Homeຂ່າວພາຍ​ໃນເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

Published on

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ການເຂົ້າຮ່ວມຂອງ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ.

ທ່ານ ນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ໄດ້ຊີ້ໃຫ້ເຫັນຂໍ້ຫຍຸ້ງຍາກ, ບັນຫາຄົງຄ້າງ ແລະ 10 ມາດຕະການເດັດຂາດເພື່ອຈັດຕັ້ງປະຕິບັດແຜນການປີ 2027. ໃນປີ 2026, ຂະແໜງກະສິກຳໄດ້ຮັບຜົນກະທົບໜັກຈາກໄພແຫ້ງແລ້ງ ແລະ ພາຍຸນ້ຳຖ້ວມ (ພາຍຸມາຍຊັກ ແລະ ໂດລຟິນ) ສ້າງຄວາມເສຍຫາຍລວມທົ່ວແຂວງກວ່າ 160 ຕື້ກີບ, ເຮັດໃຫ້ການຜະລິດເຂົ້ານາປີໄດ້ 710,530 ໂຕນ ແລະ ນາແຊງໄດ້ 118,429 ໂຕນ ເຫັນວ່າຫຼຸດມະຕິສະພາ, ລວມທັງການຜະລິດພືດຜັກຍັງບໍ່ພຽງພໍ 97 ໂຕນຕໍ່ວັນ ແລະ ໄຂ່ໄກ່ຍັງບໍ່ພຽງພໍ 120.000 ໜ່ວຍຕໍ່ວັນ.

ນອກນັ້ນ, ຍັງພົບບັນຫາການລັກລອບຂຸດຄົ້ນແຮ່ທາດ (ແຮ່ຄຳ), ການລັກລອບຕັດໄມ້ໃນເຂດປ່າສະຫງວນ, ການຄ້າຂາຍເຖື່ອນ-ໜີພາສີຕາມຊາຍແດນ ແລະ ບໍລິສັດສຳປະທານທີ່ຈັບຈອງທີ່ດິນແຕ່ບໍ່ພັດທະນາ. ເພື່ອແກ້ໄຂບັນຫາດັ່ງກ່າວຢ່າງເຖິງຖອງໃນປີ 2027, ຄະນະກຳມະການປົກຄອງແຂວງໄດ້ວາງມາດຕະການເດັດຂາດຄື:

1) ໃຊ້ມາດຕະການທາງກົດໝາຍຂັ້ນສູງສຸດ ພ້ອມທັງຢຶດ ແລະ ທຳລາຍເຄື່ອງມືຂຸດຄົ້ນ ຕໍ່ຜູ້ລັກລອບຂຸດຄົ້ນແຮ່ທາດ ແລະ ຕັດໄມ້ເຖື່ອນ

2) ປະຕິບັດວິໄນຢ່າງເຂັ້ມງວດຕໍ່ເຈົ້າໜ້າທີ່ລັດທີ່ສວຍໃຊ້ໜ້າທີ່ສົມຮູ້ຮ່ວມຄິດ ໃນການຄ້າຂາຍເຖື່ອນ, ຫຼົບຫຼີກພາສີ ແລະ ຢາເສບຕິດ

3) ຈຳກັດການນຳເຂົ້າພືດຜັກ ແລະ ຊີ້ນສັດຢູ່ດ່ານຕ່າງໆຢ່າງເຂັ້ມງວດ ຄຽງຄູ່ກັບການສົ່ງເສີມການປູກຜັກເຮືອນຮົ່ມ ແລະ ຟາມລ້ຽງສັດພາຍໃນ ເພື່ອສູ້ຊົນຜະລິດເຂົ້າໃຫ້ໄດ້ 950.000 ໂຕນໃນປີ 2027 ແລະ 4) ນຳໃຊ້ລະບົບທັນສະໄໝ (TAXRIS, LIFMIS) ເພື່ອອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ ແລະ ຄຸ້ມຄອງສື່ສັງຄົມອອນລາຍໃຫ້ເຂົ້າສູ່ລະບຽບກົດໝາຍ.

ທີ່ມາ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...