ເມື່ອເກີດມີຝົນຕົກຟ້າຮ້ອງສິ່ງທີ່ຈະເຮັດໃຫ້ເຮົາປອດໄພຈາກການຖືກຟ້າຜ່ານັ້ນກໍຄືການຫຼີກລ້ຽງຢູ່ໃນສະຖານທີ່ກາງແຈ້ງເຊັ່ນ: ທົ່ງນາ, ສະໜາມກ໋ອບ, ສະລອຍນໍ້າ ເປັນຕົ້ນ ແຕ່ຖ້າຫຼີກລ້ຽງບໍ່ໄດ້ເຮົາຄວນປະຕິບັດດັ່ງນີ້:
- ກໍລະນີທີ່ຢູ່ກາງແຈ້ງໃນຕອນຝົນຕົກ
 
- ຫ້າມຢູ່ລວມກັນເປັນກຸ່ມໃຫຍ່
 - ຫ້າມຢູ່ກ້ອງຕົ້ນໄມ້ ໂດຍສະເພາະຕົ້ນໄມ້ທີ່ໃຫຍ່ ແຕ່ຖ້າຫາກບໍ່ມີທາງເລືອກໃຫ້ຢູ່ຕົ້ນໄມ້ທີ່ຕໍ່າທີ່ສຸດ
 - ຫ້າມຢູ່ບ່ອນສູງ ຫຼື ຍົກເຄື່ອງທີ່ມີລັກສະນະສູງເຊັ່ນ: ຄັນຮົ່ມ, ເບັດຊິດປາ..
 - ປົດວັດຖຸທີ່ເປັນໂລຫະອອກຈາກຮ່າງກາຍໃຫ້ໝົດ
 - ຫ້າມຢູ່ໃນນໍ້າຫຼືແຫຼ່ງນໍ້າ
 - ຫຼີກລ້ຽງການຢູ່ໃກ້ວັດຖຸທີ່ເປັນໂລຫະ
 
ທີ່ສໍາຄັນຫ້າມນອນ ແຕ່ໃຫ້ນັ່ງຊັນເຂົ່າ, ຕີນຕິດກັນ, ມືປິດຫູ ແລະ ຍົກຕີນຂື້ນໜ້ອຍໜຶ່ງ ທ່ານັ່ງເຫຼົ່ານີ້ເປັນວິທີຫຼຸດອັນຕະລາຍຈາກຟ້າຜ່າ ແລະ ຫຼຸດຄວາມສ່ຽງກໍລະນີກະແສໄຟຈາກຟ້າຜ່າໄຫຼມາຕາມພື້ນດິນ
2. ກໍລະນີຢູ່ໃນລົດ
- ຫ້າມຈັບສ່ວນທີ່ເປັນໂລຫະທີ່ຢູໃນລົດ ໃຫ້ນັ່ງກອດເອິກ ຫຼື ວາງມືໄວ້ໜ້າຕັກ
 - ປິດແວ່ນລົດທຸກຂ້າງ
 - ຫ້າມຈອດລົດໃກ້ຕົ້ນໄມ້ໃຫຍ່
 - ຫ້າມໃຊ້ໂທລະສັບ
 
3. ກໍລະນີຢູ່ໃນອາຄານ
- ປິດປະຕູປ່ອງຢ້ຽມ ແລະ ເຂົ້າໄປຢູ່ຫ້ອງທາງໃນສຸດ ເຊິ່ງປອດໄພກວ່າຫ້ອງທີ່ມີທາງອອກໄປທາງດ້ານນອກ
 - ຫຼີກລ້ຽງບ່ອນທີ່ໄຟສາມາດແລ່ນເຂົ້າເຖິງສາຍໄຟ, ສາຍອາກາດ, ສາຍໂທລະສັບ ຫຼື ທໍ່ນໍ້າ
 - ຖອດສາຍໄຟ, ສາຍອາກາດ, ສາຍໂທລະສັບ ກ່ອນທີ່ຈະເກີດຝົນຕົກໜັກ
 - ຫ້າມໃຊ້ໂທລະສັບແບບມີສາຍໃນອາຄານເນື່ອງຈາກກະແສໄຟຟ້າຈາກຟ້າຜ່າຈະແລ່ນຜ່ານອຸປະກອນດັ່ງກ່າວ
 
ເພາະສະນັ້ນ, ເມື່ອເກີດມີຝົນຕົກຟ້າຮ້ອງຄວນປະຕິບັດໂຕເອງໃຫ້ຖືກວິທີເພື່ອປ້ອງກັນ ຫຼື ຫຼຸດຜ່ອນບໍ່ໃຫ້ເກີດຟ້າຜ່າໄດ້.

