Homeຂ່າວພາຍ​ໃນປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

Published on

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ ບ້ານແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ ພ້ອມທັງສາມາດເກັບກູ້ຊັບສິນຂອງກາງຄະດີຄືນໄດ້ຈຳນວນໜຶ່ງ.

ຕາມຂໍ້ມູນຈາກ ປກສ ແຂວງວຽງຈັນ, ໃນວັນທີ 12 ຕຸລາ 2026 ເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ 2 ຄົນ ວ່າຖືກກຸ່ມຄົນຮ້າຍປຸ້ນເອົາຊັບສິນຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ ບ້ານແອກຊ້າງ ເມືອງໂພນໂຮງ. ຊັບສິນທີ່ສູນເສຍປະກອບມີ: ວັດຖຸຄ້າຍຄືຄຳ ນ້ຳໜັກ 12 ບາດ 2 ສະຫຼຶງ, ເງິນໂດລາສະຫະລັດ 1.000 ໂດລາ ແລະ ເງິນກີບ 36.000.000 ກີບ. ພາຍຫຼັງຮັບແຈ້ງຄວາມ ເຈົ້າໜ້າທີ່ວິຊາສະເພາະໄດ້ສົມທົບກັບ ກອງບັນຊາການ ປກສ ເມືອງໂພນໂຮງ ແລະ ພາກສ່ວນກ່ຽວຂ້ອງ ລົງກວດກາສະຖານທີ່ເກີດເຫດ ເກັບກຳຂໍ້ມູນ ແລະ ຫຼັກຖານ ເພື່ອສືບສວນຕິດຕາມຜູ້ກໍ່ເຫດ.

ຜ່ານການສືບສວນ-ສອບສວນ ແລະ ຕິດຕາມເປົ້າໝາຍ ເຈົ້າໜ້າທີ່ສາມາດກັກຕົວຜູ້ຖືກຫາໄດ້ 4 ຄົນ ຄື: 

  1. ທ້າວ ເຈັງວິໄລ ຖໍ ອາຍຸ 35 ປີ, ອາຊີບກຳມະກອນ, ມີຖິ່ນກຳເນີດຢູ່ແຂວງຫົວພັນ, ປັດຈຸບັນອາໄສຢູ່ບ້ານພູສັນ ເມືອງໂພນໂຮງ ແຂວງວຽງຈັນ; 
  2. ທ້າວ ປໍທໍ່ ອາຍຸ 25 ປີ, ອາຊີບກຳມະກອນ, ມີຖິ່ນກຳເນີດຢູ່ແຂວງຫົວພັນ, ປັດຈຸບັນພັກເຊົາຢູ່ບ້ານຈຸ້ມ ເມືອງທຸລະຄົມ ແຂວງວຽງຈັນ; 
  3. ທ້າວ ໄຊ ມົ່ວ ອາຍຸ 23 ປີ, ອາຊີບກຳມະກອນ, ມີຖິ່ນກຳເນີດຢູ່ແຂວງຫົວພັນ, ປັດຈຸບັນພັກເຊົາຢູ່ບ້ານຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ;
  4. ທ້າວ ນໍຈົ່ງໄຊລີ ທໍ່ ອາຍຸ 45 ປີ, ມີຖິ່ນກຳເນີດຢູ່ແຂວງຫົວພັນ, ປັດຈຸບັນອາໄສຢູ່ບ້ານແສງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ.

ຜ່ານການສອບສວນ ທ້າວ ນໍຈົ່ງໄຊລີ ທໍ່ ໄດ້ໃຫ້ການວ່າ ຕົນເອງຮູ້ຈັກກັບຜູ້ເສຍຫາຍມາແຕ່ທ້າຍປີ 2023 ແລະ ຕິດຕໍ່ສື່ສານກັນຜ່ານເຟສບຸກ. ຜູ້ເສຍຫາຍເຄີຍເດີນທາງມາທ່ອງທ່ຽວ ສປປ ລາວ ແລ້ວ 2 ຄັ້ງ. ຕໍ່ມາ ໃນວັນທີ 7 ກັນຍາ 2026 ຜູ້ເສຍຫາຍທັງ 2 ຄົນໄດ້ເດີນທາງເຂົ້າມາທ່ອງທ່ຽວອີກຄັ້ງ, ໂດຍທ້າວ ນໍຈົ່ງໄຊລີ ທໍ່ ແລະ ທ້າວ ເຈັງວິໄລ ຖໍ ໄດ້ໄປຮັບຢູ່ສະໜາມບິນສາກົນວັດໄຕ ແລະ ພາໄປທ່ຽວຕາມສະຖານທີ່ຕ່າງໆ.

ມາຮອດວັນທີ 11 ຕຸລາ 2026 ທ້າວ ເຈັງວິໄລ ຖໍ ໄດ້ປຶກສາກັບທ້າວ ນໍຈົ່ງໄຊລີ ທໍ່ ວາງແຜນປຸ້ນເອົາຊັບສິນຂອງຜູ້ເສຍຫາຍ ໂດຍມອບໃຫ້ທ້າວ ເຈັງວິໄລ ຖໍ ເປັນຜູ້ຈັດຫາບຸກຄົນມາຮ່ວມກໍ່ເຫດ. ຫຼັງຈາກພາຜູ້ເສຍຫາຍໄປທ່ຽວເຂື່ອນນ້ຳງື່ມ ແລະ ແວ່ຮັບປະທານອາຫານຢູ່ເຂດຕະຫຼາດບ້ານເກີນ ເມືອງທຸລະຄົມແລ້ວ ກຸ່ມດັ່ງກ່າວໄດ້ພາກັນຂ້າມຝັ່ງຈາກບ້ານເກີນໄປບ້ານວຽງຄຳ ແລະ ເດີນທາງຕໍ່ໄປຕາມເສັ້ນທາງສວນກ້ວຍ. ເມື່ອຮອດບໍລິເວນຂົວຮ່ອງນ້ຳແດງ ໄດ້ມີຄົນຮ້າຍ 2 ຄົນ ໃຊ້ອາວຸດມີດ ແລະ ປືນຂົ່ມຂູ່ເອົາຊັບສິນຈາກຜູ້ເສຍຫາຍ ກ່ອນຫຼົບໜີໄປ.

ຮອດຕອນເຊົ້າວັນທີ 12 ຕຸລາ 2026 ທ້າວ ນໍຈົ່ງໄຊລີ ທໍ່ ແລະ ທ້າວ ເຈັງວິໄລ ຖໍ ໄດ້ພາກັນຫຼົບໜີໄປຄົນລະທິດທາງ. ຕໍ່ມາ ເວລາ 17:30 ໂມງ ຂອງວັນດຽວກັນ ທ້າວ ເຈັງວິໄລ ຖໍ ໄດ້ເດີນທາງມາພົບທ້າວ ນໍຈົ່ງໄຊລີ ທໍ່ ຕາມນັດໝາຍຢູ່ບ້ານລິ່ງຊັນ ເມືອງທຸລະຄົມ ແລະ ໄດ້ແບ່ງປັນຊັບສິນທີ່ໄດ້ຈາກການກໍ່ເຫດ ປະກອບມີ: ເງິນກີບ 10.000.000 ກີບ, ສາຍຄໍສີເຫຼືອງຄ້າຍຄືຄຳ 2 ເສັ້ນ ແລະ ສາຍແຂນສີເຫຼືອງຄ້າຍຄືຄຳ 1 ເສັ້ນ ກ່ອນຈະແຍກກັນໄປ.

ຈາກນັ້ນ ທ້າວ ນໍຈົ່ງໄຊລີ ທໍ່ ໄດ້ນຳວັດຖຸຄ້າຍຄືຄຳໄປຝັງໄວ້ບໍລິເວນສວນກ້ວຍ ບ້ານລິ່ງຊັນ ໃກ້ຖຽງ ແລະ ແຈ້ງໃຫ້ລູກສາວຊື່ ນາງ ໄມວ່າງ ທໍ່ ຮັບຮູ້ ກ່ອນຈະຫຼົບໜີໄປຢູ່ບ້ານເມືອງເກົ່າ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ຕໍ່ມາ ໃນວັນທີ 7 ພະຈິກ 2026 ຜູ້ກ່ຽວໄດ້ເຂົ້າມອບຕົວຕໍ່ເຈົ້າໜ້າທີ່.

ສຳລັບວັນທີ 8 ພະຈິກ 2026 ເຈົ້າໜ້າທີ່ໄດ້ລົງເກັບກູ້ຊັບສິນຂອງກາງຄະດີທີ່ທ້າວ ນໍຈົ່ງໄຊລີ ທໍ່ ໄດ້ຈາກການກໍ່ເຫດມາຮັກສາໄວ້ ປະກອບມີ: ເງິນກີບ 10.000.000 ກີບ, ສາຍຄໍຄ້າຍຄືຄຳ 2 ເສັ້ນ ພ້ອມຈີ້ພະ 1 ອັນ, ສາຍແຂນຄ້າຍຄືຄຳ 1 ເສັ້ນ, ຕຸ້ມຫູຄ້າຍຄືຄຳ 3 ຄູ່ກັບ 1 ຂ້າງ, ເຂັມຂັດຄ້າຍຄືຄຳ 1 ອັນ, ຈີ້ສາຍຄໍສີຂາວຄ້າຍຄືເງິນ 2 ອັນ, ສາຍຄໍສີຂາວຄ້າຍຄືເງິນ 1 ເສັ້ນ ແລະ ຕຸ້ມຫູສີຂາວຄ້າຍຄືເງິນ 2 ຄູ່ກັບ 1 ຂ້າງ. ຊັບສິນທັງໝົດໄດ້ນຳມາເກັບຮັກສາໄວ້ຢູ່ ກອງບັນຊາການ ປກສ ແຂວງວຽງຈັນ ເພື່ອດຳເນີນການສົ່ງຄືນໃຫ້ເຈົ້າຂອງເດີມຕາມລະບຽບກົດໝາຍ.

ປັດຈຸບັນ ເຈົ້າໜ້າທີ່ພວມສືບຕໍ່ຂະຫຍາຍຜົນ ແລະ ດຳເນີນຄະດີຕາມຂັ້ນຕອນກົດໝາຍ.

ຂໍ້ມູນ ແລະ ຮູບພາບ: ວາລະສານປ້ອງກັນຄວາມສະຫງົບ ປກສ ແຂວງວຽງຈັນ

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...