Homeຂ່າວຕ່າງປະເທດຈີນເຕືອນຮັບມືພາຍຸຝົນ ຫຼັງເຂດກວາງຕຸ້ງ-ເສິນເຈີນນໍ້າຖ້ວມໜັກ

ຈີນເຕືອນຮັບມືພາຍຸຝົນ ຫຼັງເຂດກວາງຕຸ້ງ-ເສິນເຈີນນໍ້າຖ້ວມໜັກ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ເມື່ອວັນທີ 23 ເມສາທີ່ຜ່ານມາ, ທາງການຈີນປະກາດເຕືອນໄພພາຍຸຝົນຂັ້ນສູງສຸດ ໃນລາຍພື້ນທີ່ທາງພາກໃຕ້ຂອງປະເທດ, ພາຍຫຼັງທີ່ເຂດກວາງຕຸ້ງ ປະເຊີນກັບນໍ້າຖ້ວມໜັກ ຈົນຕ້ອງອົບພະຍົບປະຊາຊົນຫຼາຍກວ່າ 110,000 ຄົນໄປຍັງພື້ນທີ່ປອດໄພ. ເຊິ່ງຫຼ້າສຸດຕອນນີ້ມີລາຍງານວ່າ ພົບຜູ້ເສຍຊີວິດ 4 ຄົນ ແລະ ສູນຫາຍອີກ 10 ຄົນ.

จีนเตือนพายุฝนระดับสูงสุด หลังกวางตุ้งน้ำท่วมหนัก-ฝนถล่มเซินเจิ้น

ສ່ວນເມືອງເສິນເຈິນ ກໍເປັນອີກໜຶ່ງພື້ນທີ່ ທີ່ມີການເຕືອນໄພພາຍຸຝົນມີໃນລະດັບສູງ ແລະ ມີຝົນຕົກໜັກເຊັ່ນດຽວກັນ, ເຊິ່ງເຈົ້າໜ້າທີ່ສຳນັກງານອຸຕຸນິຍົມປະຈຳເມືອງໄດ້ກ່າວເຕືອນວ່າ: ມີຄວາມສ່ຽງສູງທີ່ຈະເກີດນໍ້າຖ້ວຍມກະທັນຫັນ.

ຂ່າວ: Cna

ບົດຄວາມຫຼ້າສຸດ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....