Homeຂ່າວ​ໄອ​ທີຈາກ Land-Locked ສູ່ Land-Linked! "ບຼູດອດ" ເປີດວິໄສທັດ, ປູພົມເຊື່ອມຕໍ່ການເດີນທາງ 100 ສະຖານີທົ່ວລາວ ສ້າງທາງດ່ວນສີຂຽວ "Border to Border"

ຈາກ Land-Locked ສູ່ Land-Linked! “ບຼູດອດ” ເປີດວິໄສທັດ, ປູພົມເຊື່ອມຕໍ່ການເດີນທາງ 100 ສະຖານີທົ່ວລາວ ສ້າງທາງດ່ວນສີຂຽວ “Border to Border”

Published on

ໃນໄລຍະເດືອນ ພະຈິກ 2025 ການເປີດໂຕສະຖານີໃຫຍ່ທີ່ຈຸດພັກລົດເຊໂນ ເປັນພຽງຈຸດເລີ່ມຕົ້ນຂອງພາລະກິດອັນຍິ່ງໃຫຍ່! ມື້ນີ້ “ບຼູດອດ (BlueDot)” ປະກາດວິໄສທັດທີ່ຈະປ່ຽນໂສມໜ້າການເດີນທາງ ແລະ ການຂົນສົ່ງຂອງ ສປປ ລາວ ໄປຕະຫຼອດການ.

ຈາກປັດຈຸບັນທີ່ຄວບຄຸມແລ້ວ 50 ກວ່າສະຖານີ ແລະ ມີຈຳນວນຫົວສາກຫຼາຍທີ່ສຸດໃນລາວ, ບຼູດອດ ພ້ອມແລ້ວທີ່ຈະກ້າວສູ່ເປົ້າໝາຍ 100 ສະຖານີ ໃນອະນາຄົດອັນໃກ້.

 ປີ 2026: ເຊື່ອມຕໍ່ທົ່ວທິດ ມິດທົ່ວທາງ ພາຍໃນປີ 2026, ບຼູດອດ ວາງເປົ້າໝາຍທີ່ຈະຂະຫຍາຍສະຖານີໃຫ້ຄອບຄຸມເສັ້ນທາງສາຍເໜືອ ແລະ ເຊື່ອມຕໍ່ແບບ “Border to Border” (ຈາກຊາຍແດນ ສູ່ ຊາຍແດນ). ພາລະກິດຄືການປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (Land-locked) ໃຫ້ກາຍເປັນ “Land-Linked ສໍາລັບລົດ EV” ຢ່າງແທ້ຈິງ. ບໍ່ວ່າທ່ານຈະຂັບລົດ EV ໄປທ່ອງທ່ຽວ 18 ແຂວງ ຫຼື ຂົນສົ່ງສິນຄ້າຂ້າມປະເທດ ກໍຈະບໍ່ມີຄຳວ່າ “ກັງວົນເລື່ອງແບັດໝົດ” ອີກຕໍ່ໄປ.

 Green Logistics: ປະຢັດຕົ້ນທຶນ 10 ເທົ່າ! ສຳລັບພາກທຸລະກິດ, ນີ້ຄືໂອກາດທອງ! ຂໍ້ມູນຈາກ BlueDot ຢືນຢັນວ່າ ການປ່ຽນມາໃຊ້ລົດບັນທຸກໄຟຟ້າ ສາມາດ “ຫຼຸດຜ່ອນຄ່າໃຊ້ຈ່າຍໄດ້ຫຼາຍກວ່າ 10 ເທົ່າ“ ເມື່ອທຽບກັບນ້ຳມັນ , ພ້ອມທັງຫຼຸດຄ່າບຳລຸງຮັກສາໄດ້ຢ່າງມະຫາສານ. ການມີໂຄງລ່າງພື້ນຖານທີ່ແຂງແກ່ນຮອງຮັບຕະຫຼອດເສັ້ນທາງ ເໜືອ-ໃຕ້ ຈຶ່ງເປັນກຸນແຈສຳຄັນທີ່ຈະຊ່ວຍ SME ແລະ ຜູ້ປະກອບການລາວຫຼຸດຕົ້ນທຶນ ແລະ ສ້າງກຳໄລໄດ້ຫຼາຍຂຶ້ນ.

 Bridging your Home to your Holiday ພາຍໃຕ້ສະໂລແກນ “ເຊື່ອມຕໍ່ທຸກການເດີນທາງ”, ບຼູດອດ ບໍ່ໄດ້ວາງພຽງຕູ້ສາກ ແຕ່ເລືອກວາງໃຫ້ຖືກຈຸດ:

  • ສາຍເດີນທາງ: ໃຊ້ຕູ້ 120kW-180kW-400kW ຕາມປ້ຳນ້ຳມັນ ຫຼື ຈຸດສາຍທາງຫຼັກເພື່ອຄວາມໄວ.
  • ສາຍທ່ອງທ່ຽວ, ໄລຟ໌ສະໄຕລ໌: ໃຊ້ຕູ້ 40kW ຕາມຮ້ານຄ້າ, ຮ້ານອາຫານ ແລະ ໂຮງແຮມ ເພື່ອໃຫ້ທ່ານໄດ້ໃຊ້ເວລາເຕັມທີ່ກັບການພັກຜ່ອນ ແລະ ສາກລົດໄປໃນເວລາດຽວກັນ.
 

ອະນາຄົດຂອງການເດີນທາງທີ່ສະອາດ, ປະຢັດ ແລະ ທັນສະໄໝ ມາຮອດແລ້ວ. ບຼູດອດ ພ້ອມທີ່ຈະເປັນພະລັງງານຂັບເຄື່ອນເສດຖະກິດລາວສູ່ຍຸກໃໝ່ຢ່າງຍືນຍົງ.

ປ່ຽນ…ເພື່ອຕົ້ນທຶນທີ່ປະຢັດກວ່າ!

ດາວໂຫຼດແອັບພິເຄຊັນ [ BlueDot ]

iOS: https://apple.co/4crQdep

Android: https://bit.ly/3WMhXo7

ສູນບໍລິການ 24ຊມ: 020 5737 8222 – 020 5738 8222

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...