6 ຄຳເວົ້າທີ່ບໍ່ຄວນຫຼຸດປາກເວົ້າອອກໄປເດັດຂາດໃນເວລາຜິດຖຽງກັນ

ການທີ່ຄົນສອງຄົນຕັດສິນໃຈຮ່ວມຊີວິດກັນ ແລະ ມີເລື່ອງຜິດໃຈກັນມັນເປັນເລື່ອງປົກກະຕິຖ້າດົນໆຈະມີປາກສຽງກັນແນ່ເລັກໆນ້ອຍໆຄືລີ້ນກັບແຂ້ວ ແຕ່ເຖິງແມ່ນວ່າຈະເກີດຄວາມໂມໂຫຫຼາຍພຽງໃດກໍ່ຕາມ ຂອບເຂດການເວົ້ານັ້ນ ຄວນມີຂໍ້ຈຳກັດ ບາງຄຳເວົ້າກໍ່ບໍ່ສົມຄວນຫຼຸດປາກອອກໄປເດັດຂາດ ແລະ ໃນມື້ນີ້ ຄໍລຳ ຊີວິດ ກັບ ຄວາມຮັກ ແອັດມິນມີ 6 ຄຳເວົ້າທີ່ບໍ່ຄວນຫຼຸດປາກເວົ້າອອກໄປເດັດຂາດຖ້າບໍ່ຢາກເຮັດໃຫ້ເລື່ອງມັນຮ້າຍແຮງຂື້ນກວ່າເກົ່າ

  1. ຄຳດ່າປ້ອຍ, ເວົ້າຈາຄຳບໍ່ສຸພາບໂດຍການໃຊ້ປະໂຫຍກຢາບຄາຍ
  2. ດ່າ ຫຼື ດູກຖູກພໍ່ແມ່, ຍາດພີ່ນ້ອງ ຫຼື ວົງຕະກູນຂອງອີກຝ່າຍ
  3. ຮູ້ສຶກຜິດຫວັງ ຮູ້ແບບນີ້ຂ້ອຍບໍ່ເລືອກເຈົ້າຕັ້ງແຕ່ທຳອິດດີກວ່າ
  4. ແຟນເກົ່າຍັງບໍ່ເຄີຍເຮັດແບບນີ້ກັບຕົນເອງ
  5. ໄປໃສກໍ່ໄປເບື່ອລຳຄານ
  6. ເຮົາເລີກກັນ

5 ປະໂຫຍກຄຳເວົ້າທີ່ກ່າວມາຂ້າງເທິງນີ້ຄືເວົ້າງ່າຍແຕ່ຟັງຍາກ ເພາະມັນທຳລາຍຄວາມຮູ້ສຶກ ແລະ ເຮັດໃຫ້ຄວາມຮັກເກີດບັນຫາໄດ້ ສະນັ້ນ ເມື່ອເວລາຜິດໃຈກັນແຕ່ລະຄັ້ງຄວນຫຼີກລ່ຽງຄຳພວກນີ້