Homeຂ່າວທ້ອງຖິ່ນພົບເຮືອເກົ່າແກ່ ຄົ້ນພົບເຮືອຮົບສະໄໝສົງຄາມ ຈໍານວນ 4 ລຳ ທີ່ບ້ານອາລັອງ, ເມືອງນອງ, ແຂວງສະຫວັນນະເຂດ ພ້ອມຈະອະນຸລັກ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ

ພົບເຮືອເກົ່າແກ່ ຄົ້ນພົບເຮືອຮົບສະໄໝສົງຄາມ ຈໍານວນ 4 ລຳ ທີ່ບ້ານອາລັອງ, ເມືອງນອງ, ແຂວງສະຫວັນນະເຂດ ພ້ອມຈະອະນຸລັກ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ

Published on

ໃນວັນທີ 18 ກຸມພາ 2026 ທີ່ຜ່ານມາ, ທ່ານ ບົວລົມ ອິນທີທະວົງ ປະທານຄະນະກຳມະການປົກຄອງເມືອງນອງ ພ້ອມຄະນະ ໄດ້ລົງສຳຫຼວດ ແລະ ຈັບຈຸດພິກັດແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ບ້ານອາລັອງ, ເມືອງນອງ, ແຂວງສະຫວັນນະເຂດ. ນີ້ບໍ່ແມ່ນພຽງການທ່ຽວຊົມທຳມະຊາດທົ່ວໄປ ແຕ່ແມ່ນການເດີນທາງຍ້ອນຮອຍອະດີດອັນອົງອາດຂອງເສັ້ນທາງສາຍພູຫຼວງ!

ຈຸດສຳຄັນທີ່ທ່ານບໍ່ຄວນພາດ:

  1. ຕຳນານທ່າບັກ 1971: ສໍາຜັດກັບບັກ ຫຼື ເຮືອລຳລຽງກຳປັ່ນສະໄໝສົງຄາມປົດປ່ອຍຫວຽດນາມໃຕ້ ທີ່ມີເຖິງ 4 ລຳ! ທີ່ຍັງຄົງຫຼົງເຫຼືອໄວ້ໃຫ້ພວກເຮົາໄດ້ເຫັນຮ່ອງຮອຍການສູ້ຮົບແທ້ໆ ຢູ່ລຽບຕາມເສັ້ນທາງໂຮ່ຈີມິນ.
  2. ແກ້ງອາລັອງ ສຸດອະລັງການ: ຄວາມງາມຂອງແກ້ງນ້ຳທີ່ໃສເຢັນ ບວກກັບຫາດຊາຍຂາວສະອາດແຄມຕາຝັ່ງເຊ ທີ່ເຫັນແລ້ວຕ້ອງຖ່າຍຮູບທັນທີ
  3. ປ່າໄມ້ຮ້ອຍປີ: ພັກຜ່ອນຢ່ອນໃຈໃຕ້ຮົ່ມເງົາຕົ້ນໄມ້ໃຫຍ່ທີ່ມີອາຍຸນັບຮ້ອຍປີ. ບັນຍາກາດດີສຸດໆ ເໝາະແກ່ການມາຕັ້ງແຄ້ມ (Camping), ມາພັກຜ່ອນແບບຄອບຄົວ ຫຼື ມາເປັນຂະບວນການກັບໝູ່ເພື່ອນ.

ຄະນະປົກຄອງເມືອງນອງ ພ້ອມແລ້ວທີ່ຈະຊຸກຍູ້ ແລະ ອະນຸລັກແຫ່ງທ່ອງທ່ຽວແຫ່ງນີ້ ໃຫ້ກາຍເປັນຈຸດໝາຍປາຍທາງລະດັບໂລກ.

ແຫຼ່ງຂໍ້ມູນ: Media Laos

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...