Homeຂ່າວຕ່າງປະເທດອີຣານ-ອາເມລິກາ ເຈລະຈາຍຸດຕິຄວາມຂັດແຍ່ງ! ພາຍໃນ 60 ວັນນີ້ ຖ້າການເຈລະຈາຫຼົ້ມເຫຼວ ຫຼື ມີຝ່າຍໃດຝ່າຍໜຶ່ງລະເມີດ ອາດນໍາມາສູ່ຄວາມຂັດແຍ້ງອີກຄັ້ງ

ອີຣານ-ອາເມລິກາ ເຈລະຈາຍຸດຕິຄວາມຂັດແຍ່ງ! ພາຍໃນ 60 ວັນນີ້ ຖ້າການເຈລະຈາຫຼົ້ມເຫຼວ ຫຼື ມີຝ່າຍໃດຝ່າຍໜຶ່ງລະເມີດ ອາດນໍາມາສູ່ຄວາມຂັດແຍ້ງອີກຄັ້ງ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ ເມື່ອບໍ່ດົນມານີ້ຜູ້ນຳຂອງຝຣັ່ງ ເຢຍລະມັນ ອັງກິດ ຍີ່ປຸ່ນ ແຄນນາດາ ແລະ ສະຫະລັດອາເມລິກາ ຮຽກຮ້ອງຖະແຫຼ່ງການຮ່ວມ ໃຫ້ມີການຢຸດຍິງທັນທີໃນເລບານອນ ເຊິ່ງໃນບັນທຶກຂໍ້ຕົກລົງຮຽກຮ້ອງໃຫ້ຍຸດຕິຄວາມຂັດແຍ້ງລະຫວ່າງອິສະລາເອວ ແລະ ກຸ່ມ Hezbollah, ທີ່ໄດ້ຮັບການສະໜັບສະໜູນຈາກອີຣານ ເຊິ່ງສ້າງຄວາມເສຍຫາຍ ແລະ ມີປະຊາຊົນເສຍຊີວິດເປັນຈຳນວນຫຼາຍ.

ຂໍ້ຕົກລົງຫຼ້າສຸດລະຫວ່າງ ອີຣານ ແລະ ສະຫະລັດອາເມລິກາ (MOU ເພື່ອຍຸຕິຄວາມຂັດແຍ້ງໃນປີ 2026) ມີກຳນົດເວລາໃນການເຈລະຈາຂັ້ນສຸດທ້າຍທັງໝົດ 60 ວັນ.

ໂດຍຂໍ້ຕົກລົງນີ້ ມີເງື່ອນໄຂສຳຄັນຫຼາຍດ້ານຄື:

– ອີຣານ ຈະເປີດຊ່ອງແຄບຮໍມຸສ ເສັ້ນທາງທີ່ລຳລຽງນ້ຳມັນສຳຄັນຂອງໂລກ ໂດຍບໍ່ມີການເກັບຄ່າທຳນຽມ.

– ສ່ວນສະຫະລັດອາເມລິກາ ຈະຍົກເລີກການປິດລ້ອມທ່າເຮືອຕ່າງໆ ຂອງປະເທດອີຣານ ແລະ ລະງັບມາດຕະການຄວ້ຳບາດນ້ຳມັນ ທີ່ສ້າງຄວາມເສຍຫາຍຕໍ່ເສດຖະກິດ.

– ອີຣານ ຕົກລົງວ່າຈະລົດລະຄວາມຂັດແຍ່ງ ແລະ ຢືນຢັນວ່າຈະບໍ່ສ້າງອາວຸດນິວເຄຼຍ.

– ສະຫະລັດອາເມລິກາ ຈະຊ່ວຍປະສານງານ ເພື່ອປ່ອຍເງິນທຶນຟື້ນຟູປະເທດ ຫຼັງຈາກຄວາມຂັດແຍ້ງສ້າງຄວາມເສຍຫາຍ ຫຼາຍລ້ານໂດລາສະຫະລັດ ແລະ ຈະຍົກເລີກອາຍັດຊັບຂອງອີຣານ.

ນີ້ແມ່ນຂໍ້ຕົກລົງເບື້ອງຕົ້ນ (Framework) ເພື່ອຍຸຕິຄວາມຂັດແຍ້ງ ແລະ ເປີດທາງໃຫ້ມີການເຈລະຈາເທົ່ານັ້ນ ຍັງບໍ່ແມ່ນສົນທິສັນຍາສັນຕິພາບຂັ້ນສຸດທ້າຍ ແລະ ທັງສອງຝ່າຍມີເວລາພຽງ 60 ວັນ ໃນການຕົກລົງລາຍລະອຽດທີ່ຍັງຂັດແຍ້ງກັນ ເຊັ່ນ:

– ເລື່ອງໂຄງການນິວເຄຼຍຂອງອີຣານ ແລະ ການຍົກເລີກການຂວ້ຳບາດຂອງສະຫະລັດ ສາມາດກັບມາສູ້ຮົບກັນໃໝ່ໄດ້.

– ຫາກພາຍໃນ 60 ວັນນີ້ ການເຈລະຈາຫຼົ້ມເຫຼວ ຫຼື ມີຝ່າຍໃດຝ່າຍໜຶ່ງລະເມີດຂໍ້ຕົກລົງ ຂໍ້ຕົກລົງນີ້ກໍຈະສິ້ນສຸດລົງ ແລະ ອາດເກີດຄວາມຂັດແຍ້ງຂຶ້ນຕື່ມອີກ.

– ສິ່ງທີ່ຈະເກີດຂຶ້ນຕໍ່ຈາກນີ້ໃນຊ່ວງ 60 ວັນນີ້ ຖືເປັນໄລຍະ “ພິສູດຄວາມຈິງໃຈ” ຂອງທັງສອງຝ່າຍ. ຫາກການເຈລະຈາເປັນໄປດ້ວຍດີ ແລະ ສາມາດບັນລຸຂໍ້ຕົກລົງຂັ້ນສຸດທ້າຍໄດ້ ຈຶ່ງຈະປ່ຽນເປັນການຢຸດຍິງ ແລະ ສັນຕິພາບແບບຖາວອນ ຢ່າງແທ້ຈິງ.

ຂໍ້ມູນ: BBC, theguardian, New York Time

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...