spot_img

ຂ່າວພາຍໃນ

ຂ່າວຕ່າງປະເທດ

ຂ່າວທ່ອງທ່ຽວ

ຂ່າວບັນເທິງ

ຂ່າວໄອທີ

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ Huawei ເຊິ່ງໄດ້ນຳໃຊ້ເທັກໂນໂລຊີ 50G PON ເພື່ອໃຫ້ບໍລິການອິນເຕີເນັດຄວາມໄວສູງສຸດ. -ມີຄວາມໄວດາວໂຫຼດ ແລະ ອັບໂຫຼດຂໍ້ມູນຕ່າງໆ. -ເຄືອຂ່າຍນີ້ສາມາດເຮັດຄວາມໄວໃນການດາວໂຫຼດໄດ້ສູງສຸດເຖິງ 9.8 Gbps ແລະ...

ອາຊະຍາກຳທາງເຕັກໂນໂລຊີໃນ ສປປ ລາວ ນັບມື້ນັບຫຼາຍຂຶ້ນ

ປັດຈຸບັນ ມີໄພຄຸກຄາມຈາກການຫຼອກລວງທາງນັບມື້ນັບຫຼາຍຂຶ້ນ ເນື່ອງຈາກມິດສາຊີບໄດ້ອາໄສປະໂຫຍດຈາກຊ່ອງຫວ່າງຂອງແອັບທະນາຄານເພື່ອໂອນເງິນອອກບັນຊີໃຫ້ບໍ່ເປັນຕາສົງໃສ. ກໍລະນີຜູ້ເສຍຫາຍຈາກການຖືກຫຼອກລວງຄົນໜຶ່ງໄດ້ກ່າວວ່າ: ເງິນຫຼາຍກວ່າ 15 ລ້ານຖືກໂອນອອກໂດຍທີ່ຕົນເອງບໍ່ໄດ້ຮັບຮູ້ ຈາກເວລາ 2:00-7:00 ໂມງ ຂອງວັນອາທິດ. ຫຼັງຈາກເລື່ອງດັ່ງກ່າວໄດ້ເກີດຂຶ້ນ ກໍໄດ້ປະສານງານຫາທາງທະນາຄານ BCEL ຜູ້ເສຍຫາຍກໍໄດ້ຮັບຮູ້ຂໍ້ມູນຕ່າງໆຂອງບັນຊີປາຍທາງທີ່ໄດ້ຮັບເງິນໂອນ ແລ້ວເມື່ອໄດ້ຮັບຮູ້ຂໍ້ມູນຕ່າງໆແລ້ວ ຜູ້ເສຍຫາຍກໍພົບວ່າ ເປັນໝູ່ຕົນເອງທີ່ໄດ້ຮູ້ລະຫັດຜ່ານບັນຊີ ແລະ ເປັນຄົນໂອນເງິນອອກຜ່ານໂທລະສັບຂອງໝູ່ເອງ. ຜູ້ເສຍຫາຍກ່າວວ່າ: ຮູ້ສຶກຕົກໃຈຫຼາຍເມື່ອຮູ້ວ່າໝູ່ຕົນເອງເປັນຄົນລັກໂອນເງິນໃນບັນຊີຂອງຕົນ ແຕ່ກໍຍັງໂຊກດີທີ່ທາງພໍ່ແມ່ຂອງຜູ້ກ່ຽວເປັນຜູ້ຮັບຜິດຊອບສົ່ງເງິນຄືນ. ເຖິງວ່າຜູ້ເສຍຫາຍກໍລະນີນີ້ໂຊກດີທີ່ຮູ້ວ່າຄົນກະທຳຜິດເປັນໝູ່ຂອງຕົນ ແຕ່ບໍ່ແມ່ນວ່າຜູ້ເສຍຫາຍຄົນອື່ນໆຈະໂຊກດີໃນການຕິດຕາມຊອກຫາຜູ້ທີ່ລັກເງິນພວກເຂົາໄປ. ເພື່ອເປັນການປ້ອງກັນບໍ່ໃຫ້ເຫດການດັ່ງກ່າວນັ້ນເກີດຂຶ້ນ ຜູ້ໃຊ້ແອັບທະນາຄານສາມາດໃຊ້ມາດຕະການເພື່ອຫຼີກລ່ຽງໃນການຕົກເປັນເຫຍື່ອຂອງເຫດການປະເພດນີ້. ບໍ່ຄວນໃຊ້ລະຫັດຜ່ານທີ່ຊ້ຳກັນໃນຊ່ອງທາງຕ່າງໆທາງໂທລະສັບ: ການໃຊ້ລະຫັດຜ່ານແບບດຽວກັນໝົດ...

ພະຍາກອນອາກາດ

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ສົ່ງຜົນກະທົບໃຫ້ມີຝົນຕົກໜັກ, ຟ້າຮ້ອງ ຟ້າເຫຼື້ອມ ໃນລະຫວ່າງວັນທີ 30/08/2025 - 02/09/2025. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນໃນແຕ່ລະພາກທົ່ວປະເທດ, ຈົ່ງມີສະຕິລະມັດລະວັງ ແລະ...

ຂ່າວທ້ອງຖີ່ນ

ໃຫ້ສຳເລັດໃນ 5 ປີ ກະຊວງໂຍທາທິການ ແລະ ຂົນສົ່ງ ສຸມໃສ່ການຍົກລະດັບເສັ້ນທາງຄົມມະນາຄົມທາງບົກ 11 ໂຄງການ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ວາງທິດທາງແຜນການ, ຄາດໝາຍສູ້ຊົນ, ວຽກງານຈຸດສຸມແຕ່ລະດ້ານ ແລະ ມາດຕະການຈັດຕັ້ງປະຕິບັດ ໃນ 5 ປີຕໍ່ໜ້າ(2026-2030) ໂດຍຈະສຸມໃສ່ຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມ ເພື່ອເຊື່ອມຈອດພາກພື້ນຕາມບັນ ດາແລວທາງເສດຖະກິດ, ໄປພ້ອມກັບການພັດທະນາເສັ້ນທາງເຊື່ອມຈອດພາຍໃນ ຕິດພັນກັບການພັດ ທະນາຕົວເມືອງ ໃຫ້ສໍາເລັດ 11 ໂຄງການ. ພ້ອມທັງ, ຈະສຸມໃສ່ນໍາໃຊ້ທ່າແຮງ ຂອງທຸກພາກສ່ວນເສດ...

ແຈ້ງໃຫ້ປະຊາຊົນລາວຮັບຮູ້ ກ່ອນເດີນທາງໄປຕ່າງປະເທດຜ່ານໄສະໜາມບິນໄທ ດ່ານສະໜາມບິນຂອງໄທ ໄດ້ປັບປຸງລະບົບກວດສອບຂໍ້ມູນ

ດ່ານສະໜາມບິນຂອງໄທ ໄດ້ປັບປຸງລະບົບກວດສອບຂໍ້ມູນ ສຳລັບຜູ້ທີ່ມີການປ່ຽນແປງຂໍ້ມູນໃນໜັງສືຜ່ານແດນ ຈະຖືກເຊີນເຂົ້າໃຫ້ຄໍາຊີ້ແຈງ ແລະ ບໍ່ອະນຸຍາດໃຫ້ເຂົ້າ-ອອກປະເທດໄທ. ຫ້ອງວ່າການນະຄອນໄກສອນພົມວິຫານ ຂໍຖືເປັນກຽດແຈ້ງມາຍັງ 67 ບ້ານ ພາຍໃນ ນະຄອນຊາບວ່າ: ປະຈຸບັນເຈົ້າໜ້າທີ່ດ່ານສະໜາມບິນຂອງໄທ ໄດ້ປັບປຸງລະບົບກວດສອບຂໍ້ມູນ ຂອງໜ່ວຍງານຕໍາ ຫຼວດ ກວດຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ, ເພື່ອສະກັດກັ້ນກຸ່ມຄົນບໍ່ຫວັງດີ ໂດຍສະເພາະແມ່ນບຸກຄົນ ທີ່ມີການປ່ຽນແປງຂໍ້ມູນໃນໜັງສືຜ່ານແດນ ບໍ່ກົງກັບເຫຼັ້ມເກົ່າເຊັ່ນ: ຊື່ ນາມສະກຸນ ແລະ...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2 ປີ (2024-2025) Felix ໄດ້ບໍລິຈາກລວມມູນຄ່າທັງໝົດປະມານ 3 ຕື້ກີບ. Felix ແມ່ນສິນລະປິນ ທີ່ມີຊື່ສຽງ ຂອງ ສ.ເກົາຫຼີ...