spot_img
Homeຂ່າວຕ່າງປະເທດພົບຜູ້ປ່ວຍ 500 ຄົນ ຫຼັງກິນເຂົ້າຈີ່ປັດເຕ້

ພົບຜູ້ປ່ວຍ 500 ຄົນ ຫຼັງກິນເຂົ້າຈີ່ປັດເຕ້

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ພົບຜູ້ປ່ວຍ 500 ຄົນມາຮັກສາຕົວຢູ່ໂຮງໝໍດ້ວຍອາການອາຫານເປັນພິດ, ຫຼັງຮັບປະທານເມນູບັນໝີ່ ຫຼື ເຂົ້າຈີ່ປັດເຕ້ ທີ່ຮ້ານໜຶ່ງທີ່ຕັ້ງຢູ່ເຂດຊວນບິນ, ເມືອງລອງຄັນ, ແຂວງດົງນາຍ.

บั๊ญหมี่ - วิกิพีเดีย

ເຈົ້າໜ້າທີ່ໄດ້ລາຍງານໃຫ້ຮູ້ວ່າ: ມີຜູ້ປ່ວຍເຂົ້າຮັບການຮັກສາບາງຄົນສາມາດກັບໄປພັກຜ່ອນຢູ່ເຮືອນໄດ້ແລ້ວ, ແຕ່ກໍຍັງມີຜູ້ປ່ວຍໜັກອີກ 12 ຄົນ ທີ່ທຳການຮັກສາຢູ່ໂຮງໝໍ, ເຊິ່ງກໍລະນີຮ້າຍແຮງສຸດແມ່ນເດັກຊາຍ, ອາຍຸ 6 ປີ ຍັງມີອາການໂຄມາ, ປັດສະວະໜ້ອຍ ແລະ ຍັງຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ ແລະ ຟອກໝາກໄຂ່ຫຼັງ.

หมอเล่า คำขอจากผู้ป่วยมะเร็งวัย 15 ช่วยด้วย ผมอยากกลับบ้าน

ຫຼັງຈາກເກີດເຫດການຂຶ້ນ, ເຈົ້າໜ້າທີ່ໄດ້ສັ່ງປິດຮ້ານດັ່ງກ່າວຊົ່ວຄາວ, ເພາະຄາດວ່າ: ວັດຖຸດິບທີ່ນຳມາປຸງແຕ່ງອາດມີການເນົ່າ, ບູດ ເນື່ອງຈາກອາກາດຮ້ອນ ແລະ ເບື້ອງຕົ້ນທີ່ເຂົ້າກວດສອບພາຍໃນຮ້າຍຍັງພົບວ່າ ລະບົບການປຸງແຕ່ງແມ່ນບໍ່ຜ່ານຕາມມາດຕະຖານເລື່ອງຄວາມປອດໄພຂອງອາຫານທີ່ໄດ້ກຳນົດໄວ້.

ຂ່າວ: BBC

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...