Home​ຂ່າວທ່ອງທ່ຽວຊື່ນຊົມນັກທ່ອງທ່ຽວຕ່າງຊາດ! ເຂົ້າຮ່ວມການຮຽນຮູ້ ແລະ ສືບສານວັດທະນະທໍາໄຕລື້ ສະທ້ອນໃຫ້ເຫັນເຖິງການຮັກສາພູມປັນຍາທ້ອງຖິ່ນ

ຊື່ນຊົມນັກທ່ອງທ່ຽວຕ່າງຊາດ! ເຂົ້າຮ່ວມການຮຽນຮູ້ ແລະ ສືບສານວັດທະນະທໍາໄຕລື້ ສະທ້ອນໃຫ້ເຫັນເຖິງການຮັກສາພູມປັນຍາທ້ອງຖິ່ນ

Published on

ບັນຍາກາດອົບອຸ່ນ ເຕັມໄປດ້ວຍຮອຍຍິ້ມ, ເປັນກັນເອງ ເມື່ອນັກທ່ອງທ່ຽວຈາກຕ່າງປະເທດໄດ້ເດີນທາງມາຢ້ຽມຢາມ ແລະ ສຳຜັດວັດທະນະທໍາທ້ອງຖິ່ນອັນເປັນເອກະລັກ.

ກິດຈະກຳໃນການຢ້ຽມຢາມຄັ້ງນີ້, ໄດ້ເປີດໂອກາດໃຫ້ແຂກຕ່າງຊາດໄດ້ຮ່ວມຮຽນຮູ້ການຕ່ຳແພພື້ນເມືອງ, ຕັ້ງແຕ່ຂັ້ນຕອນການປັ່ນຝ້າຍແບບທຳມະຊາດ, ການຍ້ອມຝ້າຍ-ແຜ່ນແພ, ໄປຈົນເຖິງການຕ່ຳຫູກດ້ວຍກີ່ບູຮານທີ່ມີອາຍຸຫຼາຍ 200 ປີ, ຈັກສານ, ແຕ່ງກິນ, ຊົມດົນຕີພື້ນເມືອງ ແລະ ການຕີພ້າ.

ກິດຈະກຳດັ່ງກ່າວ, ສະທ້ອນໃຫ້ເຫັນເຖິງການຮັກສາພູມປັນຍາຂອງຄົນລາວເຮົາທີ່ສືບທ້ອນກັນມາແຕ່ດົນນານ ແລະ ຍັງເປັນໃຫ້ຄວາມຮູ້ກ່ຽວກັບວິຖີຊີວິດອັນແທ້ຈິງຂອງໄຕລື້. ພ້ອມກັນນີ້, ສະຖານທີ່ດັ່ງກ່າວ, ຍັງເປັນສະຖານທີ່ພັກຜ່ອນທີ່ງຽບສະຫງົບ ມີເຮືອນພັກແບບໄຕລື້ ເປັນເຮືອງຊົງລາວທີ່ເຮັດດ້ວຍໄມ້. ສຸດທ້າຍ ກ່ອນທີ່ແຂກຈະກັບ ຍັງໄດ້ເຮັດພິທີບາສີສູ່ຂວັນ ຜູກແຂນ-ມັດແຂນ ຕາມຮີດຄອງປະເພນີລາວເຮົາ ແລະ ທີ່ສຳຄັນ ແມ່ນເຮັດໃຫ້ແຂກຜູ້ມາຢ້ຽມຢາມປະທັບໃຈໃນຄວາມເປັນລາວອີກດ້ວຍ.

ສະຖານທີ່ແມ່ນຢູ່ບ້ານນາຍາງໃຕ້, ເມືອງນ້ຳບາກ, ແຂວງຫຼວງພະບາງຖ້າທ່ານສົນໃຈຮຽນຮູ້ແມ່ນສາມາດຕິດຕໍ່ເບີ: 020 5500 4665

ຮູບພາບ: Tai Lue Homestay&Arts

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...