Homeຂ່າວຕ່າງປະເທດອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028.

ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ ລູກທີ່ຢູ່ໃນການດູແລຂອງນັກຮຽນຕ່າງຊາດ.

ມາດຕະການດັ່ງກ່າວເປັນສ່ວນໜຶ່ງຂອງແຜນປະຕິຮູບລະບົບວີຊາຊົ່ວຄາວຂອງລັດຖະບານ. ໂດຍລັດຖະບານໄດ້ຕັ້ງເປົ້າໝາຍທີ່ຈະຫຼຸດຈຳນວນຜູ້ອົບພະຍົບຈາກປັດຈຸບັນປະມານ 300,000 ຄົນຕໍ່ປີ ໃຫ້ເຫຼືອ 225,000 ຄົນພາຍໃນປີ 2028.

ປັດຈຸບັນ, ນັກຮຽນຕ່າງຊາດພາຄູ່ຄອງ ລວມເຖິງລູກທີ່ອາຍຸຕ່ຳກວ່າ 18 ປີ ເດີນທາງໄປອົດສະຕາລີໃນຖານະສະມາຊິກຄອບຄົວທີ່ຕິດຕາມໄດ້ ໂດຍຄູ່ຄອງຍັງສາມາດເຮັດວຽກໃນອົດສະຕາລີໄດ້ ພາຍໃຕ້ຂໍ້ຈຳກັດດ້ານຈຳນວນຊົ່ວໂມງເຮັດວຽກທີ່ແຕກຕ່າງກັນຕາມຫຼັກສູດຂອງນັກຮຽນ.

ແຕ່ພາຍໃຕ້ມາດຕະການໃໝ່ ນັກຮຽນຕ່າງຊາດຈະຖືກຈຳກັດສິດໃນການພາຄອບຄົວຕິດຕາມໄປນຳ. ໂດຍສຳນັກຂ່າວ ABC ລາຍງານວ່າ ເຖິງວ່າລັດຖະບານຍັງບໍ່ໄດ້ປະກາດຫຼຸດຈຳນວນໂກຕານັກຮຽນຕ່າງຊາດໂດຍກົງ ແຕ່ການຕັດສິດພາຄອບຄົວໄປນຳຈະເປັນໜຶ່ງໃນກົນໄກສຳຄັນໃນການຄວບຄຸມຈຳນວນຜູ້ອົບພະຍົບ. 

ຂໍ້ມູນຂອງລັດຖະບານອົດສະຕາລີບະລຸວ່າ ໃນປີງົບປະມານຫຼ້າສຸດ ມີການອະນຸມັດວີຊານັກຮຽນ 337,427 ຄົນ ແລະ ໃນຈຳນວນ 45,991 ຄົນນີ້ ເປັນວີຊ່າສຳລັບຜູ້ຕິດຕາມ ຫຼື ສະມາຊິກຄອບຄົວ ເຊິ່ງສະທ້ອນວ່າມາດຕະການດັ່ງກ່າວອາດມີຜົນຕໍ່ຜູ້ເດີນທາງເຂົ້າປະເທດຈຳນວນບໍ່ໜ້ອຍ.

ນອກຈາກເລື່ອງຄອບຄົວຂອງນັກຮຽນຕ່າງຊາດ ລັດຖະບານຍັງກຽມເພີ່ມຄວາມເຂັ້ມງວດກັບວີຊ່າຊົ່ວຄາວ ໂດຍຈະຈັດການກັບກໍລະນີຜູ້ຖືວີຊາ ແລ້ວປ່ຽນປະເພດວີຊາໃນພາຍຫຼັງອີກຄັ້ງ ເພື່ອຍືດເວລາພັກອາໄສໃນປະເທດ ແລະ ຕ້ອງການໃຫ້ຜູ້ຍ້າຍຖິ່ນຖານອອກຈາກອົດສະຕາລີເມື່ອວີຊາໝົດອາຍຸ ເພື່ອປ້ອງກັນການໃຊ້ຊ່ອງທາງທີ່ເອີ້ນວ່າ ‘Visa Hopping’.

ອົດສະຕາລີໄດ້ປະເຊີນກັບແຮງກົດດັນໃຫ້ຄວບຄົມຈຳນວນຜູ້ອົບພະຍົບ ຫຼັງຈຳນວນການຍ້າຍຖິ່ນຖານເພີ່ມຂຶ້ນຢ່າງຫຼາຍເທົ່າ ເມື່ອອົດສະຕາລີໄດ້ເປີດປະເທດອີກຄັ້ງໃນເດືອນກຸມພາ 2022 ຫຼັງໃຊ້ມາດຕະການຈຳກັດການເດີນທາງເກືອບ 2 ປີ ໃນຊ່ວງໂຄວິດ-19 ໂດຍນັກຮຽນຕ່າງຊາດ ຜູ້ເດີນທາງໃນຮູບແບບເຮັດວຽກ ພ້ອມກັບທ່ອງທ່ຽວພາຍໃນປະເທດອົດສະຕາລີ (Working Holiday) ແລະ ແຮງງານທັກສະຊົ່ວຄາວ ເປັນກຸ່ມສຳຄັນທີ່ຜັກດັນຕົວເລກດັ່ງກ່າວ.

ຂໍ້ມູນທາງການລະບຸວ່າ ຈຳນວນຜູ້ອົບພະຍົບໃນຊ່ວງເດືອນມິຖຸນາ 2025 ຢູ່ທີ່ 306,000 ຄົນ ຫຼຸດລົງຈາກ 429,000 ຄົນໃນປີ 2024 ແລະ ລະດັບສູງສຸດ 518,000 ຄົນໃນປີ 2023 ໂດຍນັກຮຽນຕ່າງຊາດຄິດເປັນຫຼາຍກວ່າເຄິ່ງໜຶ່ງຂອງຕົວເລກຫຼ້າສຸດ.

ຢ່າງໃດກໍຕາມ, ປະເດັນການຄວບຄຸມຜູ້ອົບພະຍົບກຳລັງເປັນທີ່ຖົກຖຽງໃນອົດສະຕາລີ ໂດຍມີທັງຂໍ້ກັງວົນເລື່ອງແຮງກົດດັນຕໍ່ທີ່ຢູ່ອາໄສ ແລະ ໂຄງສ້າງພື້ນຖານ. ໃນຂະນະດຽວກັນ, ພາກການສຶກສາກໍຈັບຕາສັງເກດການຜົນກະທົບຈາກມາດຕະການຈຳກັດການນຳຄອບຄົວຂອງນັກຮຽນຕ່າງຊາດເຂົ້າປະເທດຢ່າງໃກ້ຊິດເຊັ່ນດຽວກັນ.

ແຫຼ່ງທີ່ມາ: Reuters, CNA

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...