Published on

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ…

    ໂຄງການແລກປ່ຽນດ້ານຮູບເງົາ ອົດສະຕຣາລີ-ແມ່ນ້ຳຂອງ (Australia-Mekong Screen Exchange – AMSE) ເຊິ່ງເປັນໂຄງການລິເລີ່ມໃໝ່ທີ່ເຊື່ອມຕໍ່ບຸກຄະລາກອນໃນອຸດສາຫະກຳຮູບເງົາ ແລະ ໂທລະພາບ ທັງໃນລະດັບເລີ່ມຕົ້ນ ແລະ ລະດັບກາງ ຈາກປະເທດອົດສະຕຣາລີ, ຫວຽດນາມ, ກຳປູເຈຍ ແລະ ລາວ ໄດ້ເປີດຮັບສະໝັກຜູ້ເຂົ້າຮ່ວມໂຄງການ ທີ່ມີເປົ້າໝາຍເພື່ອພັດທະນາການຮ່ວມມືຂ້າມຊາຍແດນ ແລະ ສ້າງໂອກາດຕ່າງໆໃນແວດວົງການຜະລິດຮູບເງົາ ແລະ ສື່ໂທລະພາບ.

ໂຄງການດັ່ງກ່າວນຳພາໂດຍອົງກອນ Global Viet Women ແລະ ສະໜັບສະໜູນໂດຍສູນ ອາຊຽນ-ອົດສະຕຣາລີ (ASEAN-Australia Centre) ເຊິ່ງໄດ້ເປີດຕົວຢ່າງເປັນທາງການໃນວັນທີ 12 ພະຈິກ ຜ່ານມາ ເຊິ່ງຈັດໂດຍ PKF ທີ່ເມືອງເມລເບິນ ປະເທດອົດສະຕຣາລີ ໂດຍມີບັນດາຜູ້ນຳໃນອຸດສາຫະກຳຮູບເງົາ, ຊຸມຊົນຊາວອາຊີຕາເວັນອອກສ່ຽງໃຕ້ທີ່ອາໄສຢູ່ຕ່າງປະເທດ ແລະ ຜູ້ຕາງໜ້າຈາກລັດຖະບານເຂົ້າຮ່ວມ.

ຜ່ານການພັດທະນາວິຊາຊີບທາງອອນລາຍ, ການໃຫ້ຄຳປຶກສາ, ການເຂົ້າຮ່ວມໂຄງການພຳນັກສ້າງສັນຜົນງານ ແລະ ງານວາງສະແດງອຸດສາຫະກຳ, ຜູ້ເຂົ້າຮ່ວມຈະໄດ້ພັດທະນາໂຄງການຂອງຕົນໃຫ້ກາຍເປັນບົດນຳສະເໜີ ທີ່ພ້ອມສຳລັບຕະຫຼາດ ເພື່ອສະເໜີຕໍ່ແຫຼ່ງທຶນ ແລະ ງານມະຫາກຳຮູບເງົາຕ່າງໆ. ໂຄງການຈະຄັດເລືອກຜູ້ເຂົ້າຮ່ວມທັງໝົດ 25 ຄົນ ສຳລັບຫຼັກສູດອອນລາຍ ແລະ ຈະຄັດເລືອກເອົາ 12 ຄົນ ເພື່ອເຂົ້າຮ່ວມໂຄງການພຳນັກສ້າງສັນຜົນງານຕົວຈິງ ທີ່ນະຄອນເກິນເທີ ປະເທດຫວຽດນາມ ແລະ ນະຄອນເມລເບິນ ໃນປີ 2027.

ທ່ານ ນາງ ເຈນນີ ເຈິ່ນ (Jenny Tran), ຜູ້ອຳນວຍການໂຄງການ Australia-Mekong Screen Exchange ກ່າວວ່າ: “ເລື່ອງລາວຈາກພາກພື້ນແມ່ນ້ຳຂອງ ແລະ ຊຸມຊົນຊາວແມ່ນ້ຳຂອງໃນຕ່າງແດນ ຍັງບໍ່ທັນໄດ້ຮັບການນຳສະເໜີຢ່າງພຽງພໍໃນວົງການຮູບເງົາຂອງອົດສະຕຣາລີ ແລະ ສາກົນ. ໂຄງການ AMSE ຈະມອບທັກສະ, ທີ່ປຶກສາ ແລະ ຄູ່ຮ່ວມງານສ້າງສັນ ໃຫ້ແກ່ຜູ້ເຮັດວຽກດ້ານຮູບເງົາໃນອົດສະຕຣາລີ ແລະ ພາກພື້ນແມ່ນ້ຳຂອງ ເພື່ອປ່ຽນແນວຄວາມຄິດຂອງພວກເຂົາໃຫ້ກາຍເປັນໂຄງການທີ່ເຊື່ອມຕໍ່ກັບຜູ້ຊົມໃນທັງສອງພື້ນທີ່. ພວກເຮົາຢາກຮັບຟັງເປັນພິເສດຈາກແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນຊາວອົດສະຕຣາລີທີ່ມີເຊື້ອສາຍຫວຽດນາມ, ກຳປູເຈຍ ແລະ ລາວ ເຊິ່ງນຳເອົາມຸມມອງທີ່ເຊື່ອມໂຍງທັງສອງຝ່າຍຂອງການແລກປ່ຽນນີ້ເຂົ້າມາ.”

ທ່ານ ນາງ ຟີໂອນາ ຮອກກາດ (Fiona Hoggart), ຫົວໜ້າສູນ ອາຊຽນ-ອົດສະຕຣາລີ ກ່າວວ່າ ໂຄງການລິເລີ່ມນີ້ເປັນໂອກາດໃນການເສີມສ້າງສາຍພົວພັນລະຫວ່າງ ອົດສະຕຣາລີ ແລະ ພາກພື້ນແມ່ນ້ຳຂອງ ໃຫ້ເລິກເຊິ່ງຍິ່ງຂຶ້ນຜ່ານການເລົ່າເລື່ອງ ພ້ອມທັງສ້າງສາຍສຳພັນ ແລະ ໂອກາດສຳລັບການຮ່ວມມືດ້ານການສ້າງສັນໃນທົ່ວພາກພື້ນ.

ວິທີການສະໝັກ

ໂຄງການນີ້ເປີດຮັບນັກຂຽນບົດ, ຜູ້ກຳກັບ ແລະ ຜູ້ອຳນວຍການສ້າງ ທີ່ມີອາຍຸລະຫວ່າງ 21 ຫາ 35 ປີ ຈາກປະເທດອົດສະຕຣາລີ, ຫວຽດນາມ, ກຳປູເຈຍ ແລະ ລາວ. ໂດຍສະເພາະແມ່ນສົ່ງເສີມໃຫ້ແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນຈາກຊຸມຊົນຊາວແມ່ນ້ຳຂອງໃນຕ່າງແດນສະໝັກເຂົ້າຮ່ວມ.

ປິດຮັບສະໝັກໃນເວລາ 23:59 ໂມງ ຂອງວັນທີ 13 ທັນວາ 2026 ຕາມເວລາປະເທດລາວ (GMT+7). ສາມາດເບິ່ງເງື່ອນໄຂການສະໝັກສະບັບເຕັມ ແລະ ແບບຟອມສະໝັກໄດ້ທີ່ Global Viet Women – AMSE.

ຄວາມເປັນມາຂອງໂຄງການ

ໂຄງການແລກປ່ຽນດ້ານຮູບເງົາ ອົດສະຕຣາລີ-ແມ່ນ້ຳຂອງ ແມ່ນຂໍ້ລິເລີ່ມທີ່ນຳພາໂດຍ Global Viet Women, ສະໜັບສະໜູນໂດຍສູນ ອາຊຽນ-ອົດສະຕຣາລີ ແລະ ຈັດຕັ້ງປະຕິບັດຮ່ວມກັບພັນທະມິດດ້ານຮູບເງົາ, ການສຶກສາ, ວັດທະນະທຳ ແລະ ຄູ່ຮ່ວມງານໃນພາກພື້ນ ເພື່ອສະໜັບສະໜູນຜູ້ປະກອບອາຊີບດ້ານຮູບເງົາຈາກອົດສະຕຣາລີ, ຫວຽດນາມ, ກຳປູເຈຍ ແລະ ລາວ ໃນການພັດທະນາໂຄງການຮ່ວມມື, ແນວທາງການຮ່ວມຜະລິດ ແລະ ການເປັນຄູ່ຮ່ວມງານສ້າງສັນທີ່ຍືນຍົງ.

  • Global Viet Women: ແມ່ນອົງກອນບໍ່ສະແຫວງຫາຜົນກຳໄລທີ່ດຳເນີນງານໂດຍອາສາສະໝັກ ເຊິ່ງກໍ່ຕັ້ງຂຶ້ນໂດຍແມ່ຍິງຊາວຫວຽດນາມ ດ້ວຍວິໄສທັດຮ່ວມກັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງຫວຽດນາມໃນຊຸມຊົນຕ່າງແດນທົ່ວໂລກ. ພາລະກິດຂອງອົງກອນແມ່ນເພື່ອຍົກລະດັບທັກສະ, ຂະຫຍາຍໂອກາດ ແລະ ສົ່ງເສີມການແລກປ່ຽນວັດທະນະທຳ ເພື່ອຊ່ວຍໃຫ້ແມ່ຍິງເຕີບໂຕທັງດ້ານຊີວິດສ່ວນຕົວ ແລະ ໜ້າທີ່ການງານ.
  • ສູນ ອາຊຽນ-ອົດສະຕຣາລີ (ASEAN-Australia Centre): ມີເປົ້າໝາຍເພື່ອເສີມສ້າງສາຍພົວພັນລະຫວ່າງ ອົດສະຕຣາລີ ແລະ ອາຊີຕາເວັນອອກສ່ຽງໃຕ້ ຜ່ານໂຄງການ ແລະ ກິດຈະກຳຕ່າງໆ ທີ່ເນັ້ນໃສ່ 4 ເສົາຫຼັກ ຄື: ຄວາມຮູ້ຄວາມເຂົ້າໃຈກ່ຽວກັບອາຊີຕາເວັນອອກສ່ຽງໃຕ້, ການເຊື່ອມໂຍງທາງເສດຖະກິດ, ການສຶກສາ ແລະ ການເຊື່ອມໂຍງທາງວັດທະນະທຳ.

 

ບົດຄວາມຫຼ້າສຸດ

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...