Homeຂ່າວຕ່າງປະເທດຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ ເດີນທາງມາອິນໂດເນເຊຍ.

ທາງການອິນໂດເນເຊຍໄດ້ເຜີຍແພ່ພາບຈາກກ້ອງວົງຈອນປິດທີ່ສະໜາມບິນໃນນະຄອນຫຼວງຈາກາຕາ ເມື່ອວັນທີ 28 ກໍລະກົດ 2026 ເຊິ່ງໄດ້ປະກົດພາບນັກບິນສາຍການບິນມາເລເຊຍ (Malaysia Airlines) ຄົນໜຶ່ງ ຍ່າງໄປຮັບກະເປົາເດີນທາງສີເທົາ. ຫຼັງຈາກນັ້ນ ນັກບິນດັ່ງກ່າວໄດ້ເຂົ້າກວດກະເປົາຜ່ານຊ່ອງທາງຂອງລູກເຮືອ ແຕ່ເມື່ອກະເປົາເຂົ້າເຄື່ອງກວດແລ້ວ ເຈົ້າໜ້າທີ່ຈຶ່ງຂໍກວດຄົ້ນກະເປົາອີກຮອບ ແລະ ພົບຖົງບັນຈຸຢາເສບຕິດເຊື່ອງຢູ່ກ້ອງເສື້ອຜ້າ ໂດຍເປັນຢາອີ 70,114 ເມັດ ນ້ຳໜັກ 26 ກິໂລກຼາມ ແລະ ຢາໄອສ໌ (ເມດແອມເຟຕາມີນ) 4 ກຼາມ.

ທາງການອິນໂດເນເຊຍລະບຸວ່າ ນັກບິນຄົນດັ່ງກ່າວໄດ້ຖືຂວດບັນຈຸນ້ຳຍ່ຽວ ເຊິ່ງສົງໄສວ່ານັກບິນກຽມໄວ້ເພື່ອໃຊ້ປອມຜົນກວດ. ໂດຍຜົນກວດສານເສບຕິດຂອງນັກບິນ ພົບເຫັນຢາອີ, ໂຄເຄນ ແລະ ຢາໄອສ໌. ນັກບິນໄດ້ໃຊ້ປະໂຫຍດຈາກລະບົບການຈັດການສຳພາລະລູກເຮືອ ໂດຍຜູ້ຖືກຫາໄດ້ຮັບສາລະພາບວ່າ ໄດ້ຖືກຈ້າງເປັນເງິນ 50,000 ຣິງກິດ ຫຼື ປະມານ 276,000,000 ກີບ ໃຫ້ຂົນຢາເສບຕິດເຂົ້າອິນໂດເນເຊຍ ແລະ ເຄີຍພະຍາຍາມເຮັດມາແລ້ວ 3 ຄັ້ງ ເຊິ່ງອິນໂດເນເຊຍເປັນທັງຈຸດໝາຍປາຍທາງຂອງເສັ້ນທາງລຳລຽງຢາເສບຕິດຂ້າມຊາດ ແລະ ເປັນທາງຜ່ານໄປຍັງອົດສະຕຣາລີ ແລະ ນິວຊີແລນ.

ທາງການອິນໂດເນເຊຍ ເຊື່ອວ່າ ນັກບິນຄົນດັ່ງກ່າວອາດເປັນສ່ວນໜຶ່ງຂອງເຄືອຂ່າຍຄ້າຢາເສບຕິດຂ້າມຊາດ ແລະ ຄາດວ່າຜູ້ຮ່ວມຂະບວນການອາດຍັງຢູ່ໃນນະຄອນຫຼວງຈາກາຕາ. ໃນຂະນະທີ່ສາຍການບິນມາເລເຊຍ ໄດ້ຢືນຢັນວ່າ ຈະໃຫ້ຄວາມຮ່ວມມືກັບທາງການຢ່າງເຕັມທີ່ ທ່າມກາງການຕັ້ງຄຳຖາມເຖິງຄວາມບໍ່ເຂັ້ມງວດຂອງການກວດການັກບິນ ແລະ ລູກເຮືອຂອງສາຍການບິນຕ່າງໆ.

ທາງການມາເລເຊຍ ໄດ້ອອກມາຊີ້ແຈງວ່າ ການກວດຄັດກອງຜູ້ໂດຍສານ ແລະ ລູກເຮືອທີ່ສະໜາມບິນໃນມື້ເກີດເຫດ ເປັນໄປຕາມປົກກະຕິ ແລະ ບໍ່ພົບສິ່ງຕ້ອງສົງໄສໃດໆ ເຊິ່ງຈະຕ້ອງໄດ້ກວດສອບເພີ່ມເຕີມວ່າ ຢາເສບຕິດຫຼຸດການກວດຄົ້ນຂອງສະໜາມບິນໄປໄດ້ແນວໃດ.

ພາຍໃຕ້ກົດໝາຍຢາເສບຕິດຂອງອິນໂດເນເຊຍ ຜູ້ທີ່ຖືກຕັດສິນວ່າມີຄວາມຜິດລັກລອບນຳເຂົ້າ ຫຼື ຄ້າຢາເສບຕິດໃນປະລິມານຫຼາຍ ອາດຖືກລົງໂທດສູງສຸດເຖິງປະຫານຊີວິດ ຫຼື ຈຳຄຸກຕະຫຼອດຊີວິດ, ອິນໂດເນເຊຍຈຶ່ງຖືເປັນໜຶ່ງໃນປະເທດທີ່ມີກົດໝາຍປາບປາມຢາເສບຕິດເຂັ້ມງວດທີ່ສຸດໃນໂລກ.

ແຫຼ່ງທີ່ມາ: ABC News, Thai PBS, TNN, South China Morning Post

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...