Homeຂ່າວຕ່າງປະເທດຮູ້ຈັກໄວຣັສ ຮັນຕາ (Hantavirus) ສາຍພັນໃໝ່ (Andes)

ຮູ້ຈັກໄວຣັສ ຮັນຕາ (Hantavirus) ສາຍພັນໃໝ່ (Andes)

Published on

ໄວຣັສ ຮັນຕາ ສາຍພັນໃໝ່ Andes ແມ່ນຖືກຄົ້ນພົບຕັ້ງແຕ່ປີ 1995 ໃນປະເທດອາເຈນຕິນາ ແລະ ຊິລີ ໂດຍທົ່ວໄປແລ້ວ ຮັນຕາ ໄວຣັສ ສາຍພັນອື່ນ ຈະລະບາດພາຍໃນສັດແຂ້ວຍາວເທົ່ານັ້ນ (ໜູ, ກະຕ່າຍ, ກະຮອກ) ເຊິ່ງມະນຸດຈະຕິດເຊື້ອໄດ້ ກໍຕໍ່ເມື່ອສຳຜັດກັບມູນຂອງສັດແຂ້ວຍາວທີ່ມີເຊື້ອໄວຣັສ ແລະ ບໍ່ສາມາດສົ່ງຕໍ່ເຊື້ອໃຫ້ກັບຄົນອື່ນໄດ້. ໄວຣັສຮັນຕາ ສາຍພັນໃໝ່ Andes ເປັນໄວຣັສທີ່ມີອັດຕາການເສຍຊີວິດສູງເຖິງ 40-50% ໂດຍສະເພາະໃນກຸ່ມຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳຕົວ.

ໃນປະຈຸບັນ ຍັງບໍ່ການປິ່ນປົວ ຫຼື ຢາຮັກສາ ອັນຕາ ໄວຣັສ ມີພຽງແຕ່ການປິ່ນປົວຕາມອາການ ແລະ ສຸມໃສ່ການຕິດຕາມອາການຢ່າງໃກ້ຊິດຈາກແພດໝໍເທົ່ານັ້ນ.

ສຳລັບຂ່າວການລະບາດເທິງເຮືອສຳລານ MV Hondius ທີ່ທົ່ວໂລກໃຫ້ການຕິດຕາມນັ້ນ ແມ່ນຍັງມີຂໍ້ມູນອັບບເດດມາໃໝ່ເລື້ອຍໆ. ພ້ອມນີ້ຍັງໃຫ້ຮູ້ວ່າ ຜູ້ໂດຍສານທັງໝົດໄດ້ຖືກລຳລຽງ ແລະ ນຳສົ່ງກັບໄປກັກຕົວທີ່ປະເທດຂອງຕົນເອງແລ້ວ. ສຳລັບຊ່ວງເວລາເຫດການທີ່ເກີດຂຶ້ນພາຍໃນເຮືອສຳລານມີດັ່ງນີ້:

  • ວັນທີ 1 ເມສາ 2026, ບັນດາຜູ້ໂດຍສານໄດ້ຂຶ້ນເຮືອສຳລານ MV Hondius ແລະ ອອກເດີນທາງຈາກເມືອງ Ushuaia, ປະເທດ ອາເຈນຕິນາ. 
  • ວັນທີ 11 ເມສາ 2026, ຜູ້ໂດຍສານເພດຊາຍໄດ້ເສຍຊີວິດເທິງເຮືອ ຫຼັງຈາກທີ່ມີການສະແດງອາການຕັ້ງແຕ່ວັນທີ 6 ເມສາ, ຜູ້ເສຍຊີວິດຍັງບໍ່ໄດ້ມີການກວດກາທາງການແພດ ຈຶ່ງຖືວ່າເປັນຜູ້ປ່ວຍທີ່ອາດຈະມີເຊື້ອ.
  • ວັນທີ 24–26 ເມສາ 2026, ຜູ້ໂດຍສານເພດຍິງ ສັນຊາດ ດັດຊ ໄດ້ມີການໃກ້ຊິດກັບຜູ້ເສຍຊີວິດ, ໄດ້ຂຶ້ນບົກຢູ່ທ່າເຮືອ Saint Helena ໃນວັນທີ 24​ ເມສາ ດ້ວຍອາການໃນລະບົບທາງເດີນອາຫານ. ໃນວັນທີ 25 ເມສາ ອາການຂອງຜູ້ກ່ຽວໄດ້ຊຸດໂຊມລົງໃນຂະນະທີ່ເດີນທາງດ້ວຍຍົນໄປຍັງເມືອງ Johannesburg, ອາຟຣິກາໃຕ້ ແລະ ໄດ້ເສຍຊີວິດໃນມື້ຕໍ່ມາ ທີ່ຄລີນິກໃນເມືອງ. ຜູ້ກ່ຽວໄດ້ຮັບການຢືນຢັນພາຍຫຼັງໃນວັນທີ 4 ພຶດສະພາວ່າ ຜູ້ກ່ຽວໄດ້ຕິດເຊື້ອ ຮັນຕາ ໄວຣັສ ສາຍພັນໃໝ່ Andes.
  • ວັນທີ 28 ເມສາ – 2 ພຶດສະພາ 2026 ຜູ້ໂດຍສານເພດຍິງ ສັນຊາດ ເຢຍລະມັນ ເລີ່ມມີອາການໄຂ້ ແລະ ອ່ອນເພຍທົ່ວໄປ, ພາຍຫຼັງມີອາການປອດອັກເສບ ແລະ ເສຍຊີວິດໃນວັນທີ 2 ພຶດສະພາ ພາຍຫຼັງໄດ້ຮັບຢືນຢັນວ່າ ຜູ້ກ່ຽວໄດ້ຕິດເຊື້ອ ຮັນຕາ ໄວຣັສ ສາຍພັນໃໝ່ Andes.
  • ວັນທີ 3 ພຶດສະພາ 2026 ເຮືອສຳລານໄດ້ຈອດຢູ່ປະເທດກັບແວກ (Cape Verde) ເຊິ່ງເປັນປະເທດໝູ່ເກາະນອກຊາຍຝັ່ງຕາເວັນຕົກຂອງອາຟຣິກາ ເພື່ອລຳລຽງຜູ້ທີ່ສ່ຽງຕິດເຊື້ອຈຳນວນ 3 ຄົນ ເຂົ້າຮັບການກວດ ແລະ ປິ່ນປົວ. 
  • ວັນທີ 10 ພຶດສະພາທີ່ຜ່ານມາ, ເຮືອສຳລານໄດ້ຈອດຢູ່ນອກຊາຍຝັ່ງເກາະເທເນຣິເຟ ຂອງໝູ່ເກາະຄານາຣີ, ປະເທດ ສະເປນ ຜູ້ໂດຍສານຈຳນວນ 90 ກວ່າຄົນ ໄດ້ອົບພະຍົບຂຶ້ນຊາຍຝັ່ງຜ່ານທາງເຮືອນ້ອຍ ແລ້ວໄດ້ຂຶ້ນເຮືອບິຮແບບເໝົາລຳຢູ່ສະໜາມບິນທ້ອງຖິ່ນ ເພື່ອອອກເດີນທາງກັບໄປກັກຕົວທີ່ປະເທດບ້ານເກີດຂອງຕົນ. ນອກຈາກນີ້, ມີບາງກຸ່ມທີ່ໄດ້ເດີນທາງໃນວັນຈັນ. ເມື່ອຮອດສູນກັກຕົວໃນປະເທດຂອງຕົນ, ຜູ້ໂດຍສານຈະໄດ້ຮັບການກວດຄັດກອງໂດຍເຈົ້າໜ້າທີ່ທາງການແພດ ເພື່ອຈະໄດ້ຮັບການພິຈາລະນາວ່າ ພວກເຂົາມີອາການເຈັບປ່ວຍ ແລະ ຈຳເປັນຕ້ອງຮັບການປິ່ນປົວບໍ່ ຫຼື ມີສຸຂະພາບແຂງແຮງພໍທີ່ຈະສາມາດກັບບ້ານໄດ້.
  • ໃນຕອນແລງຂອງວັນທີ 10 ພຶດສະພາ, ທ່ານ ເຊບັດຕຽນ ເລີຄໍນູ ນາຍົກລັດຖະມົນຕີປະເທດຝຣັ່ງ ໄດ້ໂພສຢືນຢັນລົງແພລັດຟອມ X ວ່າ “1 ໃນ 5 ຜູ້ໂດຍສານສັນຊາດຝຣັ່ງທີ່ອອກເດີນທາງຈາກເກາະເທເນຣິເຟໃນຕອນເຊົ້າຂອງມື້ນີ້ ໄດ້ສະແດງອາການຂອງ ໄວຣັສ ຮັນຕາ ໃນຂະນະທີ່ກຳລັງເດີນທາງກັບປະເທດຝຣັ່ງຜ່ານທາງຍົນເໝົາລຳ. 
  • ດ້ວຍເຫດນີ້, ຜູ້ໂດຍສານທັງ 5 ຄົນຈຶ່ງໄດ້ຖືກກັກຕົວຢ່າງເຂັ້ມງວດທັນທີຈົນກວ່າຈະມີການປະກາດເພີ່ມເຕີມ. ພວກເຂົາກຳລັງໄດ້ຮັບການດູແລຈາກທີມງານແພດ, ແລະ ຈະໄດ້ເຂົ້າຮັບການກວດຫາເຊື້ອ ເພື່ອປະເມີນສຸຂະພາບຢ່າງລະອຽດ.” ພ້ອມນັ້ນທ່ານນາຍົກ ຈະເລີ່ມອອກຄຳສັ່ງເພື່ອບັງຄັບໃຊ້ມາດຕະການກັກຕົວສຳລັບຜູ້ທີ່ສຳຜັດໃກ້ຊິດ ເພື່ອປົກປ້ອງປະຊາຊົນ.
  • ໃນວັນດຽວກັນ, ກະຊວງສາທາລະນະສຸກ ສະຫະລັດອາເມລິກາ ໄດ້ອອກມາແຈ້ງວ່າ ໜຶ່ງໃນ 1 ໃນ 17ຄົນ ທີ່ຖືກນຳສົ່ງຈາກເຮືອສຳລານ ແລະ ເດີນທາງກັບສະຫະລັດອາເມລິກາ ຖືກກວດພົບວ່າ ມີເຊື້ອໄວຣັສ ຮັນຕາ ສາຍພັນ Andes ໃນປະລິມານເລັກນ້ອຍ.
  • ມາຮອດວັນທີ 11 ພຶດສະພາ ພາຍຫຼັງທີ່ອົບພະຍົບຜູ້ໂດຍສານກຸ່ມສຸດທ້າຍ ແລະ ລູກເຮືອບາງສ່ວນຂຶ້ນເທິງຝັ່ງ, ເຮືອສຳລານ MV Hondius ກໍໄດ້ອອກເດີນເຮືອເພື່ອມຸ່ງໜ້າໄປຍັງປາຍທາງສຸດທ້າຍກໍຄືປະເທດ ເນເທີແລນ ເຊິ່ງຄາດວ່າ ຈະເຖິງທ່າເຮືອເມືອງ Rotterdam, ປະເທດ ເນເທີແລນ ໃນຕອນເຊົ້າຂອງປະມານວັນທີ 17 ພືດສະພາ 2026 ໂດຍມີຜູ້ໂດຍສານເທິງເຮືອທັງໝົດ 27 ຄົນ ແບ່ງເປັນລູກເຮືອ 25 ຄົນ ແລະ ແພດໝໍ 2 ຄົນ.ກະຊວງສາທາລະນະສຸກ ສະເປນ ໄດ້ອອກມາແຈ້ງວ່າ 1 ໃນຜູ້ໂດຍສານສັນຊາດສະເປນທີ່ກຳລັງກັກຕົວໃນໂຮງໝໍເມືອງ ມາດຣິດ, ປະເທດ ສະເປນ ໄດ້ຖືກກວດພົບວ່າ ມີເຊື້ອໄວຣັສຮັນຕາ.

    ພ້ອມດຽວກັນນັ້ນ, ກະຊວງສາທາລະນະສຸກ ສະຫະລັດອາເມລິກາ ໄດ້ອອກມາແຈ້ງວ່າ ອີກໜຶ່ງຜູ້ໂດຍສານ ສັນຊາດອາເມລິກາ ໄດ້ມີການສະແດງອາການອອກມາເລັກນ້ອຍ ແຕ່ຍັງບໍ່ໄດ້ຢືນຢັນວ່າຖືກຕິດເຊື້ອ ຫຼັງຈາກທີ່ຮັບກວດຄົ້ນຫາເຊື້ອໄວຣັສ.

    ທ່ານ ນາງ ສະເຕຟານນີ ຣິດ ລັດຖະມົນຕີກະຊວງສາທາລະນະສຸກ ຂອງຝຣັ່ງ ໄດ້ອອກມາແຈ້ງວ່າ ເພດຍິງ ຜູ້ຕິດເຊື້ອແມ່ນກຳລັງກັກຕົວໃນເມືອງປາຣີ, ສຸຂະພາບຂອງຜູ້ກ່ຽວກຳລັງຊຸດໂຊມລົງ ແລະ ກຳລັງຕິດຕາມຜູ້ສຳຜັດໃກ້ຊິດອີກ 22 ຄົນແລ້ວ.

    ທາງດ້ານອົງການອະນາໄມໂລກ (WHO) ໄດ້ເນັ້ນຢ້ຳວ່າ ໄວຣັສ ຮັນຕາ ຈະບໍ່ຄືກັບສະຖານະການ ໂຄວິດ-19 ທີ່ມີການກະຈາຍເຊື້ອທີ່ງ່າຍກວ່າໄດ້ຜ່ານທາງອາກາດ, ພ້ອມໄດ້ປະເມີນແລ້ວວ່າ ຄວາມສ່ຽງຕໍ່ການລະບາດຄັ້ງໃຫຍ່ຍັງຢູ່ໃນລະດັບຕ່ຳ.

ອາການຂອງ ໄວຣັສ ຮັນຕາ ສາຍພັນໃໝ່ Andes ຈະສະແດງອາການໃນລະຫວ່າງ 4 ຫາ 42 ມື້ຫຼັງຈາກສຳຜັດກັບເຊື້ອໄວຣັສ. ອາການເບື້ອງຕົ້ນຈະເຮັດໃຫ້ອ່ອນເພຍ, ມີໄຂ້, ປວດຕົນໂຕ ໂດຍສະເພາະກ້າມເນື້ອມັດໃຫຍ່ເຊັ່ນ ຂາໂຕ້, ສະໂພກ, ຫຼັງ ແລະ ບ່າໄຫຼ່. ອີກສ່ວນໜຶ່ງຂອງຜູ້ຕິດເຊື້ອມີອາການ: ເຈັບຫົວ, ວິນຫົວ, ໜາວສັ່ນ, ບັນຫາກ່ຽວກັບທ້ອງເຊັ່ນ ປວດຮາກ, ຮາກອອກ, ຖອກທ້ອງ, ແລະ ເຈັບທ້ອງ. ໂດຍທົ່ວໄປ ຄົນທີ່ຈະສາມາດແຜ່ເຊື້ອໄດ້ ມີສະເພາະຕອນທີ່ມີອາການດັ່ງກ່າວເທົ່ານັ້ນ.

ເຖິງວ່າ ໄວຣັສ ຮັນຕາ ສາຍພັນໃໝ່ Andes ຍັງເປັນບັນຫາໄກຕົວຈາກປະຊາຊົນລາວເຮົາ ແຕ່ພະຍາດອື່ນໆທີ່ມີໜູເປັນພາຫະນະກໍສາມາດເກີດຂຶ້ນໄດ້. ສະນັ້ນເຮົາສາມາດປ້ອງກັນພະຍາດໄດ້ດ້ວຍ ຄື: ການອະນາໄມສະຖານທີ່ເຮືອນສານໃຫ້ສະອາດ, ປິດຊ່ອງວ່າງຂອງອາຄານ ເພື່ອບໍ່ໃຫ້ໜູເຂົ້າມາໄດ້, ເກັບມ້ຽນອາຫານໃຫ້ປອດໄພແໜ້ນໜາ, ຫຼີກລ່ຽງການປັດກວາດ ຫຼື ດູດຝຸ່ນມູນໜູແຫ້ງ, ລ້າງມືແບບຖືກວິທີເປັນປະຈຳ ແລະ ສະໝ່ຳສະເໝີ.

 

ບົດຄວາມຫຼ້າສຸດ

ອີຣານ-ອາເມລິກາ ເຈລະຈາຍຸດຕິຄວາມຂັດແຍ່ງ! ພາຍໃນ 60 ວັນນີ້ ຖ້າການເຈລະຈາຫຼົ້ມເຫຼວ ຫຼື ມີຝ່າຍໃດຝ່າຍໜຶ່ງລະເມີດ ອາດນໍາມາສູ່ຄວາມຂັດແຍ້ງອີກຄັ້ງ

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ ເມື່ອບໍ່ດົນມານີ້ຜູ້ນຳຂອງຝຣັ່ງ ເຢຍລະມັນ ອັງກິດ ຍີ່ປຸ່ນ ແຄນນາດາ ແລະ ສະຫະລັດອາເມລິກາ ຮຽກຮ້ອງຖະແຫຼ່ງການຮ່ວມ ໃຫ້ມີການຢຸດຍິງທັນທີໃນເລບານອນ ເຊິ່ງໃນບັນທຶກຂໍ້ຕົກລົງຮຽກຮ້ອງໃຫ້ຍຸດຕິຄວາມຂັດແຍ້ງລະຫວ່າງອິສະລາເອວ ແລະ ກຸ່ມ Hezbollah,...

ສືບຕໍ່ລະວັງຝົນຕົກ ແຂວງບໍລິຄໍາໄຊ, ແຂວງຈໍາປາສັກ ແລະ ແຂວງເຊກອງ ຍັງມີເນື້ອທີ່ປົກຫຸ້ມຝົນສູງເຖິງ 40-50% ພະຍາກອນອາກາດ ວັນທີ 18 ມິຖຸນາ 2026

ພະຍາກອນອາກາດ ວັນທີ 18 ມິຖຸນາ 2026 ບໍລິເວນຄວາມກົດດັນອາກາດຕໍ່າ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານ ກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ພັດປົກຄຸມ, ຊຶ່ືງຈະເຮັດອາກາດຮ້ອນ...

ຂ່າວດີ! ພົບຊ້າງປ່າ ເຈົ້າໜ້າທີ່ປ່າສະຫງວນແຫ່ງຊາດນໍ້າປຸຍ  ແຂວງໄຊຍະບູລີ ພົບເຫັນ ແລະ ຖ່າຍຮູບພາບຊ້າງປ່າ ໃນຂະນະລົງປະຕິບັດກິດຈະກໍາໂຄງການ

ພາບຊ້າງປ່າທີ່ປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ເຊິ່ງຖ່າຍໄດ້ຈາກທີມງານໂຄງການ ແລະ ເຈົ້າໜ້າທີ່ປ່າສະຫງວນ ໃນຂະນະລົງປະຕິບັດກິດຈະກໍາໂຄງການ ໃນວັນທີ 10/06/2026 ທີ່ຜ່ານມາ. ປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ເປັນຖິ່ນອາໄສອັນດັບຕົ້ນໆຂອງປະເທດລາວ ທີ່ມີຊ້າງປ່າອາຊີ ອາໄສຢູ່, ແລະ...