spot_img
Homeຂ່າວທ້ອງຖິ່ນລັດຖະບານຍີ່ປຸ່ນ ໃຫ້ທຶນສະໜັບສະໜູນປະມານ 1 ລ້ານໂດລາ ສົ່ງເສີມການປູກກາເຟ

ລັດຖະບານຍີ່ປຸ່ນ ໃຫ້ທຶນສະໜັບສະໜູນປະມານ 1 ລ້ານໂດລາ ສົ່ງເສີມການປູກກາເຟ

Published on

ລັດຖະບານຍີ່ປຸ່ນ ໃຫ້ທຶນສະໜັບສະໜູນໂຄງການສ້າງການຄ້ຳປະກັນສະບຽງອາຫານໃຫ້ຊາວກະສິກອນ ແລະ ເຊື່ອມໂຍງທາງດ້ານເສດຖະກິດ ກັບຍີ່ປຸ່ນ (COFFEE-JAPAN) ປະມານ 1 ລ້ານໂດລາສະຫະລັດ ຊຶ່ງໂຄງການນີ້ ແນໃສ່ການສົ່ງເສີມກະສິກອນສວນກາເຟ ຢູ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ ແຂວງຫຼວງພະບາງ ໃນໄລຍະເວລາ 30 ເດືອນ, ພ້ອມທັງຊຸກຍູ້ຄວາມພະຍາຍາມໃນການຜະລິດ, ການຕະຫຼາດ, ສົ່ງເສີມການເຂົ້າເຖິງ ແລະ ຄວາມເຂົ້າໃຈ ກ່ຽວກັບດ້ານໂພຊະນາການທີ່ຈໍາເປັນ ເຊິ່ງກາເຟທີ່ຜະລິດໄດ້ແມ່ນຈະສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ.

ທ່ານ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ ໄດ້ກ່າວວ່າ: ກາເຟ ເປັນພືດທີ່ມີທ່າແຮງສູງ ໃນການສ້າງໂອກາດທາງເສດຖະກິດໃຫ້ປະຊາຊົນ. ແຕ່ກາເຟທີ່ມີຄຸນນະພາບສູງ ທີ່ອອກສູ່ຕະຫລາດສາກົນແມ່ນຍັງຂາດແຄນ ເນື່ອງຈາກກະສິກອນຢູ່ເຂດພາກເໜືອຂອງປະເທດລາວ ຍັງມີທັກສະທີ່ຈຳກັດ ໃນການປູກກາເຟຕາມຄວາມຮຽກຮ້ອງຕ້ອງການ ຂອງຕະຫລາດສາກົນ. ການສະໜັບສະໜູນຈາກປະເທດຍີ່ປຸ່ນ ແລະ ການຮ່ວມມືຂອງຫລາຍພາກສ່ວນໃນຄັ້ງນີ້ ຈະຊ່ວຍສ້າງລາຍຮັບໃຫ້ກະສິກອນສວນກາເຟ, ພ້ອມທັງຮັບປະກັນໃຫ້ເຂົາເຈົ້າໄດ້ຮຽນຮູ້ ກ່ຽວກັບໂພຊະນາການ ແລະ ເຂົ້າເຖິງອາຫານ ເພື່ອສຸຂະພາບຕື່ມອີກ.

ທ່ານ ເຄນິຈິ ໂກບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ກ່າວວ່າ: ໃນຫລາຍທົດສະວັດທີ່ຜ່ານມາ, ປະເທດຍີ່ປຸ່ນ ໄດ້ສືບຕໍ່ສະໜັບສະໜູນການພັດທະນາ ຂະແໜງກະສິກຳ ແລະ ປ່າ ໄມ້ຢູ່ ສປປ ລາວ ລວມທັງການຮ່ວມມືກັບ ອົງການອາຫານໂລກ. ການສະໜັບສະໜູນໂຄງການລິເລີ່ມຄັ້ງນີ້ ຈະເປັນການປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ປັບປຸງລາຍຮັບໃນຊົນນະບົດ, ພ້ອມທັງຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ ຢູ່ ສປປ ລາວ ກໍຄື ແຂວງຫລວງພະບາງ. ນອກນີ້, ການເລັ່ງໃສ່ສະໜອງການຝຶກອົບຮົມ ແລະ ພື້ນຖານໂຄງລ່າງ ໃຫ້ກະ ສິກອນສວນກາເຟ ຈະສ້າງຜົນປະໂຫຍດໃຫ້ບັນດາຊຸມຊົນທັງໝົດຂອງເຂົາເຈົ້າ ໂດຍມີເປົ້າໝາຍສູງສຸດນັ້ນຄື ການຊ່ວຍໃຫ້ພວກເຂົາມີຊີວິດການເປັນຢູ່ທີ່ດີຂຶ້ນ ເພື່ອວາງແຜນເພີ່ມປະລິມານກາເຟທີ່ຈະມີການສົ່ງອອກ ເພື່ອແນໃສ່ຕະຫລາດ ຮ້ານຂົ້ວກາເຟ ຂະໜາດນ້ອຍ ແລະ ກາງ ຢູ່ປະເທດຍີ່ປຸ່ນ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...