ມອບ-ຮັບເງິນ 500 ລ້ານກີບ ສ້ອມແປງສູນບຳບັດຜູ້ເສບຢາເສບຕິດ

0
110

ໃນວັນທີ 25 ເມສາທີ່ຜ່ານມາ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄະນະກຳມະການອະໄພຍະໂທດລະດັບຊາດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດໄດ້ມອບ ເງິນ 500 ລ້ານກີບ, ເພື່ອປັບປຸງ ແລະ ສ້ອມແປງສູນບໍາບັດຜູ້ເສບຢາເສບຕິດ ພາຍໃນເມືອງຂວາ ແລະ ກ່າວຮັບໂດຍ ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ.

อาจเป็นรูปภาพของ 9 คน และ ข้อความ

ທ່ານ ບຸນທັນ ບຸນທະວິໄລ ໄດ້ກ່າວໃນພິທີວ່າ: ການມອບ-ຮັບເງິນ ໃນຄັ້ງນີ້, ເພື່ອປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງຜັນຂະ ຫຍາຍແນວທາງຂອງພັກ ໂດຍສະເພາະ, ການຜັນຂະຫຍາຍເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງລັດຖະບານ ແຫ່ງ ສປປ ລາວ ເຂົ້າສູ່ວຽກງານໄອຍະການປະຊາຊົນ ແລະ ຮັບປະກັນຄຸນນະພາບໃນການເຄື່ອນໄຫວປະຕິບັດໜ້າທີ່ ການດຳເນີນຄະດີຢາເສບຕິດ ຂອງອົງການໄອຍະການປະຊາຊົນ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍບັນຫາຢາເສບຕິດ ຂອງແຂວງຜົ້ງສາລີ ໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ເພື່ອນຳເອົາຜູ້ເສບຢາເສບຕິດ ມາບຳບັດ, ມາຟື້ນຟູ່ສຸຂະພາບ, ຝຶກວິຊາຊີບ ແລະ ຈັດຫາວຽກເຮັດງານທຳໃຫ້ຜູ້ເສບຢາເສບຕິດໃຫ້ເກີດດອກອອກຜົນຢ່າງມີຜົນສຳເລັດ.

ຂ່າວ: ອານຸສັກ