Homeຂ່າວຕ່າງປະເທດປ່ຽນງານດອງເປັນເວທີມວຍປໍ້າ ງານແຕ່ງດອງຂອງຄູ່ຮັກຊາວຈີນ ກາຍເປັນເສິກແຫ່ງສັກສີ ເພາະຖ້າຜູ້ໃດເສຍ ຈະຕ້ອງໄດ້ເຮັດວຽກເຮືອນທັງໝົດ ໂດຍຫ້າມມີຂໍ້ໂຕ້ຖຽງ

ປ່ຽນງານດອງເປັນເວທີມວຍປໍ້າ ງານແຕ່ງດອງຂອງຄູ່ຮັກຊາວຈີນ ກາຍເປັນເສິກແຫ່ງສັກສີ ເພາະຖ້າຜູ້ໃດເສຍ ຈະຕ້ອງໄດ້ເຮັດວຽກເຮືອນທັງໝົດ ໂດຍຫ້າມມີຂໍ້ໂຕ້ຖຽງ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອບໍ່ດົນມານີ້ທີ່ເມືອງ Zunyi ແຂວງ Guizhou ປະເທດຈີນ ມີຄູ່ຮັກຊາວຈີນໄດ້ຈັດງານດອງ ທີ່ໄດ້ປ່ຽນຈາກງານດອງແບບທຳມະດາກາຍເປັນເວທີມວຍປໍ້າ ແບບຈັດເຕັມຈົນເຮັດໃຫ້ເເຂກໃນງານທັງຫົວ ແລະ ລຸ້ນໄປພ້ອມກັນ.

ງານດອງທີ່ຈັດຂຶ້ນທີ່ເປັນຂອງຄູ່ຮັກຊາວຈີນທີ່ເຈົ້າບ່າວເຮັດອາຊີບເປັນນັກມວຍປໍ້າມື້ອາຊີບ ສ່ວນເຈົ້າສາວເຮັດວຽກເປັນພະນັກງານໂຮງແຮມ ໂດຍເຈົ້າບ່າວເປັນຜູ້ຄິດໄອເດຍການສ້າງສະໜາມມວຍຂຶ້ນມາໃນງານແຕ່ງໂດຍມີຂໍ້ຕົກລົງວ່າຜູ້ທີ່ເສຍຈະຕ້ອງເຮັດວຍກເຮືອນທັງໝົດໂດຍຫ້າມມີຂໍ້ໂຕ້ຖຽງ

ພາຍໃນສະໜາມມວຍທີ່ຈັດຂຶ້ນ ທັງ 2 ຄົນ ກໍເປີດເສິກກາງເວທີແບບມວຍປ້ຳຂອງແທ້ ທັງທ່າຈັບລັອກ, ທ່າທຸ້ມ… ຈັດເຕັມຄືເບິ່ງມວຍປໍ້າ WWE ເລີຍ ແລະ ແນ່ນອນວ່າທຸກຢ່າງແມ່ນຖືກຊ້ອມ ແລະ ວາງສະຄິບໄວ້ໝົດແລ້ວ.

ແລະ ຜົນສຸດທ້າຍ ເຈົ້າບ່າວເປັນຝ່າຍເສຍ ໂດຍຖືກຝ່າຍເຈົ້າສາວຈັບທຸ້ມລົວໆ ທ່າມກາງສຽງເຊຍຂອງແຂກໃນງານ ເໝືອນປະກາດກາງງານວ່າ ຂ້ອຍຢ້ານເມຍ ແບບໜ້າຮັກໆ.

ເຈົ້າບ່າວຍັງໃຫ້ສຳພາດອີກວ່າ ທຸກຢ່າງຜ່ານການຊ້ອມມາຢ່າງດີ ແລະ ເວົ້າຕິດຕະຫຼົກຕື່ມອີກວ່າ ແນ່ນອນວ່າຂ້ອຍຕ້ອງແພ້ເສຍໃນຕອນຈົບ ເພາະຂ້ອຍຈະບໍ່ຍອມໃຫ້ເຈົ້າສາວຕ້ອງເຮັດວຽກເຮືອນແນ່ນອນ.

ຖືວ່າເປັນໄອເດຍຈັດງານແຕ່ງດອງທີ່ທັງສ້າງສັນອົບອຸ່ນ ແລະ ສະທ້ອນຄວາມສຳພັນຂອງທັງຄູ່ໄດ້ດີຫຼາຍແທ້ໆ ຂໍສະແດງຄວາມຍິນດີນໍາ.

ແຫຼ່ງຂໍ້ມູນ: mgronline

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...