Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

ເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

Published on

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຈາກກໍລະນີຄະດີສາວແອ ຖືກຈັບກຸມໃນຂໍ້ຫາລັກລອບຂົນເຮໂຣອີນເຂົ້າປະເທດອົດສະຕາລີ ເມື່ອວັນທີ 25​ ມິຖຸນາ 2026 ທີ່ຜ່ານມາ.

ໃນວັນທີ 15 ກໍລະກົດ 2026, ເຈົ້າໜ້າທີ່ໄທສາມາດກັກຕົວກຸ່ມບຸກຄົນທີ່ມີຄວາມສຳຄັນໃນຄະດີໄດ້ ແລະ ຍັງສືບຕໍ່ປະສານການຂະຫຍາຍຜົນການສືບສວນກັບທາງການປະເທດອົດສະຕາລີ ຫາ ນາງ ເດຍ ເຊິ່ງເປັນຄົນໄທ ແລະ ເປັນຊື່ຂອງຜູ້ຖ້າຮັບພັດສະດຸປາຍທາງ ແລະ ກຸ່ມຄົນລາວ 3​ ຄົນ ໄດ້ແກ່ ທ້າວ ສາຍັນ ບົວລະພາ, ນາງ ນັນ ບົວລະພາ ແລະ ທ້າວ ອຸ່ນ ເນົາວະລາດ ທີ່ມີໜ້າທີ່ສັ່ງການໃຫ້ລຳລຽງຢາເສບຕິດເຂົ້າສູ່ປະເທດໄທ. ໂດຍທັງ 3 ຄົນໄດ້ຫຼົບລີ້ພາຍໃນລາວ ທາງການໄທຈຶ່ງໄດ້ປະສານຄວາມຮ່ວມມືກັບເຈົ້າໜ້າທີ່ລາວ ໃຫ້ຊ່ວຍຕິດຕາມ, ກັກຕົວ ແລະ ສົ່ງມອບໃຫ້ທາງການໄທໄປດຳເນີນຄະດີ.

ຫຼ້າສຸດ, ທາງການລາວໄດ້ຢືນຢັນກັບທາງການໄທວ່າ ສາມາດກັກຕົວ ທ້າວ ສາຍັນ ແລະ ນາງ ນັນ ໄດ້ແລ້ວ, ສ່ວນທ້າວ ອຸ່ນ ຍັງຄົງສືບຕໍ່ເລັ່ງຕິດຕາມການກັກຕົວ.

ເຈົ້າໜ້າທີ່ໄທກ່າວວ່າ ສາເຫດທີ່ອາດຈະບໍ່ໄດ້ນຳຕົວຜູ້ຖືກຫາທັງ 2 ຄົນສົ່ງທາງການໄທໄປດຳເນີນຄະດີນັ້ນ ເນື່ອງຈາກຜູ້ຖືກຫາທັງ 2 ເປັນຜູ້ຕ້ອງຫາກໍລະນີສຳຄັນ ແລະ ຍັງມີຄະດີທີ່ກ່ຽວກັບຢາເສບຕິດທີ່ເກີດຂຶ້ນໃນປະເທດລາວອີກດ້ວຍ. ທາງການໄທ ແລະ ລາວ ຈຶ່ງມີຄວາມເຫັນຮ່ວມກັນວ່າ ຈະຕ້ອງສືບຕໍ່ຂະຫຍາຍຜົນຢູ່ປະເທດລາວ ເພື່ອສືບສວນ-ສອບສວນໄປໃຫ້ເຖິງຕົ້ນຕໍຂອງຂະບວນການທີ່ກ່ຽວຈ້ອງກັບກຸ່ມຄ້າຂາຍຢາເສບຕິດຂ້າມຊາດ.

ເຈົ້າໜ້າທີ່ໄດ້ລະບຸຕື່ມວ່າ ຈາກການສືບສວນຂໍ້ມູນຍ້ອນຫຼັງ 2-3 ປີ ພົບວ່າຜູ້ຖືກຫາທັງ 3​ ຄົນຄື ທ້າວ ສາຍັນ, ນາງ ນັນ ແລະ ທ້າວ ອຸ່ນ ໄດ້ຮ່ວມກັນກັບຄູ່ຜົວເມຍ ທ້າວ ອຸທິດ ຄົນໄທ ແລະ ນາງ ທັດສະພອນ ຄົນລາວ ເຊິ່ງມີຄວາມກ່ຽວຂ້ອງກັບຢາເສບຕິດ ເຊັ່ນ ເຮໂຣອິນ ແລະ ຢາບ້າມາໂດຍຕະຫຼອດ. ໂດຍສະເພາະກໍລະນີຂອງ ທ້າວ ສາຍັນ ແລະ ທ້າວ ອຸ່ນ ທີ່ມີໜ້າທີ່ສັ່ງການໃຫ້ເຄືອຂ່າຍນຳເອົາຢາເສບຕິດຂ້າມຝັ່ງມາສົ່ງໃຫ້ເຄືອຂ່າຍໃນປະເທດໄທ.

ແຫຼ່ງທີ່ມາ: Khaosod, Thairath

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...