Homeຂ່າວພາຍ​ໃນທໍາລາຍສິນຄ້າປະເພດກາເຟ NESCAFE ທີ່ເປັນສິນຄ້າປອມແປງ ຫຼື ລອກລຽນແບບ

ທໍາລາຍສິນຄ້າປະເພດກາເຟ NESCAFE ທີ່ເປັນສິນຄ້າປອມແປງ ຫຼື ລອກລຽນແບບ

Published on

ພິທີທໍາລາຍສິນຄ້າປະເພດກາເຟ NESCAFE ທີ່ເປັນສິນຄ້າປອມແປງ ຫຼື ລອກລຽນແບບ ຈັດຂຶ້ນໃນວັນທີ 17 ພຶດສະພາ 2024 ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຈໍາປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາແດງ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ໄກ່ທອງ ສຸວັນນາດີ ຮອງຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ, ມີຕາງໜ້າບໍລິສັດ ເນສເລ້, ມີຂະແໜງການກ່ຽວຂ້ອງ ແລະ ພະນັກງານກວດກາການຄ້າ ເຂົ້າຮ່ວມ.

ທ່ານ ໄກ່ທອງ ສຸວັນນາດີ ຮອງຫົວໜ້າຂະແໜງການຄ້າພາຍໃນ ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດຕໍ່ກັບຜົນກວດກາສິນຄ້າປະເພດກາເຟ (NESCAFE) ເພື່ອປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ເລກທີ 02/ສພຊ,ລົງວັນທີ 30 ມິຖຸນາ 2010 ທີ່ເປັນສິນຄ້າປອມແປງ ຫຼື ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າທີ່ນໍາມາຈໍາໜ່າຍພາຍໃນແຂວງຈໍາປາສັກ. ໂດຍກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບເຈົ້າໜ້າທີ່ການຄ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ເຈົ້າໜ້າທີ່ ປກສ ແຂວງ, ຂະແໜງຊັບສິນທາງປັນຍາ ແລະ ມາດຕະຖານວັດແທກ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ນະຄອນປາກເຊ, ລົງກວດກາຮ້ານຄ້າທີ່ເປັນເປົ້າໝາຍໃນການກວດກາຈໍານວນ 3 ເມືອງ ຄື: ນະຄອນປາກເຊ, ເມືອງສຸຂຸມາ, ເມືອງປາກຊ່ອງ ແລະ ສາມາດກວດພົບພ້ອມຢຶດສິນຄ້າປະເພດກາເຟ NESCAFE ທີ່ເປັນສິນຄ້າປອມແປງ ຫຼື ລອກລຽນແບບຈໍານວນ 266 ຖົງ.

ໂອກາດນີ້ທ່ານ ຄໍາແດງ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ກໍໄດ້ມີຄໍາເຫັນໂດຍເນັ້ນໜັກໃຫ້ຄະນະກຳມະການກວດກາສິນຄ້າຂັ້ນແຂວງ, ຂັ້ນເມືອງສືບຕໍ່ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານກວດກາສິນຄ້າຢ່າງເຂັ້ມງວດ ແນໃສ່ເພື່ອຮັບປະກັນປົກປ້ອງຜົນປະໂຫຍດຂອງຜູ້ບໍລີໂພກສິນຄ້າ ໃຫ້ໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບດີ.
ພ້ອມນີ້ຄະນະຜູ້ແທນທີ່ເຂົ້າຮ່ວມພິທີກໍໄດ້ຮ່ວມກັນທໍາລາຍສິນຄ້າປະເພດກາເຟ NESCAFE ທີ່ເປັນສິນຄ້າປອມແປງ ຫຼື ລອກລຽນແບບ.

ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...