ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ. ສະນັ້ນ, ຂໍແຈ້ງມາຍັງ ບັນດາ ການນໍາພັກ-ລັດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ຜູ້ປະກອບການ, ພໍ່ແມ່ປະຊາຊົນ ບັນດາເຜົ່າ ເພື່ອຮັບຊາບ ແລະ ບໍ່ໃຫ້ແຕກຕື່ນ.
ໃນວັນທີ 8 ພະຈິກ 2026 ຜ່ານມາ, ຄະນະສະເພາະກິດເມືອງແປກ ໄດ້ຮັບແຈ້ງຈາກປະຊາຊົນ ວ່າໄດ້ມີປະກົດການປາຕາຍ ຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ, ຊຶ່ງບັນຫາດັ່ງກ່າວໄດ້ມີບຸກຄົນນໍາໄປລົງສື່ສັງຄົມອອນລາຍ ສ້າງຄວາມເສື່ອມເສຍໃຫ້ແກ່ການນໍາພັກ-ລັດ ເຮັດໃຫ້ປະຊາຊົນມີຄວາມກັງວົນຕໍ່ຄຸນນະພາບແຫລ່ງນໍ້າ ແລະ ຄວາມປອດໄພດ້ານສິ່ງແວດລ້ອມ-ສັງຄົມ ຕໍ່ກັບບັນຫາດັ່ງກ່າວ ຄະນະທີມງານສະເພາະກິດເມືອງແປກ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຄະນະອົງການປົກຄອງບ້ານ ລົງກວດກາ, ເກັບກຳຂໍ້ມູນສະພາບການຕົວຈິງ ໂດຍມີລາຍລະອຽດດັ່ງນີ້: ພາຍຫລັງໄດ້ມີເຫດການເກີດຂຶ້ນໃນເວລາ 10 ໂມງ ຂອງວັນທີ 8 ພະຈິກ 2026, ຄະນະທີມງານ ສະເພາະກິດ ເມືອງແປກ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງສົມທົບກັບການຈັດຕັ້ງບ້ານ ເພື່ອລົງກວດກາເບິ່ງເຫດການປາຕາຍຕົວຈິງ ຢູ່ຫວຍນໍ້າຫີນລາຍ ລະຫວ່າງ ຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ຜ່ານການລົງກວດກາເຫັນວ່າ ແມ່ນມີມູນຄວາມຈິງແທ້ ຕໍ່ກັບເຫດການດັ່ງກ່າວ, ຄະນະ ທີມງານລົງກວດກາ ເບິ່ງຕາມຫ້ວຍນໍ້າຫີນລາຍ ເພື່ອຊອກຫາສາເຫດ ໄດ້ພົບເຫັນນໍ້າເປື້ອນທີ່ໄຫລມາຈາກຮ່ອງລະບາຍທໍ່ນໍ້າເສຍອອກມາຈາກບ້ານໂພນງາມເໜືອ ລົງສູ່ຫ້ວຍນໍ້າຫີນລາຍ.
ດັ່ງນັ້ນ, ຄະນະທີມງານລົງກວດກາໄດ້ສົມທົບເຈົ້າໜ້າທີ່ ປກສ ເມືອງແປກ ເພື່ອຂໍຄໍາສັ່ງ ກວດຄົ້ນເຮືອນຂອງປະຊາຊົນ ທີ່ມີເປົ້າໝາຍການສົງໄສລັກລອບແຊ່ແຮ່ຄໍາແບບຜິດກົດໝາຍ, ໃນມື້ດຽວກັນ, ເຈົ້າໜ້າທີ່ ແລະ ທີມງານທີ່ລົງກວດກາ ໄດ້ທຳການກວດຄົ້ນເຮືອນ ຂອງທ້າວ ວົງວ່າງ, ອາຊີບພະນັກງານ ປະຈຳການຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຊຶ່ງເຮືອນຂອງຜູ້ກ່ຽວ ຫ່າງຈາກສາຍນໍ້າຫ້ວຍຫີນລາຍ ປະມານ 80 ແມັດ. ຜ່ານການກວດຄົ້ນເຈົ້າໜ້າທີ່ໄດ້ພົບເຫັນ ອ່າງແຊ່ແຮ່ຄໍາຢູ່ຕໍ່ໜ້າເຮືອນຂອງຜູ້ກ່ຽວ ຈໍານວນ 01 ອ່າງຂະໜາດ 1,60 ແມັດ X 2,80 ແມັດ X 60 ຊັງຕີ ພົບເຫັນຂີ້ຫາງແຮ່ ແລະ ວັດຖຸອຸປະກອນ ນໍ້າສານເຄມີທີ່ແຊ່ແຮ່ຄໍາຈໍານວນໜຶ່ງ. ຕໍ່ກັບການກວດກາ, ເຈົ້າໜ້າທີ່ໄດ້ນໍາຕົວຜູ້ກ່ຽວ ມາກັກຕົວໄວ້ຢູ່ ປກສ ເມືອງແປກ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

ໃນວັນທີ 9 ພະຈິກ 2026 ທີມງານຈາກພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຄະນະສະເພາະກິດຂັ້ນເມືອງ, ຄະນະອົງການປົກຄອງບ້ານ ພ້ອມຜູ້ຕາງໜ້າເຈົ້າຂອງແຮ່ ເພື່ອລົງກວດກາ ແລະ ເກັບກຳຂໍ້ມູນຕົວຢ່າງດິນຈຸດບົ່ມແຮ່ 2 ຈຸດ, ຕົວຢ່າງນໍ້າຕາມເຂດທີ່ມີປາຕາຍ 8 ຈຸດ ເພື່ອໄປວິໄຈຫາສານເຄມີປົນເປື້ອນ, ຜ່ານການວິໄຈເຫັນວ່າ ບັນດາຈຸດດັ່ງກ່າວ ມີຄ່າ ໄຊຍາໄນ (CN-) ເກີນມາດຕະຖານ ເປັນສາເຫດເຮັດໃຫ້ປາຕາຍ, ຫລັງຈາກນັ້ນທາງຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງແປກ ໄດ້ອອກແຈ້ງການ ຫາຕາແສງ, ບ້ານທີ່ຢູ່ບໍລິເວນໃກ້ຄຽງ ເພື່ອບໍ່ໃຫ້ນໍາໃຊ້ນໍ້າຫ້ວຍດັ່ງກ່າວເຂົ້າໃນຊີວິດປະຈຳວັນ, ຫ້າມຫາປາມາບໍລິໂພກ ຫລື ຂາຍ ຈົນກວ່າຈະມີການຟື້ນຟູ ແລະ ແກ້ໄຂສໍາເລັດ.
ມາໃນວັນທີ 12 ພະຈິກ 2026 ທີມງານຈາກພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຄະນະສະເພາະກິດຂັ້ນເມືອງ, ຄະນະອົງການປົກຄອງບ້ານ ພ້ອມດ້ວຍຜູ້ຕາງໜ້າເຈົ້າຂອງແຮ່ ເພື່ອລົງແກ້ໄຂຮີບດ່ວນ ໃນການເກັບມ້ຽນປາທີ່ຕາຍຢູ່ໃນບໍລິເວນຫ້ວຍນໍ້າ ມີປາຕາຍທັງໝົດ 47 ກິໂລກຣາມ ແລະ ໄດ້ເກັບຕົວຢ່າງມາວິໄຈຄືນ ຢູ່ຫ້ວຍຫີນລາຍ ຈໍານວນ 4 ຈຸດ ເພື່ອມາວິໄຈຄືນຄັ້ງທີ 2, ຜ່ານການວິໄຈເຫັນວ່າ ຄຸນນະພາບນໍ້າຢູ່ໃນເກນມາດຕະຖານ ສິ່ງແວດລ້ອມແຫ່ງຊາດ. ດັ່ງນັ້ນ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງແປກ ໄດ້ອອກແຈ້ງການ ຫາຕາແສງ, ບ້ານທີ່ຢູ່ບໍລິເວນໃກ້ຄຽງ ແມ່ນສາມາດນໍາໃຊ້ນໍ້າໄດ້ ແຕ່ບໍ່ໃຫ້ບໍລິໂພກ ສັດນໍ້າ, ພືດ ໃນບໍລິເວນນັ້ນກ່ອນ, ແຕ່ເພື່ອຄວາມຮັບປະກັນແມ່ນໃຫ້ມີຄວາມລະມັດລະວັງ ໃນການນໍາໃຊ້ນໍ້າເຂດດັ່ງກ່າວ ແລະ ໃຫ້ສັງເກດສະພາບນໍ້າໄປພ້ອມ ຖ້າຫາກມີສິ່ງຜິດປົກກະຕິ ຫລື ສັດນໍ້າຕາຍ ແມ່ນໃຫ້ລາຍງານພາກສ່ວນກ່ຽວຂ້ອງໂດຍໄວ.

ໃນວັນທີ 17 ພະຈິກ 2026, ທີມງານຈາກພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຄະນະສະເພາະກິດຂັ້ນເມືອງ, ຕາແສງ ແລະ ຄະນະບ້ານ ພ້ອມດ້ວຍຜູ້ຕາງໜ້າເຈົ້າຂອງແຮ່ ເພື່ອເກັບມ້ຽນຫາງແຮ່ດັ່ງກ່າວສໍາເລັດ. ຕໍ່ກັບເຫດການປາຕາຍຄັ້ງນີ້ ຄະນະທີມງານສະເພາະກິດເມືອງແປກ ຂໍຢັ້ງຢືນວ່າເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ, ເມືອງແປກ, ແຂວງ ຊຽງຂວາງ.
ຂໍ້ມູນ ແລະ ຮູບພາບ: ຂປລ.

