Homeຂ່າວພາຍ​ໃນນາຍົກ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ 2024

ນາຍົກ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ 2024

Published on

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ 2024 ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ (ASEAN Future Forum) ພາຍໃຕ້ຄຳຂວັນ “ກ້າວໄປສູ່ການຂະຫຍາຍຕົວທີ່ວ່ອງໄວ ແລະ ຍືນຍົງຂອງປະຊາຄົມອາຊຽນ ທີ່ມີປະຊາຊົນ ເປັນໃຈກາງ” ໃນວັນທີ 23 ເມສາ 2024, ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ, ມີການນຳຂັ້ນສູງຂອງບາງປະເທດສະມາຊິກອາຊຽນ, ເລຂາທິການໃຫຍ່ອາຊຽນ, ເຈົ້າໜ້າທີ່ອາວຸໂສຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາທູຕານຸທູດ ປະຈຳ ສສ ຫວຽດນາມ, ນັກຄົ້ນຄວ້າ, ຕາງໜ້າພາກທຸລະກິດ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ.

อาจเป็นรูปภาพของ 3 คน, ห้องข่าว, แท่นบรรยาย และ ข้อความ

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເປັນປະທານຮ່ວມ ການປຶກສາຫາລືກ່ຽວກັບ “ກ້າວໄປສູ່ປະຊາຄົມ ທຸລະກິດ ອາຊຽນ ທີ່ມີຄວາມກົມກຽວ, ເຂັ້ມແຂງ ແລະ ຍືນຍົງ: ຈັບເອົາກາລະໂອກາດຍຸກຂອງດີຈິຕອນ” ໃນງານລ້ຽງອາຫານທ່ຽງແບບເຮັດວຽກ ເພື່ອລະດົມຄວາມຄິດກ່ຽວກັບ ກາລະໂອກາດ ແລະ ສິ່ງທຳທາຍໃນການຫັນອາຊຽນໃຫ້ເປັນເຂດເສດຖະກິດ ດີຈິຕອນ ແລະ ກໍໄດ້ພົບປະກັບທ່ານ ນາຍົກລົດຖະມົນຕີ ຟາມ ມິງຈິງ ແຫ່ງ ສສ ຫວຽດນາມ , ເພື່ອປຶກສາຫາລື ການພົວພັນ ແລະ ຮ່ວມມື 2 ຝ່າຍ ລາວ-ຫວຽດນາມ.

อาจเป็นรูปภาพของ 11 คน และ ข้อความพูดว่า "ASEANFUTURE ASEAN FUTURE FORUM 2024 HOI GIAO HOC VIỀN NGOAI aPLONITC anar Boиpoл ETRAM KEYNOTE ADDRESS H.E. SONEXAY SIPHANDONE PRIME MINISTER OF LAO PDR HA NOI, 23 APRIL 2024 cИ ※5糕 喜PW WGIO ASTAN ASTANFUTURE UTURE 季美三"

ເວທີປຶກສາຫາລືດັ່ງກ່າວ, ແມ່ນຂໍ້ລິເລີ້ມຂອງ ສສ ຫວຽດນາມ ເພື່ອລະດົມຄວາມຄິດຈາກພາກລັດ, ພາກເອກະຊົນກໍຄື ນັກທຸລະກິດ, ນັກຄົ້ນຄວ້າ ແລະ ອື່ນໆ ກ່ຽວກັບອະນາຄົດຂອງອາຊຽນໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ພວມຜັນແປໄປຢ່າງໄວວາ, ບໍ່ແນ່ນອນ ແລະ ມີສິ່ງທ້າທາຍນາໆປະການ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...