Homeຂ່າວຕ່າງປະເທດນັກສະແດງເກົາຫຼີໃຕ້ ‘ຄິມ ແຊຣົນ’ ພົບເສຍຊີວິດໃນໄວ 24 ປີ ທີ່ບ້ານພັກຂອງຕົນເອງ

ນັກສະແດງເກົາຫຼີໃຕ້ ‘ຄິມ ແຊຣົນ’ ພົບເສຍຊີວິດໃນໄວ 24 ປີ ທີ່ບ້ານພັກຂອງຕົນເອງ

Published on

ຄິມແຊຮົນ ນັກສະແດງຍິງຊາວເກົາຫຼີໃຕ້ ອາຍຸ 24 ປີ ຖືກພົບເສຍຊີວິດທີ່ບ້ານພັກຂອງຕົນເອງ ໃນກຸງໂຊ ເມື່ອວັນອາທິດທີ 17 ກຸມພາ 2025 ທີ່ຜ່ານມາ. ໂດຍເຫດການນີ້ ເກີດຂຶ້ນເກືອບ 2 ປີ ຫຼັງຈາກທີ່ລາວຫາຍໄປຈາກສາທາລະນະຊົນ ເນື່ອງຈາກຄະດີຂັບລົດຂະນະມຶນເມົາ.

ຕາມການລາຍງານຂອງຕຳຫຼວດ ສົບຂອງຄິມແຊຣົນ ຖືກພົບໂດຍໝູ່ຂອງລາວ ແລະບໍ່ມີສັນຍານຂອງການທຳຮ້າຍຮ່າງກາຍ, ແນວໃດກໍຕາມ ເຈົ້າໜ້າທີ່ກຳລັງຢູ່ລະຫວ່າງການສືບສວນຫາສາເຫດຕໍ່ໄປ.

ຄິມແຊຣົນ ເລີ່ມຕົ້ນເສັ້ນທາງການເປັນນັກສະແດງຕັ້ງແຕ່ຍັງນ້ອຍ ແລະໄດ້ຮັບການຍອມຮັບຢ່າງກວ້າງຂວາງ ໂດຍສະເພາະບົດບາດໃນຮູບເງົາເລື່ອງ ‘A Brand New Life (2009)’ ທີ່ເຄີຍຖືກສາຍໃນເທສະການໜັງເມືອງຄານ. ນອກຈາກນີ້ ລາວຍັງມີຜົນງານເດັ່ນອື່ນໆອີກ ເຊັ່ນ: The Man From Nowhere (2010), The Neighbors (2012) ແລະ A Girl at My Door (2014) ລວມເຖິງຜົນງານທາງໂທລະພາບອີກຫຼາຍລາຍການ.

ເຫດການນີ້ ໄດ້ຕອກຢ້ຳເຖິງປັນຫາສຸຂະພາບຈິດ ແລະແຮງກົດດັນໃນອຸດສາຫະກຳບັນເທີງເກົາຫຼີໃຕ້. ໂດຍກ່ອນໜ້ານີ້ ມີສິລະປິນຫຼາຍຄົນເສຍຊີວິດໃນລັກສະນະດຽວກັນ ເຊັ່ນ: ຊົງແຈລິມ ອະດີດນາຍແບບແລະນັກສະແດງ ທີ່ເສຍຊີວິດໃນໄວ 39 ປີ, ມຸນບິນ ສະມາຊິກວົງ ASTRO ທີ່ເສຍຊີວິດໃນໄວ 25 ປີເມື່ອປີທີ່ແລ້ວ, ຊອລລີ່ ອະດີດສະມາຊິກວົງ F(X) ເສຍຊີວິດໃນປີ 2019 ໃນໄວ 25 ປີ ແລະ ຄິມຈົງຮຢອນ ສະມາຊິກວົງ Shinee ຈາກໄປໃນປີ 2017 ໃນໄວ 27 ປີ.

ເຖິງແມ່ນວ່າຄ່າຍບັນເທີງໃນເກົາຫຼີໃຕ້ ຈະພະຍາຍາມປັບປຸງລະບົບສະໜັບສະໜຸນສຸຂະພາບຈິດໃຫ້ກັບສິລະປິນ ລວມເຖິງໃຫ້ຄຳປຶກສາ ແລະຈັດການຕາຕະລາງທີ່ຍືດຍຸ່ນຫຼາຍຂຶ້ນ. ແຕ່ຜູ້ຊ່ຽວຊານລະບຸວ່າ ສະພາບການແຂ່ງຂັນທີ່ສູງ, ຄວາມຄາດຫວັງຈາກສັງຄົມ ແລະແຮງກົດດັນຕໍ່ພາບລັກແລະພຶດຕິກຳຂອງສິລະປິນ ຍັງຄົງສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງພວກເຂົາ.

 

ທີ່ມາ: CNN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...