ານ 2 ຊັ້ນເພື່ອລະບຸຕົວຕົນ: ມາດຕະການຮັກສາຄວາມປອດໄພນີ້ ຄວນໃຊ້ວິທີການສົ່ງລະຫັດຜ່ານອີກຄັ້ງ ໄປຫາເບີໂທລະສັບ ຫຼື ອີເມວຂອງຕົນເອງ ເພື່ອຢືນຢັນຕົວຕົນອີກຄັ້ງ ເພາະມັນເປັນການສ້າງອຸປະສັກ ແລະ ປ້ອງກັນພວກກຸ່ມຄົນບໍ່ດີເຂົ້າເຖິງຂໍ້ມູນສຳຄັນຂອງເຮົາ.
  • ໃຊ້ຄຸນສົມບັດ ແລະ ເຄື່ອງມືດ້ານຄວາມປອດໄພທີ່ມາຈາກທະນາຄານ: ແອັບພຣິເຄຊັ່ນທະນາຄານມີຄຸນສົມບັດໃນການຮັກສາຄວາມປອດໄພ ເພື່ອປ້ອງກັນບໍ່ໃຫ້ຂໍ້ມູນສ່ວນບຸກຄົນຮົ່ວໄຫຼ, ຕົວຢ່າງເຊັ່ນ BCEL One ຈະຮັກສາຂໍ້ມູນຜູ້ໃຊ້ໃຫ້ຢູ່ໃນຄວາມປອດໄພ ແລະ ມີພຽງບາງຄົນເທົ່ານັ້ນ ທີ່ສາມາດເຂົ້າເຖິງຂໍ້ມູນໄດ້ ແລະ ຈຳເປັນຕ້ອງເກັບຂໍ້ມູນໄວ້ເປັນຄວາມລັບ, ສຳລັບຂໍ້ມູນທີ່ສຳຄັນທັງໝົດ ກ່ອນຈະເຂົ້າໄດ້ຕ້ອງໄດ້ເຂົ້າລະຫັດຜ່ານທີ່ເອີ້ນວ່າ Secure Socket Layer (SSL) ກ່ອນ.

ບັນດາຂັ້ນຕອນຕ່າງໆເຫຼົ່ານີ້ ເປັນພຽງຂັ້ນຕົ້ນທີ່ຈະສາມາດປ້ອງກັນຕົນເອງຈາກອາຊະຍະກຳທາງເຕັກໂນໂລຊີ ຜູ້ໃຊ້ຈຳເປັນຕ້ອງລະມັດລະວັງ ທີ່ສຳຄັນບໍ່ຄວນໃຫ້ຄົນອື່ນຮັບຮູ້ເຖິງຂໍ້ມູນທີ່ສຳຄັນໃນໂທລະສັບຂອງຕົນເອງເຊັ່ນ ລະຫັດຜ່ານແອັບທະນາຄານ ຫຼື ລະຫັດຜ່ານໃນການຮັບຮູ້ຂໍ້ມູນສຳຄັນຕ່າງໆ ເປັນຕົ້ນ.

ຂໍ້ມູນຈາກ The Laotian Time

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...