ສະເທືອນໃຈ! ລົດແຂ່ງ ເສຍຫຼັກພຸ່ງຊົນ

0
189

ສຳນັກຂ່າວຕ່າງປະເທດ ລາຍງານໃຫ້ຮູ້ວ່າ: ເມື່ອວັນທີ 21 ເມສາທີ່ຜ່ານມາ, ເກີດເຫດລົດແຂ່ງ ເສຍຫຼັກພຸ່ງຊົນ ຜູ້ຊົມຂອບສະໜາມ ໃນການແຂ່ງຂັນລາຍການ ຟັອກ ຮິວ ຊຸບເປີຄອສ (Fox Hill Supercross) ທີ່ເມືອງດິຢາຕາລາວາ, ປະເທດສີລັງກາ.

People gather around a car that had crashed into the spectators during the Fox Hill Supercross

ສື່ທ້ອງຖິ່ນລາຍງານວ່າ: ເຫດການທີ່ເກີດຂຶ້ນໃນຄັ້ງນີ້ ມີຜູ້ເສຍຊີວິດ 7 ຄົນ, ໃນນີ້ 4 ຄົນເປັນເຈົ້າໜ້າທີ່ໃນງານການແຂ່ງຂັນ, ສ່ວນອີກ 3 ຄົນເປັນຜູ້ຊົມ, ໂດຍໜຶ່ງໃນນັ້ນເປັນເດັກນ້ອຍອາຍຸພຽງ 8 ປີໜຶ່ງຄົນ, ນອກນີ້ຍັງມີຜູ້ໄດ້ຮັບບາດເຈັບອີກ 18 ຄົນ, ເຊິ່ງບາງຄົນກໍມີອາການໜ້າເປັນຫ່ວງ.

A general view of the accident spot at Fox Hill motor cross racing circuit in Diyatalawa

ງານໃນຄັ້ງນີ້ມີຜູ້ເຂົ້າຊົມປະມານ 100,000 ຄົນ ແລະ ຫຼັງຈາກເກີດເຫດການຂຶ້ນ ກໍເຮັດໃຫ້ການແຂ່ງຂັນຖືກຍົກເລີກທັນທີ. ສ່ວນສາເຫດທີ່ເຮັດໃຫ້ອຸບັດຕິເຫດຄັ້ງນີ້ເກີດຂຶ້ນແມ່ນກຳລັງຢູ່ໃນການສືບສວນສອບສວນ.

ຂ່າວ: BBC