Home​ຂ່າວທ່ອງທ່ຽວກົມຕໍາຫຼວດຄຸ້ມຄອງການທ່ອງທ່ຽວແຈ້ງ ບັນດາບໍລິສັດທ່ອງທ່ຽວ ເມື່ອຕ້ອງນໍາເຂົ້ານັກທ່ອງທ່ຽວ ຕ້ອງໄດ້ຕິດຂັດໃບຢັ້ງຢືນການຈອງໂຮງແຮມ ນັບແຕ່ມື້ເຂົ້າ ຮອດ ມື້ເດີນທາງອອກ

ກົມຕໍາຫຼວດຄຸ້ມຄອງການທ່ອງທ່ຽວແຈ້ງ ບັນດາບໍລິສັດທ່ອງທ່ຽວ ເມື່ອຕ້ອງນໍາເຂົ້ານັກທ່ອງທ່ຽວ ຕ້ອງໄດ້ຕິດຂັດໃບຢັ້ງຢືນການຈອງໂຮງແຮມ ນັບແຕ່ມື້ເຂົ້າ ຮອດ ມື້ເດີນທາງອອກ

Published on

ອີງຕາມແຈ້ງການຂອງ ກະຊວງປ້ອງກັນຄວາມສະຫງົບ ກົມໃຫຍ່ສັນຕິບານ ກົມຕໍາຫຼວດຄຸ້ມຄອງການທ່ອງທ່ຽວ ເລກທີ 1545/ກຄທ ນະຄອນຫຼວງວຽງຈັນ ລົງວັນທີ 12 ພຶດສະພາ 2026

ເຖິງ: ບັນດາຜູ້ປະກອບການຫົວໜ່ວຍທຸລະກິດບໍລິສັດທ່ອງທ່ຽວທີ່ນັບຖື.

ເລື່ອງ: ການປະກອບເອກະສານເພີ່ມເຕີມ ກ່ຽວກັບການຂໍອະນຸຍາດນໍາເຂົ້ານັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ສປປ ລາວ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ໃນຂົງເຂດການທ່ອງທ່ຽວຖືກຕ້ອງ, ສອດຄ່ອງ ຕາມທິດທາງນະໂຍບາຍຫັນປ່ຽນໃໝ່ຂອງລັດຖະບານ, ໂດຍການເຊື່ອມໂຍງຂໍ້ມູນການພັກເຊົາຂອງນັກ ທ່ອງທ່ຽວທີ່ເດີນທາງເຂົ້າມາທ່ອງທ່ຽວ ສປປ ລາວ ເຂົ້າໃນລະບົບທັນສະໄໝ, ແນໃສ່ເຮັດໃຫ້ຂົງເຂດ ການທ່ອງທ່ຽວມີຄວາມສະຫງົບ-ຄວາມປອດໄພ ສ້າງຄວາມປະທັບໃຈ ທັງເປັນການດຶງດູດນັກທ່ອງທ່ຽວເຂົ້າມາ ທ່ອງທ່ຽວ ສປປ ລາວ ນັບມື້ນັບຫຼາຍຂຶ້ນ.

ກົມຕໍາຫຼວດຄຸ້ມຄອງການທ່ອງທ່ຽວ ຂໍຖືເປັນກຽດແຈ້ງເພີ່ມເຕີມມາຍັງບັນດາຜູ້ປະກອບການຫົວໜ່ວຍທຸລະກິດບໍລິສັດທ່ອງທ່ຽວ ດັ່ງນີ້:

ການປະກອບເອກະສານນໍາເຂົ້ານັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ສປປ ລາວ ຕ້ອງໄດ້ຕິດຂັດໃບຢັ້ງຢືນການ ຈອງໂຮງແຮມ (Confirmed booking hotel) ຕາມລາຍການທ່ອງທ່ຽວ ນັບແຕ່ມື້ເຂົ້າມາຮອດ ແລະ ມື້ເດີນທາງອອກ ສ່ວນເອກະສານອື່ນທີ່ໄດ້ປະກອບຕິດຂັດໃນໄລຍະຜ່ານມາແມ່ນ ໃຫ້ປະຕິບັດຄືເກົ່າ.

ດັ່ງນັ້ນ, ກົມຕໍາຫຼວດຄຸ້ມຄອງການທ່ອງທ່ຽວ ຈຶ່ງອອກຫນັງສືແຈ້ງມາຍັງບັນດາຜູ້ປະກອບການ ບໍລິສັດທ່ອງທ່ຽວ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...