Homeຂ່າວຕ່າງປະເທດເຝົ້າລະວັງ-ຮັບມື ພະຍາດອີໂບລາ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນທະວີບອາຟຣິກາ (ລາວແມ່ນມີຄວາມສ່ຽງຕໍ່າ)

ເຝົ້າລະວັງ-ຮັບມື ພະຍາດອີໂບລາ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນທະວີບອາຟຣິກາ (ລາວແມ່ນມີຄວາມສ່ຽງຕໍ່າ)

Published on

ໃນວັນທີ 03 ມິຖຸນາ 2026 ທີ່ຜ່ານມາ ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນບັນດາປະເທດຢູ່ທະວີບອາຟຣິກາ.

ພະຍາດອີໂບລາເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ແລະ ເປັນພະຍາດທີ່ຕິດຕໍ່ຈາກຄົນສູ່ຄົນໄດ້ ໂດຍຜ່ານການສໍາຜັດຜ່ານເຫຍື່ອເມື່ອ ຫຼື ນໍ້າຂັບລັ່ງທີ່ອອກຈາກຮ່າງກາຍຂອງຄົນທີ່ຕິດເຊື້ອ ຫຼື ສັດທີ່ຕິດເຊື້ອ.

ເບື້ອງຕົ້ນແມ່ນຈະມີອາການໄຂ້, ໄອ, ຖອກທ້ອງ ແລະ ມີຫຼາຍອາການເກີດຂຶ້ນທີ່ບໍ່ຊັດເຈນ ເຊິ່ງອາການດັ່ງກ່າວແມ່ນພາໃຫ້ເກີດມີເລືອດໄຫຼເຮັດໃຫ້ເສຍຊີວິດ ສຳລັບອັດຕາການເສຍຊີວິດຂອງກຸ່ມຄົນທີ່ຕິດພະຍາດນີ້ແມ່ນມີສູງເຖິງ 50-90%

ພະຍາດອີໂບລາບໍ່ແມ່ນພະຍາດໃໝ່ ເປັນພະຍາດທີ່ເຄີຍເກີດຂຶ້ນຕັ້ງແຕ່ປີ 1976 ສ່ວນໃຫ່ຍແມ່ນເກີດຂຶ້ນຢູ່ທະວີບອາຟຣິກາ ເກີດຂຶ້ນເປັນແຕ່ລະຊ່ວງໄລຍະ. ມາຮອດປີ 2014-2016 ກໍມີການລະບາດໃຫ່ຍອີກຄັງຢູ່ທີວີບອາຟຣິກາ ເລີ່ມຕົ້ນທີ່ປະເທດກີນີ ຈາກນັ້ນກໍແຜ່ລາມໄປຫຼາຍປະເທດໃນທະວີບອາຟຣິກາ ເຊິ່ງມີີຜູ້ຕິດເຊື້ອທັງໝົດ 28,000 ຄົນ ເສຍຊີວິດ 11,000 ຄົນ.

ພະຍາດດັ່ງກ່າວແມ່ນຍັງບໍ່ມີວັກຊີນ ຫຼື ຢາ ປິ່ນປົວສະເພາະ ສະນັ້ນແລ້ວ ໃນສະພາບປັດຈຸບັນໃນວັນທີ 16 ພຶດສະພາ 2026 ຜູ້ອໍານວຍການໃຫ່ຍຂອງອົງການອະນາໄມໂລກໄດ້ປະກາດຢ່າງເປັນທາງການຕໍ່ການລະບາດຂອງພະຍາດອີໂບລາເປັນພາວະສຸກເສີນທາງດ້ານສາທາລະນະສຸກຕາມກົດລະບຽບສາກົນດ້ານສາທາລະນະສຸກ

ຕາມຂໍ້ມູນຫຼ້າ, ສຸດໃນວັນທີ 21 ພຶດສະພາ 2026 ມີລາຍງານກໍລະນີສົງໄສທັງໝົດກວ່າ 746 ກໍລະນີ, ໃນນັ້ນເສຍຊີວິດ 176 ກໍລະນີ ທີ່ປະເທດຄອງໂກ. ກໍລະນີທີ່ໄດ້ຮັບການຢັງຢືນແລ້ວ 86 ກໍລະນີ, ເສຍຊີວິດ 10 ກໍລະນີ. ໃນນັ້ນມີກໍລະນີຕິດເຊື້ອໃນປະເທດອູການດາ 2 ກໍລະນີ, ເສຍຊີວິດ 1 ກໍລະນີ. ເຊິ່ງເປັນການລະບາດທີ່ເກີດໃນທະວີບອາຟຣິກາ ຢູ່ໃນພາກພື້ນທະວີບອາຊີຂອງເຮົາຫຼາຍປະເທດກໍມີມາດຕະການເຝົ້າລະວັງເປັນຕົ້ນແມ່ນຜູ້ທີ່ເດີນທາງມາຈາກອາຟຣິກາຈະຕ້ອງໄດ້ຈໍາກັດບໍລິເວນຕົນເອງ ຕໍ່ສະພາບການດັ່ງກ່າວກົມຄວບຄຸມພະຍາດຕິດຕໍ່ກໍໄດ້ຮ່ວມກັບອົງກອນອະນາໄມໂລກ ພ້ອມທັງຂະແໜງການທີ່ກ່ຽວຂ້ອງກໍໄດ້ປະຊຸມເພື່ອວາງມາດຕະການ ແລະ ປະເມີນຄວາມສ່ຽງ ເຖິງແມ່ນວ່າປະເທດລາວແມ່ນມີຄວາມສ່ຽງຕໍ່າ ເຖິງແມ່ນວ່າມີຄວາມສ່ຽງຕໍ່າແຕ່ພວກເຮົາກໍຕ້ອງໄດ້ວາງມາດຕະການຮອງຮັບ ໂດຍມີມາດຕະການແນະນໍາສຳລັບຜູ້ທີ່ຈະເດີນທາງໄປເຂດສ່ຽງຈະຕ້ອງລາຍງານຕົວໃຫ້ແກ່ທາງກະຊວງສາທາລະນະສຸກ ແລະ ຜູ້ທີ່ເດີນທາງມາຈາກເຂດສ່ຽງກໍຕ້ອງໄດ້ເຝົ້າລະວັງຕົນເອງຖ້າມີອາການທີ່ໜ້າສົງໄສ ພາຍໃນ 21 ວັນແມ່ນໃຫ້ແຈ້ງທາງກະຊວງສາທາລະນະສຸກເພື່ອວາງມາດຕະການຄວບຄຸມ ແລະ ປິ່ນປົວໃຫ້ຖືກຕ້ອງຕາມມາດຕະການ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...