Homeຂ່າວທ້ອງຖິ່ນໄປມາຫາສູ່ກັນໄດ້ປົກກະຕິລະເດີ້

ໄປມາຫາສູ່ກັນໄດ້ປົກກະຕິລະເດີ້

Published on

ປະຊາຊົນລາວສາມາດເດີນທາງໄປງານບຸນທາດພະນົມ, ຈັງຫວັດນະຄອນພະນົມ, ປະເທດໄທ ຜ່ານດ່ານປະເພນີ​ປາກເຊບັ້ງໄຟ ເມືອງໄຊບູລີແຂວງ, ແຂວງສະຫວັນນະເຂດ ໄດ້ປົກກະຕິໃນມື້ນີ້.

ເນື່ອງຈາກກ່ອນໜ້ານີ້, ໄດ້ມີແຈ້ງການຂອງດ່ານ ຕມ ປາກເຊບັງໄຟ ເມືອງເຊບັ້ງໄຟ ອອກເມື່ອວັນທີ 22 ກຸມພາ 2024 ເລື່ອງ: ກໍລະນີເຈົ້າໜ້າທີ່ໄທບໍ່ອະນຸຍາດໃຫ້ປະຊາຊົນໄທຂ້າມມາຝັ່ງລາວ ແລະ ບໍ່ອະນຸຍາດໃຫ້ຄົນລາວຂ້າມໄປ. ໂດຍມີເນື້ອໃນວ່າ: ໃນເວລາ 10 ໂມງ 30 ນາທີ ຂອງວັນທີ 21 ກຸມພາ 2024 ໜ່ວຍງານກວດກາວິຊາສະເພາະປະຈໍາຢູ່ດ່ານ ຕມ ປາກເຊບັ້ງໄຟໄດ້ຮັບຂ່າວຈາກປະຊາຊົນລາວ ທີ່ຂ້າມໄປທ່ອງທ່ຽວງານທາດພະນົມ ວ່າທາງເຈົ້າໜ້ທີ່ຝັ່ງໄທບໍ່ ອະນຸຍາດໃຫ້ປະຊາຊົນຄົນໄທ ທີ່ຈະຂ້າມມາທ່ອງທ່ຽວງານຢູ່ຝັ່ງລາວ ຍ້ອນມບໍ່ເຂົ້າໃຈກັນເລື່ອງການຂັດຜົນປະໂຫຍດ, ໜ່ວຍປະສານລາວ-ໄທ ຍັງໄດ້ແຈ້ງວ່າ ວັນທີ 22 ກຸມພາ 2024 ຫ້າມບໍ່ໃຫ້ປະຊາຊົນຄົນລາວ ຂ້າມໄປທ່ອງທ່ຽວງານທາດພະນົມ ຊົ່ວຄາວ ຖ້າມີການປ່ຽນແປງຈະແຈ້ງໃຫ້ ຊາບຕາມພາຍຫຼັງ.

 

ຫຼ້າສຸດ, ວັນທີ 23 ກຸມພາ 2024, ຫ້ອງການ ທວຖ ເມືອງໄຊບູລີ ແຂວງສະຫວັນນະເຂດໄດ້ແຈ້ງໃຫ້ຮູ້ວ່າ: ງານທາດພະນົມມື້ນີ້ ເປີດໃຫ້ເດີນທາງປົກະຕິເດີ ສາມາດຂຶ້ນເຮືອໂດຍສານທີ່ດ່ານປະເພນີ​ປາກເຊບັ້ງໄຟ ເມືອງໄຊບູລີ, ແຂວງສະຫວັນນະເຂດ. ສ່ວນປະຊາຊົນຝັ່ງໄທກໍ່ສາມາດຂື້ນເຮືອໂດຍສານມາທ່ຽວງານຝັ່ງລາວໄດ້ເຊັ່ນດຽວກັນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...