Homeຂ່າວທ້ອງຖິ່ນແຫ່ສົ່ງກຳລັງໃຈໃຫ້ 2 ກູ້ໄພຊາວໄທ! 2 ກູ້ໄພຊາວໄທ ມີອາການອ່ອນເພຍ ແລະ ຮ່າງກາຍເລີ່ມຕອບສະໜອງຜິດປົກກະຕິ ລະຫວ່າງປະຕິບັດພາລະກິດຊ່ວຍເຫຼືອ 7 ຊີວິດ ທີ່ຕິດຢູ່ໃນຖ້ຳ

ແຫ່ສົ່ງກຳລັງໃຈໃຫ້ 2 ກູ້ໄພຊາວໄທ! 2 ກູ້ໄພຊາວໄທ ມີອາການອ່ອນເພຍ ແລະ ຮ່າງກາຍເລີ່ມຕອບສະໜອງຜິດປົກກະຕິ ລະຫວ່າງປະຕິບັດພາລະກິດຊ່ວຍເຫຼືອ 7 ຊີວິດ ທີ່ຕິດຢູ່ໃນຖ້ຳ

Published on

ວັນທີ 26 ພຶດສະພາ 2026 ທີ່ຜ່ານມາ, 2 ກູ້ໄພ ຕົວແທນຈາກສະມາຄົມກູ້ໄພສາຍທານສະພານບຸນ ເມືອງສີສົງຄາມ ແຂວງນະຄອນພະນົມ ປະເທດໄທ ເຊິ່ງເປັນໜຶ່ງໃນທີມກູ້ໄພທີ່ເດີນທາງໄປຊ່ວຍຜູ້ປະສົບໄພ 7 ຄົນ ທີ່ຕິດຢູ່ໃນຖ້ຳ ທີ່ແຂວງໄຊສົມບູນ ປະເທດລາວ ຕັ້ງແຕ່ວັນທີ 19 ພຶດສະພາ 2026 ໄດ້ອອກມາອັບເດດພາລະກິດຫຼ້າສຸດ.

ໂດຍລະບຸວ່າ ລະດັບນ້ຳຫຼຸດລົງເກືອບ 2 ແມັດ ທີມງານໄດ້ປະຕິບັດວຽກຕັ້ງແຕ່ເຊົ້າຈົນຮອດ 23:25 ໂມງ ໂດຍຕະຫຼອດທັງມື້ເປັນການແຂ່ງກັບເວລາ ຄວາມມືດ ແລະ ຂໍ້ຈຳກັດພາຍໃນຖ້ຳ.

ທີມງານໄດ້ເລັ່ງຕິດຕັ້ງເຄື່ອງສູບນ້ຳເພີ່ມ ຈົນສາມາດຫຼຸດລະດັບນ້ຳລົງໄດ້ເກືອບ 2 ແມັດ ຖືເປັນຄວາມຄືບໜ້າສຳຄັນຂອງພາລະກິດ ພ້ອມກັນນັ້ນ ຍັງສາມາດວາງລະບົບສື່ສານໄປຮອດໂຖງສຸດທ້າຍ ເຖິງແມ່ນວ່າພາລະກິດຈະດຳເນີນໄປໄດ້ດີ ແຕ່ຄວາມປອດໄພຂອງທີມງານຍັງເປັນສິ່ງສຳຄັນທີ່ສຸດ ໃນລະຫວ່າງປະຕິບັດງານ ທີມສ່ວນໜ້າ 2 ໃນ 6 ຄົນ ມີອາການວິນຫົວ ແລະ ຮ່າງກາຍເລີ່ມຕອບສະໜອງຜິດປົກກະຕິ ຈຶ່ງຕ້ອງຖອນກຳລັງກັບສູ່ຈຸດປອດໄພທັນທີ ເພື່ອພັກຟື້ນຮ່າງກາຍ ແລະ ປະເມີນຄວາມພ້ອມ ກ່ອນຈະກັບໄປປະຕິບັດພາລະກິດຕໍ່ໃນມື້ຕໍ່ໄປ.

ທາງທີມກູ້ໄພຢືນຢັນວ່າ ທັງ 2 ຄົນບໍ່ໄດ້ໝົດສະຕິ ຫຼື ເກີດອຸບັດເຫດແຕ່ຢ່າງໃດ ແຕ່ເປັນອາການອ່ອນລ້າຈາກການຄົ້ນຫາທີ່ໜັກຕະຫຼອດ 3 ມື້ ທັງການຄານເຂົ້າໄປໃນຖ້ຳ ແລະ ດໍານໍ້າ ທີ່ຕ້ອງເຮັດສະຫຼັບກັນຕະຫຼອດມື້ ໂດຍປັດຈຸບັນນີ້ທັງ 2 ຄົນປອດໄພດີ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...