spot_img
Homeຂ່າວຕ່າງປະເທດນາຍົກເກົາຫຼີໃຕ້-ທີ່ປຶກສາລະດັບສູງ ຍື່ນໃບລາອອກຫຼັງແພ້ການເລືອກຕັ້ງ

ນາຍົກເກົາຫຼີໃຕ້-ທີ່ປຶກສາລະດັບສູງ ຍື່ນໃບລາອອກຫຼັງແພ້ການເລືອກຕັ້ງ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ເມສາ 2024 ນີ້ວ່າ, ທ່ານ ຫັັນ ດັອກຊູ ນາຍົກລັດຖະມົນຕີເກົາຫຼີໃຕ້ປະກາດລາອອກຫຼັງຈາກພັກຂອງເຂົາແພ້ໃນການເລືອກຕັ້ງໃຫ້ກັບ ພັກປະຊາທິປະໄຕ (DP) ເຊິ່ງເປັນພັກຝ່າຍຄ້ານຈະຄວ້າໄຊຊະນະໃນລັດຖະສະພາຊຸດໃໝ່ ຖືເປັນຄວາມລົ້ມເຫຼວ ໃນການຫາສຽງສ່ວນຫຼາຍຄືນມາ ນັບເປັນການແພ້ຄັ້ງໃຫຍ່ອີກຄັ້ງ ສຳລັບພັກພະລັງປະຊາຊົນ (ພີພີພີ) ແລະ ປະທານາທິບໍດີ ຍຸນ ຊຸກຍໍ.

ເຈົ້າໜ້າທີ່ອາວຸໂສຂອງປະທານາທິບໍດີກ່າວວ່າ: ນາຍົກລັດຖະມົນຕີສະແດງຄວາມຕັ້ງໃຈທີ່ຈະລາອອກ ແລະ ໄດ້ລະບຸວ່າເ ເຈົ້າໜ້າທີ່ໃນທຳນຽບປະທານາທິບໍດີອີກ 3 ຄົນຍົກເວັ້ນທີ່ຮັບຜິດຊອບດ້ານຄວາມໝັ້ນຄົງ ກໍໄດ້ຍື່ນລາອອກແລ້ວເຊັ່ນກັນ ຫຼັງແພ້ການເລືອກຕັ້ງ.

ຈາກາກນລາຍງານຫຼ້າສຸດ ພັກ ດີພີ ຄວ້າບ່ອນນັ່ງໄດ້ 161 ບ່ອນຈາກ 254 ບ່ອນັ່ງໃນຂະນະທີ່ ພີພີພີ ໄດ້ພຽງ 90 ບ່ອນນັ່ງເມື່ອລວມບ່ອນນັ່ງຕາມສັດສ່ວນແລ້ວພັກ ດີພີ ແລະ ເຄື່ອຄ່າຍໄດ້ຮັບ 175 ບ່ອນນັ່ງສ່ວນ ພີພີພີ ໄດ້ 108 ບ່ອນນັ່ງໃນລັດຖະສະພາ 300 ບ່ອນນັ່ງ.

ແຫຼ່ງຂ່າວ: ມະຕິຊົນ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...